ສຳເລັດວຽກການຕິດຕັ້ງເສົາສີື່ສານທັງໝົດຂອງເສັ້ນທາງລົດໄຟລາວ-ຈີນ

Yunnan Gateway, May 21, 2021
Size:

ວັນທີ15 ເດືອນພຶດສະພາ, ເສົາສື່ສານທັງໝົດຂອງສະຖານີບໍ່ເຕັນໄປຮອດສະຖານີນະຄອນຫຼວງວຽງຈັນຂອງເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດວຽກການຕິດຕັ້ງ.

ເສົາສື່ສານຂອງເສັ້ນທາງລົດໄຟລາວ-ຈີນ ທັງໝົດມີ 67 ແຫ່ງ, ການກໍ່ສ້າງເສົາສື່ສານ 64 ແຫ່ງ ຈາກຕອນສະຖານີບໍ່ເຕັນ ໄປຮອດ ສະຖານີນະຄອນຫຼວງວຽງຈັນ ແມ່ນການຮັບເໝົາກໍ່ສ້າງຂອງກຸ່ມບໍລິສັດກໍ່ສ້າງເສັ້ນທາງລົດໄຟ ຂອງຈີນ(China Railway Construction Electrification Bureau Group Co.,Ltd.). ເສົາເຫຼົ່ານີ້ ມີຈຳນວນປະມານເຄິ່ງໜຶ່ງ ທີ່ຕັ້ງຢູ່ເຂດຮ້ອນທີ່ບໍ່ມີຄົນ ຫຼື ເຂດມີຄົນຈຳນວນໜ້ອຍ, ຫຼາຍແຫ່ງຕັ້ງຢູ່ເຂດພູເລິກ, ເງື່ອນໄຂພູມສັນຖານສັບຊ້ອນ, ເງື່ອນໄຂຄົມມະນາຄົມບໍ່ດີ, ມີຄວາມຫຍຸ້ງຍາກຫຼາຍຕໍ່ການກໍ່ສ້າງ, ເມື່ອປະເຊີນໜ້າກັບສະພາບແວດລ້ອມການກໍ່ສ້າງທີ່ສັບສົນ ແລະ ເງື່ອນໄຂການກໍ່ສ້າງລຳບາກ, ທີມງານໂຄງການຕ້ອງເອົາຊະນະຄວາມຫຍຸ້ງຍາກຕ່າງໆ ເຊັ່ນ ຜົນທະທົບຈາກພະຍາດລະບາດ, ການຂົນສົ່ງວັດຖຸການກໍ່ສ້າງບໍ່ສະດວກ, ການກໍ່ສ້າງລຳບາກໃນລະດູຝົນ, ວາງແຜນດ້ານມາດຕະຖານຂອງເຕັກນິກການກໍ່ສ້າງ, ຄວບຄຸມຂັ້ນຕອນເຮັດວຽກຢ່າງເຂັ້ມງວດ, ເພື່ອຮັບປະກັນການສຳເລັດວຽກຕາມເລລາທີ່ກຳນົດໄວ້ຢ່າງມີຄຸນນະພາບສູງ.

ວັນທີ 31 ເດືອນມີນາ ປີ 2020, ເສົາສື່ສານວຽງຈັນຂອງເສັ້ນທາງລົດໄຟລາວ-ຈີນໄດ້ເລີ່ມຕົ້ນການກໍ່ສ້າງ, ເປັນສັນຍາລັກການເລີ່ມຕົ້ນກໍ່ສ້າງເສົາສື່ສານຕະຫຼອດເສັ້ນຂອງເສັ້ນທາງລົດໄຟລາວ-ຈີນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຈ່າງຈ້ຽນຮວາ