ການປະຕິບັດງານ “ແມ່ຂອງ-ມັງກອນ” ໄລຍະທີ 3 ເລີ່ມດຳເນີນງານ

lmcchina.org, May 23, 2021
Size:

ການປະຕິບັດງານແມ່ຂອງ-ມັງກອນ(Operation Mekong Dragon) ໄລຍະທີສາມ ທີ່ມຸ່ງສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດ, ການລັກລອບຊື້ຂາຍສັດແລະພືດປ່າທີ່ໃກ້ຈະສູນພັນ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ  ໄດ້ເລີ່ມດໍາເນີນງານແຕ່ເດືອນເມສາ ຫາ ເດືອນກັນຍາ ໂດຍມີອົງການພາສີ 20 ປະເທດ ແລະ ເຂດແຄວ້ນຈາກພາກພື້ນອາຊີ-ປາຊິຟິກເຂົ້າຮ່ວມ.

ການປະຕິບັດງານ ແມ່ຂອງ-ມັງກອນ ແມ່ນການປະຕິບັດງານຮ່ວມລະຫວ່າງປະເທດເພື່ອສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດ, ການລັກລອບຊື້ຂາຍສັດແລະພືດປ່າທີ່ໃກ້ຈະສູນພັນ ແລະຜະລິດຕະພັນທີ່ກ່ຽວຂ້ອງ, ເຊິ່ງລິເລີ່ມໂດຍອົງການພາສີຈີນ ແລະ ອົງການພາສີຫວຽດນາມ ພາຍໃຕ້ການສະໜັບສະໜູນຂອງຫ້ອງການບັນຫາຢາເສບຕິດແລະອາຊະຍາກຳຂອງອົງການສະຫະປະຊາຊາດ (UNODC) ແລະ ສູນປະສານງານແລະຂໍ້ມູນປະຈຳເຂດອາຊີ-ປາຊິຟິກ(RILO-AP) ຂອງອົງການພາສີໂລກ(WCO) ທັງເປັນໝາກຜົນສຳຄັນຂອງການຮ່ວມມືລະຫວ່າງອົງການພາສີຂອງປະເທດຕ່າງໆດ້ານການບັງຄັບໃຊ້ກົດໝາຍ ພາຍໃຕ້ກົນໄກການຮ່ວມມື LM. ການປະຕິບັດງານໄລຍະທີ 1 ແລະ ໄລຍະທີ 2 ໄດ້ສຳເລັດລົງໃນປີ 2018 ແລະ ປີ 2020 ເຊິ່ງຍາດໄດ້ຜົນສໍາເລັດອັນສະຫງ່າງາມ. 

ໂດຍຜ່ານການປະຕິບັດງານແມ່ຂອງ-ມັງກອນຢ່າງເປັນຂະບວນ, ອົງການພາສີຈີນ ໄດ້ປັບປຸງກົນໄກການຮ່ວມມືລະຫວ່າງປະເທດດ້ານການບັງຄັບໃຊ້ກົດໝາຍເພື່ອສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດ, ການລັກລອບຊື້ຂາຍສັດແລະພືດປ່າທີ່ໃກ້ຈະສູນພັນແລະຜະລິດຕະພັນທີ່ກ່ຽວຂ້ອງ ໃນພາກພື້ນ LM ຢ່າງບໍ່ຢຸດຢັ້ງ, ທັງເປັນການຂະຫຍາຍໝາກຜົນຂອງການຮ່ວມມື ແລະໄດ້ຮັບການຕອບສະໜອງ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກອົງການພາສີຂອງບັນດາປະເທດພາກພື້ນ LM ແລະ ພາກພື້ນອາຊີ-ປາຊິຟິກ, ເຊິ່ງໄດ້ປະກອບສ່ວນເຫື່ອແຮງຂອງພາກສ່ວນພາສີ ເຂົ້າໃນການເສີມສ້າງການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ແລະ ການຮັກສາຄວາມໝັ້ນຄົງ ຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ”. 

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການພາສີຈີນໄດ້ກ່າວວ່າ ອົງການພາສີຈີນໄດ້ໃຫ້ຄວາມສຳຄັນສູງຢ່າງສະເໝີຕົ້ນສະເໝີປາຍຕໍ່ການຮ່ວມມືລະຫວ່າງປະເທດໃນການບັງຄັບໃຊ້ກົດໝາຍ, ເຊິ່ງໄດ້ລິເລີ່ມໂຄງການການປະຕິບັດງານຮ່ວມລະຫວ່າງປະເທດຢ່າງຕໍ່ເນື່ອງ ໂດຍຜ່ານຫ້ອງການບັນຫາຢາເສບຕິດແລະອາຊະຍາກຳຂອງອົງການສະຫະປະຊາຊາດ ແລະ ອົງການພາສີໂລກ ທັງໄດ້ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນຫາຢາເສບຕິດ ແລະ ການຄຸ້ມຄອງບໍລິຫານສິ່ງແວດລ້ອມລະບົບນິເວດທົ່ວໂລກ.