ໄຂງານປະກວດຮູບເງົາສັ້ນການຮ່ວມມືມິດຕະພາບຈີນ-ອາຊຽນຄັ້ງທີ 2

CRI, May 21, 2021
Size:

ໃນຖານະເປັນໜຶ່ງໃນກິດຈະກຳຕ່າງໆທີ່ສຳຄັນເພື່ອລະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ງານປະກວດຮູບເງົາສັ້ນການຮ່ວມມືມິດຕະພາບຈີນ-ອາຊຽນຄັ້ງທີ 2 ພາຍໃຕ້ຫົວຂໍ້ທີ່ວ່າ “ໂລກໃນສາຍຕາຂອງພວກເຮົາ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ພຶດສະພານີ້.

ທ່ານເຕີ້ງຊີ່ຈູ່ນ, ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທ່ານກັງໂຟກ, ຮອງເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສໃນພິທີໄຂກິດຈະກຳໃນຄັ້ງນີ້. ຜູ້ຕາງໜ້າ ແລະເຈົ້າໜ້າທີ່ການທູດຂອງບັນດາປະເທດອາຊຽນ ປະຈຳອາຊຽນ, ສື່ມວນຊົນຈີນແລະຕ່າງປະເທດ ພ້ອມທັງສື່ສັງຄົມອອນລາຍ ຫຼາຍກວ່າຮ້ອຍທ່ານ ໄດ້ເຂົ້າຮ່ວມກິດຈະກຳໃນຄັ້ງນີ້.