ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ສະ​ແດງ​ໃຫ້​ເຫັນ​ເຖິງແຮງ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ

CRI, May 20, 2021
Size:

ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນສະແດງໃຫ້ເຫັນເຖິງແຮງຕ້ານທານທີ່ເຂັ້ມແຂງ_fororder_4034970a304e251fdbecaee9cee9481f7f3e537b


      ເວົ້າສຳລັບການເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ, ພະຍາດໂຄວິດ-19 ໄດ້ກາຍເປັນວິກິດການຄັ້ງໃຫຍ່ທີ່ສຸດທີ່ສັງຄົມມະນຸດພວມຜະເຊີນຢູ່ໃນປັດຈຸບັນ, ເມື່ອເວົ້າເຖິງແຮງຕ້ານທານຈາກຄວາມກົດດັນທີ່ມີຕໍ່ເສດຖະກິດແລະການບໍລິຫານສັງຄົມຂອງບັນດາປະເທດໃນໂລກແລ້ວລ້ວນແຕ່ເປັນການທົດສອບທີ່ຂ້ຽວຂາດຮອບໜຶ່ງ.

      ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ໃນ 4 ເດືອນທຳອິດຂອງປີນີ້, ການສົ່ງອອກແລະນຳເຂົ້າຂອງຈີນກັບອາຊຽນໄດ້ເພີ່ມຂຶ້ນອ່າວຫຼາຍ, ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນໄດ້ບັນລຸເຖິງ 1.720 ຕື້ຢວນ, ເພີ່ມຂຶ້ນ 27,6%, ກວມ 14,8%ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ.

      ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ເພື່ອຮັບມືກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈີນແລະປະເທດອາຊຽນໄດ້ຊ່ວຍຊູຍູ້ໜູນກັນ, ດຳເນີນການຮ່ວມມືດ້ານການຕ້ານພະຍາດໂຄວິດ-19 ຢ່າງກວ້າງຂວາງ. ຈີນແລະສິງກະໂປ,ລາວ,ມຽນມາ,ອິນໂດເນເຊຍແລະປະເທດອື່ນໆໄດ້ສ້າງ “ຊ່ອງທາງສະດວກ”ໃຫ້ກັບບຸກຄະລາກອນ ແລະ “ຊ່ອງທາງສີຂຽວ” ສຳລັບສິນຄ້າ.

      ວັນທີ 13 ພຶດສະພານີ້, ລົດໄຟຂົນສົ່ງສິນຄ້າຂ້າມຊາດທີ່ບັນທຸກຜະລິດຕະພັນກະສິກຳຖ້ຽວທຳອິດໄດ້ອອກເດີນທາງຈາກນະຄອນໜານນິງຜ່ານດ່ານຜິງສຽງເຂດກວາງຊີເຂົ້າສູ່ຫວຽດນາມ,ແລະແລ່ນໄປຕາມທາງຫຼວງສູ່ປະເທດລາວ. ລົດໄຟຂົນສົ່ງສິນຄ້າຂ້າມຊາດ “ຈີນ-ຫວຽດນາມ-ລາວ” ກໍເໝືອນດັ່ງຂົວຕໍ່ລະຫວ່າງຊາດ, ເຊິ່ງເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ທຸກຂັ້ນຕອນການຜະລິດເລີ່ມແຕ່ຂອດການຜະລິດ,ການຈັດສັນ, ການຈໍລະຈອນແລະການບໍລິໂພກ,ເຊິ່ງເປັນການຊຸກຍູ້ການຟື້ນຟູເສດຖະກິດຂອງຈີນແລະອາຊຽນ.

      ນອກນີ້, ພາຍໃຕ້ການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍຈີນແລະອາຊຽນກໍໄດ້ກ້າວຂຶ້ນສູ່ລະດັບໃໝ່.

      ວັນທີ 26 ເມສານີ້, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍບັນຊີລາຍຊື່ແຫຼ່ງຜະລິດໝາກມ່ວງກຳປູເຈຍເພື່ອສົ່ງອອກສູ່ຈີນທີ່ໄດ້ຈົດທະບຽນແລ້ວ 37 ແຫ່ງແລະວິສາຫະກິດຫຸ້ມຫໍ່ 5 ແຫ່ງຢ່າງເປັນທາງການ, ເມື່ອບໍ່ດົນມານີ້, ໝາກມ່ວງສົດ 80 ໂຕນງວດທຳອິດຂອງກຳປູເຈຍເພື່ອສັ່ງເຂົ້າຈີນໄດ້ອອກເດີນທາງຈາກທ່າກຳປັ່ນພະນົມເປັນ, ຜ່ານທ່າກຳປັ່ນໂຮຈິມິນຂອງຫວຽດນາມແລ້ວຜ່ານທະເລໃນທີ່ສຸດກໍມາເຖິງປະເທດຈີນ. ນັບແຕ່ປີນີ້ເປັນຕົ້ນມາ, ຈີນຍັງໄດ້ເພີ່ມຂະໜາດການນຳເຂົ້າງົວພັນຊີ້ນຈາກອາຊຽນອີກ. ວັນທີ 28 ເມສານີ້, ງົວພັນຊີ້ນຂອງລາວງວດທຳອິດໄດ້ຮັບການຂົນສົ່ງຈາກລາວຮອດກິ່ງແຂວງປົກຄອງຕົນເອງສິບສອງພັ່ນນາແຂວງຢຸນນານແລ້ວ,ຈາກນີ້ຕໍ່ໄປ, ລາວຈະສົ່ງອອກງົວພັນຊີ້ນ 5 ແສນໂຕຕໍ່ປີສູ່ປະເທດຈີນ. ໃນຂະນະດຽວກັນ, ນ້ຳໝາກພ້າວໄຮໂດຣຈາກອິນໂດເນເຊຍກໍໄດ້ມີການຈຳໜ່າຍຢູ່ຮ້ານຄ້າຈິ່ງຕຸ່ງເຊິ່ງເປັນຮ້ານຄ້າເອເລັກໂຕຣນິກຂອງຈີນແລະໄດ້ຮັບການຕີລາຄາຈາກຜູ້ບໍລິໂພກຂອງຈີນວ່າແຊບຫຼາຍ.

      ຈີນແລະອາຊຽນໄດ້ຊ່ວຍເຫຼືອເຊິ່ງກັນແລະກັນແລະພ້ອມກັນກ້າວໄປໜ້າໃນການຮ່ວມມືກັນຕ້ານກັບພະຍາດໂຄວິດ-19, ພ້ອມທັງສືບຕໍ່ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນ,ນີ້ໄດ້ສະແດງໃຫ້ເຫັນເຖິງແຮງຕ້ານທານທີ່ເຂັ້ມແຂງທ່າມກາງວິກິດການ.

      ທຸກສິ່ງທຸກຢ່າງລ້ວນແຕ່ມີແນວດີແລະແນວບໍ່ດີປົນເປກັນ. ໂດຍຜະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານ ສີຈິ້ນຜິງ ປະທານປະເທດຈີນເຄີຍໄດ້ກ່າວວ່າ: “ວິກິດການແລະກາລະໂອກາດມັກປົນເປກັນຕະຫຼອດ,ເມື່ອສາມາດແກ້ໄຂວິກິດການໄດ້ແລ້ວວິກິດການນັ້ນກໍຈະກັບກາຍເປັນໂອກາດ.”

      ໃນຕໍ່ໜ້ານີ້, ຈີນແລະອາຊຽນຍັງຈະຕ້ອງສືບຕໍ່ຮ່ວມມືກັນ,ຫັນວິກິດການຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນໂອກາດການພັດທະນາ, ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ.