ທູຕານຸທູດບັນດາປະເທດແມ່ນໍ້າຂອງປະຈໍາຈີນຍ້ອງຍໍສັນລະເສີນວຽກງານຊົນເຜົ່າຂອງຈີນ

lmcchina.org, May 23, 2021
Size:

ໃນວັນທີ 9-13 ພຶດສະພາ, ຄະນະທູຕານຸທູດຂອງບັນດາປະເທດແມ່ນໍ້າຂອງ ປະຈໍາ ສປ ຈີນທີ່ຈັດຕັ້ງໂດຍກົມແລກປ່ຽນສາກົນຂອງຄະນະກໍາມະການດ້ານກິດຈະການຊົນເຜົ່າແຫ່ງຊາດຈີນ (NEAC)ໄດ້ເດີນທາງໄປຢ້ຽມຢາມແຂວງເສສວນ ເພື່ອຊອກຮູ້ກ່ຽວກັບສະພາບດຳເນີນບັ້ນການລຶບລ້າງຄວາມທຸກຍາກ, ການພັດທະນາຊົນນະບົດ, ການສ້າງສາຄວາມສາມັກຄີ ແລະຄວາມກ້າວໜ້າຂອງຊົນເຜົ່າ, ການສືບທອດແລະການປົກປັກຮັກສາວັດທະນະທໍາແຫ່ງຊາດ. ທ່ານ H.E U Myo Thant Pe, ເອກອັກຄະລັດຖະທູດມຽນມາ, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວ, ທ່ານ Arthayudh Srisamoot, ເອກອັກຄະລາຊະທູດໄທ, ທີ່ປຶກສາການເມືອງຂອງສະຖານທູດຫວຽດນາມ ປະຈໍາ  ສປ ຈີນ ແລະ ບັນດານັກການທູດທັງໝົດ 9 ທ່ານເຂົ້າຮ່ວມ. ຄະນະຜູ້ແທນໄດ້ໄປທ່ຽວຊົມ ແລະຢ້ຽມຢາມນະຄອນເສີງຕູ, ເມືອງປົກຄອງຕົນເອງຊົນເຜົ່າຢີມາປຽນນະຄອນເລີ້ຊານ, ເມືອງເວີນຊວນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດ-ຊົນເຜົ່າຊຽງອາປາ ແລະສະຖານທີ່ອື່ນໆຕາມລໍາດັບ.


ຄະນະຜູ້ແທນທັດສະນະສຶກສາ ແລະ ຊອກຮູ້ ກ່ຽວກັບສະພາບການເສີມສ້າງຄວາມສາມັກຄີ ແລະຄວາມກ້າວໜ້າຂອງຊົນເຜົ່າ ແລະ ວຽກງານການລົບລ້າງຄວາມທຸກຍາກຜ່ານການຍົກລະດັບການປິ່ນປົວ ຢູ່ໂຮງໝໍເມືອງປົກຄອງຕົນເອງຊົນເຜົ່າຢີມາປຽນ.


ໃນໄລຍະຢູ່ນະຄອນເສີງຕູ, ຄະນະຜູ້ແທນໄດ້ໄປຢ້ຽມຢາມຫໍພິພິທະພັນສະຖານທີ່ບູຮານນະການຈິ່ນຊ່າ ເຊິ່ງໄດ້ສ້າງຄວາມຮັບຮູ້ກ່ຽວກັບຂະບວນການກໍາເນີດ ແລະການພັດທະນາຂອງວັດທະນະທໍາເສສວນສະໄໝບູຮານ; ທັດສະນະຢ້ຽມຢາມວຽກງານການສ້າງຄວາມສາມັກຄີ ແລະຄວາມກ້າວໜ້າຂອງຊົນເຜົ່າຕິດພັນກັບວຽກງານສືບທອດ ແລະ ຮັກສາມໍລະດົກວັດທະນະທໍາ ທີ່ບໍ່ເປັນວັດຖຸຢູ່ເຂດວູຫົວ. ໃນໄລຍະການເຄື່ອນໄຫວຢູ່ເມືອງປົກຄອງຕົນເອງເຜົ່າຢີມາປຽນນະຄອນເລີ້ຊານ, ຄະນະຜູ້ແທນໄດ້ຢ້ຽມຢາມ ແລະສ້າງຄວາມເຂົ້າໃຈຕໍ່ສະພາບການຍົກຍ້າຍປະຊາຊົນໄປຢູ່ເຂດຈັດສັນໃໝ່, ໂຮງງານທີ່ຊ່ວຍລົບລ້າງຄວາມທຸກຍາກ, ສວນອຸດສາຫະກໍາກະສິກໍາທັນສະໄໝ, ການລົບລ້າງຄວາມທຸກຍາກໂດຍຜ່ານການຍົກລະດັບການປິ່ນປົວສຸຂະພາບ ແລະການສຶກສາ, ໂຄງການວັດທະນະທໍາມູນເຊື້ອຊົນເຜົ່າ ເປັນຕົ້ນ. ໃນໄລຍະເຄື່ອນໄຫວຢູ່ເມືອງເວີນຊວນ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດ-ເຜົ່າຊຽງອາປາ, ຄະນະຜູ້ແທນໄດ້ຮັບຮູ້ເຖິງສະພາບກ່ຽວກັບການເສີມຂະຫຍາຍສະຕິຮ່ວມຊາຕາກໍາຂອງປະຊາຊາດຈີນຢູ່ທ້ອງຖິ່ນດັ່ງກ່າວ, ການພັດທະນາຂະແໜງການຜະລິດດ້ານວັດທະນະທໍາ ແລະການທ່ອງທ່ຽວ, ການຟື້ນຟູເຂດປະສົບໄພແຜ່ນດິນໄຫວເວີນຊວນ, ວຽກງານກ່ຽວກັບການແຮກສ່ຽວປະສານງານລະຫວ່າງພາກຕາເວັນອອກກັບພາກຕາເວັນຕົກ ແລະວຽກງານອື່ນໆ.


ຄະນະຜູ້ແທນສໍາຫຼວດສະພາບການເຊື່ອມໂຍງ ແລະການພັດທະນາຂອງຂະແໜງການວັດທະນະທໍາ ແລະການທ່ອງທ່ຽວຢູ່ບ້ານໃໝ່ຊົນເຜົ່າຢີຕາແສງຢຽນເຟີງ, ເມືອງປົກຄອງຕົນເອງຊົນເຜົ່າຢີມາປຽນ


ຄະນະຜູ້ແທນໄດ້ຕີລາຄາສູງຕໍ່ຜົນສຳເລັດອັນພົ້ນເດັ່ນທີ່ ສປ ຈີນ ຍາດເອົາມາໄດ້   ໃນການດຳເນີນບັ້ນລົບລ້າງຄວາມທຸກຍາກ ແລະການພັດທະນາຊົນນະບົດ, ການເຕົ້າໂຮມຄວາມສາມັກຄີ ແລະຄວາມກ້າວໜ້າຂອງຊົນເຜົ່າ, ການສືບທອດ ແລະການປົກປັກຮັກສາວັດທະນະທໍາຊົນເຜົ່າ ແລະດ້ານອື່ນໆຢູ່ໃນເຂດຊົນເຜົ່າສ່ວນໜ້ອຍ ພາຍໃຕ້ການຊີ້ນໍານໍາພາຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ ທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການດຳເນີນບັ້ນລົບລ້າງຄວາມທຸກຍາກ ແລະການສ້າງສາສັງຄົມອີ່ມໜໍາສໍາລານ, ຍ້ອງຍໍກົນໄກການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ໄດ້ເຮັດແທ້ທໍາຈິງ ແລະມີປະສິດທິຜົນສູງ, ໂດຍມີຄວາມປາຖະໜາຢາກຖືເອົາການທັດສະນະສຶກສາຄັ້ງນີ້ເປັນໂອກາດທີ່ດີ ເພື່ອຊຸກຍູ້ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນໃນຂົງເຂດວຽກງານຊົນເຜົ່າ ແລະຂົງເຂດອື່ນໆ ລວມທັງການສ້າງຄວາມເຂົ້າໃຈຕໍ່ແຂວງເສສວນ ກໍຄືລົງເລິກການແລກປ່ຽນ ແລະ ການຮ່ວມມື.

 

ທູຕານຸທູດຂອງບັນດາປະເທດແມ່ນໍ້າຂອງປະຈໍາ ສປ ຈີນ ໄປສໍາຜັດກັບການຜະລິດໃບຊາ ເພື່ອລົບລ້າງຄວາມທຸກຍາກຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດ-ເຜົ່າຊຽງອາປາ. 


 ຄະນະຜູ້ແທນຢ້ຽມຊົມງານວາງສະແດງຮູບແຕ້ມ ພາຍໃຕ້ຫົວຂໍ້ ນໍ້າໃຈເຮືອແດງ  ທີ່ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດ-ເຜົ່າຊຽງອາປາ.