ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ຂອງ​ລັດ​ຖະ​ບານ​ລາວ​ເປັນ​​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ

CRI, May 20, 2021
Size:

ຫວ່າງມໍ່ໆມານີ້, ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ກ່າວຢ່າງຈະແຈ້ງວ່າ: ຕ້ອງສືບຕໍ່ໃຊ້ມາດຕະການທີ່ເຂັ້ມງວດທີ່ມີຢູ່ໃນປັດຈຸບັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ, ຈະຕ້ອງປະຕິບັດມາດຕະການປິດເມືອງໃນຂອບເຂດທົ່ວປະເທດຈົນເຖິງວັນທີ 20 ພຶດສະພານີ້.

ວັນທີ 12 ພຶດສະພານີ້, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ໃນປະເທດລາວມີ 55 ກໍລະນີ, ລວມທັງໝົດເປັນ 1.417 ກໍລະນີ; ປົວຫາຍຂາດແລະອອກໂຮງໝໍແລ້ວ 328 ຄົນ, ຜູ້ທີ່ພວມປິ່ນປົວຢູ່ໂຮງໝໍມີ 1.088 ຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ. ເຖິງແມ່ນວ່າພະຍາດໂຄວິດ-19 ຍັງແຜ່ລະບາດໃນປະເທດລາວ, ແຕ່ກໍບໍ່ຮ້າຍແຮງຄືຫຼາຍມື້ທີ່ຜ່ານມາ. ທ່ານພັນຄຳ ວິພາວັນກ່າວວ່າ: ລັດຖະບານເຫັນວ່າ: ມາດຕະການປິດເມືອງໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊີວິດປະຈຳວັນຂອງປະຊາຊົນ, ແຕ່ພວກເຮົາຈຳເປັນຕ້ອງຮຽກຮ້ອງໃຫ້ໝົດທຸກຄົນປະຕິບັດຕາມ ແລະ ຮັກສາອາລົມເຢັນໄວ້ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດ ແລະ ເອົາຊະນະການແຜ່ລະບາດຂອງພະຍາດໃນທີ່ສຸດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ຄຳໝັ້ນສັນຍາວ່າ: ລັດຖະບານຈະສ້າງຄວາມສະດວກຈົນສຸດຄວາມສາມາດ ເພື່ອໃຫ້ປະຊາຊົນສາມາດຟື້ນຟູຊີວິດການເປັນຢູ່ທີ່ເປັນປົກກະຕິໄດ້ເປັນກ້າວໆ. ນະທີ່ນີ້, ພວກເຮົາກໍຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມາດຕະການປິດເມືອງຂອງລັດຖະບານລາວ. ຍ້ອນວ່າ: ມາດຕະການປິດເມືອງທີ່ຈຳເປັນແມ່ນວິທີທີ່ດີທີ່ສຸດ ແລະ ມີປະສິດທິຜົນທີ່ສຸດໃນການສະກັດກັ້ນການແຜ່ລະບາດຂອງພະຍາດ.

ໂດຍຖືເອົານະຄອນອູຮັ້ນຂອງຈີນເປັນແບບຢ່າງ, ໃນໄລຍະຕົ້ນທີ່ພົບການແຜ່ລະບາດຂອງພະຍາດ, ນັບແຕ່ວັນທີ 23 ມັງກອນຫາວັນທີ 8 ເມສາປີ 2020, ລົດເມ, ລົດໄຟໃຕ້ດິນ, ເຮືອໂດຍສານ ແລະ ລົດໂດຍສານລະຫວ່າງຕົວເມືອງໄດ້ໂຈະການບໍລິການທັງໝົດ; ຖ້າບໍ່ມີຄວາມຈຳເປັນພິເສດ, ປະຊາຊົນນະຄອນອູຮັ້ນກໍບໍ່ສາມາດເດີນທາງອອກນອກເມືອງໄດ້; ສະໜາມບິນ ແລະ ສະຖານີລົດໄຟກໍໄດ້ໂຈະການບໍລິການ. ກໍຍ້ອນວ່າໄດ້ໃຊ້ມາດຕະການດັ່ງກ່າວ, ນະຄອນອູຮັ້ນຈິ່ງສາມາດຕັດຊ່ອງທາງການແຜ່ລະບາດຂອງພະຍາດໄດ້ເປັນຢ່າງດີ, ສາມາດສະກັດກັ້ນການແຜ່ລະບາດຂອງພະຍາດ ແລະ ສາມາດຮັບປະກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໄດ້. ເດືອນມິຖຸນາປີ 2020, ພາຍຫຼັງຕະຫຼາດຂາຍຍົກຊິນຟາຕີ້ຂອງນະຄອນຫຼວງປັກກິ່ງໄດ້ເກີດມີກໍລະນີຫຼາຍຄົນຕິດພະຍາດແລ້ວ, ນະຄອນຫຼວງປັກກິ່ງໄດ້ສັ່ງໂຈະການບໍລິການຂອງຕະຫຼາດດັ່ງກາວຢ່າງທັນການ, ເມືອງເຟິງທາຍທີ່ເປັນເມືອງຄຸ້ມຄອງຕະຫຼາດດັ່ງກ່າວຍັງໄດ້ນຳໃຊ້ກົນໄກສຸກເສີນໃນທັນທີ, ໄດ້ປິດຕະຫຼາດ ແລະຄຸ້ມຊຸມຊົນຢູ່ໃກ້ຄຽງຕະຫຼາດ, ເປີດກວ້າງຂອບເຂດກວດຫານິວຄະເລອິກ, ນະຄອນຫຼວງປັກກິ່ງໄດ້ກວດນິວຄະເລອິກໃຫ້ປະຊາຊົນທີ່ເຄີຍເຂົ້າໄປຕະຫຼາດດັ່ງກ່າວເປັນຫຼາຍແສນຄົນ, ໃນທີ່ສຸດກໍສາມາດສະກັດກັ້ນການແຜ່ລະບາດຂອງພະຍາດຈາກຕົ້ນກຳເນີດໄດ້.

ພາຍໃຕ້ມາດຕະການປ້ອງກັນແລະຄວບຄຸມຢ່າງຕັ້ງໜ້າຂອງລັດຖະບານລາວ, ການແຜ່ລະບາດຂອງພະຍາດຮອບໃໝ່ໄດ້ຖືກສະກັດກັ້ນໄວ້ຢ່າງບັງເກີດຜົນ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດນັບມື້ນັບຫຼຸດໜ້ອຍລົງ. ພ້ອມດຽວກັນນີ້, ປະເທດຈີນກໍໄດ້ໃຫ້ການຊ່ວຍເຫຼືອຢ່າງຕັ້ງໜ້າແກ່ຝ່າຍລາວໃນການປ້ອງກັນແລະຄວບຄຸມພະຍາດ. ຕອນບ່າຍວັນທີ 4 ພຶດສະພານີ້, ໜ່ວຍງານຊ່ຽວຊານການແພດຈີນໄດ້ເດີນທາງເຖິງນະຄອນຫຼວງວຽງຈັນ ແລະ ເລີ່ມປະຕິບັດວຽກງານຢູ່ຫຼາຍແຂວງໃນປະເທດລາວ. ວັນທີ 10 ພຶດສະພານີ້, ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານຈີນຊ່ວຍເຫຼືອລາວງວດໃໝ່ກໍໄດ້ຂົນສົ່ງໄປເຖິງສະໜາມບິນວັດໄຕແລ້ວ. ສິ່ງເຫຼົ່ານີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ຕ່າງກໍຊ່ວຍຊູຍູ້ໜູນກັນ.

ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການຊີ້ນຳນຳພາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານລາວ, ພາຍໃຕ້ການສະໜັບສະໜູນທີ່ແຂງແຮງຈາກປະຊາຄົມໂລກ ແລະ ພາຍໃຕ້ການຊ່ວຍເຫຼືອຈາກສະຫາຍຈີນອ້າຍນ້ອງ, ປະຊາຊົນລາວຍ່ອມຈະສາມາດຍາດເອົາໄຊຊະນະບັ້ນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວໄດ້ຢ່າງແນ່ນອນ.