ບຸກບືນສູ້ຊົນ 5 ປີ ຍາດໄດ້ຜົນສໍາລັດຢ່າງສະຫງ່າງາມ, ສືບຕໍ່ບືນຕົວສ້າງອະນາຄົດອັນສົດໃສ: ລະນຶກການເລີ່ມດໍາເນີນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄົບຮອບ 5 ປີ

lmcchina.org, May 19, 2021
Size:

ບຸກບືນສູ້ຊົນ 5 ປີ ຍາດໄດ້ຜົນສໍາລັດຢ່າງສະຫງ່າງາມ, ສືບຕໍ່ບືນຕົວສ້າງອະນາຄົດອັນສົດໃສ: ລະນຶກການເລີ່ມດໍາເນີນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄົບຮອບ 5 ປີ

ໂດຍ: ທ່ານ ຫວັງອີ້

 

ມື້ນີ້ແມ່ນວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄົບຮອບ 5 ປີ.

ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢ່າງມີຜົນສໍາເລັດ ໃນວັນທີ 23 ມີນາ 2016 ທີ່ເມືອງຊານຢ້າ ແຂວງໄຫໜານ. ໂດຍໄດ້ຍຶດຖືຈິດໃຈ “ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານໍ້າກັນຢ່າງໝັ້ນໝາຍ”, ຜູ້ນຳ ປະເທດຈີນ ກັບປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມໄດ້ຮ່ວມກັນປະກາດເລີ່ມນໍາໃຊ້ກົນໄກການຮ່ວມມື ຂອງອະນຸພາກພື້ນແບບໃໝ່ດັ່ງກ່າວນີ້ ທັງຕົກລົງເປັນເອກະພາບກັນວ່າ ຈະສ້າງປະຊາຄົມທີ່ອ່ວຍໜ້າສູ່ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງໃນອະນາຄົດລະຫວ່າງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM). ໃນ 5 ປີທີ່ຜ່ານມາ, ການຮ່ວມມື LM ໄດ້ຜ່ານໄລຍະການກໍ່ຮ່າງສ້າງຕົວ ແລະ ໄລຍະຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ກ້າວໄປສູ່ໄລຍະໃໝ່ແຫ່ງການພັດທະນາຢ່າງຮອບດ້ານ ເຊິ່ງໄດ້ເປັນການເພີ່ມພູນຄູນສ້າງກຳລັງຊຸກດັນທີ່ບໍ່ຂາດສາຍໃຫ້ແກ່ການພັດທະນາຂອງປະເທດຕ່າງໆ ແລະ ໄດ້ສ້າງເປັນແບບຢ່າງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ໜຶ່ງ

ນີ້ແມ່ນ 5 ປີແຫ່ງການສ້າງພື້ນຖານອັນໜັກແໜ້ນ ແລະ ລົງເລິກຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໃຫ້ຄວາມສຳຄັນສູງຕໍ່ການພົວພັນກັບປະເທດອ້ອມຂ້າງ ແລະ ໄດ້ພົບປະກັບຜູ້ນຳຂອງບັນດາປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງເປັນສິບກວ່າຄັ້ງ, ການພົບປະດັ່ງກ່າວໄດ້ເປັນການຊີ້ທິດເຍືອງທາງໃຫ້ແກ່ການຮ່ວມມືແບບມິດໄມຕີ ທີີ່ດີກັບຫົກປະເທດ. ໃນການເຂົ້າຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມື LM ແຕ່ລະຄັ້ງ ທ່ານ ຫຼີເຄີ້ສຽງ ກໍໄດ້ຮ່ວມກັບຜູ້ນຳຫ້າປະເທດຢູ່ລຽບຕາມແມ່ນ້ຳຂອງວາງແຜນຂອງການຮ່ວມມື. ຫົກປະເທດໄດ້ຕັ້ງໜ້າສ້າງປະຊາຄົມ ທີ່ອ່ວຍໜ້າສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງໃນອະນາຄົດລະຫວ່າງບັນດາປະເທດ LM, ປະຊາຄົມຮ່ວມຊາຕາກຳ ຈີນ-ລາວ, ຈີນ-ກຳປູເຈຍ ແລະ ຈີນ-ມຽນມາໄດ້ຮັບການສ້າງຕັ້ງຂຶ້ນຕາມລຳດັບ. ພວກເຮົາຍຶດຖືຈິດໃຈເພິ່ງຕົນເອງ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮ່ວມກັນປຶກສາຫາລື, ຮ່ວມກັນສ້າງສາ ແລະ ຮ່ວມກັນຊົມໃຊ້ໝາກຜົນ, ສຸມໃສ່ການສ້າງສະພາບແວດລ້ອມທີ່ມີສັນຕິພາບ, ສະຖຽນລະພາບ, ສາມັກຄີກົມກຽວປອງດອງຢູ່ພາກພື້ນ LM ແລະ ຮ່ວມມືກັນເພື່ອບັນລຸການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງພ້ອມກັນຂອງຫົກປະເທດ. ພວກເຮົາໄດ້ວາງແຜນປະຕິບັດງານ 5 ປີ ຂອງການຮ່ວມມື LM (2018-2020) ໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນປະຕິບັດງານໃນຂົງເຂດຊັບພະຍາກອນນ້ຳ, ກະສິກຳ, ການຫຼຸດຜ່ອນຄວາມທຸກຍາກ ແລະຂົງເຂດອື່ນໆ, ທັງໄດ້ເລັ່ງລັດໃນການວາງແຜນຂອງການຮ່ວມມືດ້ານເສດຖະກິດຂ້າມຊາຍແດນ, ຄວາມສາມາດໃນການຜະລິດ ແລະ ການເຊື່ອມໂຍງເຊື່ອມຈອດກັນ. ກອງເລຂາຂອງການຮ່ວມມື LM ຫຼື ອົງການປະສານງານ ລະຫວ່າງຫົກປະເທດໄດ້ດຳເນີນການແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືກັນຢ່າງສະດວກດີ, ໜ່ວຍງານວິຊາການຮ່ວມຂອງຂະແໜງການບູລິມະສິດຕ່າງໆ ກໍຄື ສູນການຮ່ວມມືຊັບພະຍາກອນນ້ຳ, ສູນການຮ່ວມມືສິ່ງແວດລ້ອມ, ສູນການຮ່ວມມືກະສິກຳ, ສູນການຮ່ວມມື ແລະ ແລກປ່ຽນລະຫວ່າງຊາວໜຸ່ມປະເທດທີິ່ຢູ່ລຽບຕາມ LM ໄດ້ດໍາເນີນງານໄປຢ່າງມີປະສິດທິພາບສູງ, ເຊິ່ງເປັນການຮັບປະກັນດ້ານກົນໄກໃຫ້ແກ່ການຮ່ວມມືຢ່າງຕິດແທດຕົວຈິງໃນຂົງເຂດຕ່າງໆ. ນີ້ແມ່ນ 5 ປີແຫ່ງການສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ກາຍເປັນທ່າອ່ຽງ ແລະ ສະແຫວງຫາການພັດທະນາພ້ອມກັນ. ພວກເຮົາໄດ້ລິເລີ່ມຮູບແບບການຮ່ວມມື LM ທີ່ຖືເອົາການພັດທະນາເປັນບູລິມະສິດ, ມີປະສິດທິພາບສູງ, ຕິດແທດຕົວຈິງ, ຖືເອົາໂຄງການເປັນຫຼັກ ແລະ ພະຍາຍາມຫັນການຄໍ້າຈູນກັນດ້ານເສດຖະກິດ ເປັນກຳລັງຂັບເຄື່ອນການພັດທະນາ. ໃນ 5 ປີທີ່ຜ່ານມາ, ລວມຍອດເສດຖະກິດຂອງຈີນໄດ້ເພີ່ມຂຶ້ນ 47,5%, ວຽກງານການສ້າງສໍາເລັດສັງຄົມອີ່ມໜຳສຳລານຢ່າງຮອບດ້ານຍາດໄດ້ຜົນສໍາເລັດທີ່ຍິ່ງໃຫຍ່ເປັນຄັ້ງປະຫວັດສາດ, ລວມຍອດເສດຖະກິດຂອງຫ້າປະເທດຢູ່ລຽບຕາມແມ່ນ້ຳຂອງ ໄດ້ເພີ່ມຂຶ້ນຫຼາຍກວ່າ 30% ແລະ ລະດັບການພັດທະນາທາງດ້ານເສດຖະກິດ-ສັງຄົມຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນປີ 2020, ມູນຄ່າການຄ້າລະຫວ່າງຈີນ ກັບ ຫ້າປະເທດຢູ່ລຽບຕາມແມ່ນ້ຳຂອງໄດ້ບັນລຸ 332,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 66,3% ເມື່ອທຽບໃສ່ປີ 2015, ຈີນໄດ້ເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງປະເທດຫວຽດນາມ, ກຳປູເຈຍ, ມຽນມາ ແລະ ໄທ, ເປັນຄູ່ຄ້າໃຫຍ່ອັນດັບສອງຂອງປະເທດລາວ. ປະເທດຫວຽດນາມໄດ້ກາຍເປັນຄູ່ຄ້າໃຫຍ່ອັນດັບສີ່ຂອງປະເທດຈີນ. ປະເທດຈີນໄດ້ສະໜອງ “ເງິນກູ້ຜ່ອນຜັນພິເສດສອງປະເພດ”, ເງິນກູ້ສະເພາະກິດສຳລັບການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການຜະລິດອຸປະກອນ ເພື່ອສະໜັບສະໜູນປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງໃນການດຳເນີນໂຄງການພື້ນຖານໂຄງລ່າງສຳຄັນ 40 ກວ່າໂຄງການ, ເຊັ່ນ: ໂຄງການກໍ່ສ້າງສະໜາມບິນໃໝ່ສາກົນສຽມລຽບຂອງປະເທດກໍາປູເຈຍ, ໂຄງການປັບປຸງລະບົບໄຟຟ້ານະຄອນຫຼວງວຽງຈັນຂອງປະເທດລາວ, ໂຄງການໂຮງງານໄຟຟ້າຖ່ານຫີນວິນຕັ່ນຂອງປະເທດຫວຽດນາມ. ປະຊາຊົນຈີນສາມາດຊິມໝາກທຸລຽນຂອງໄທ, ເຂົ້າສານຂອງກຳປູເຈຍ, ໝາກໂມຂອງມຽນມາ, ໝາກກ້ວຍຂອງລາວ, ປາບາຊາຂອງຫວຽດນາມ ແລະ ຜົນຜະລິດອື່ນໆທີ່ມີຄຸນະພາບສູງ; ວິສາຫະກິດຈີນໄດ້ເຂົ້າໄປປະເທດກຳປູເຈຍ ແລະ ລາວ ເພື່ອຮ່ວມກັນສ້າງເຂດສາທິດການຮ່ວມມືດ້ານກະສິກຳ ແລະ ສ້າງພື້ນຖານຜະລິດປຸງແຕ່ງ ແລະ ຂົນສົ່ງຜະລິດຕະພັນເຂົ້ານາ, ຢາງພາລາ, ໝາກໄມ້, ຜັກ, ສັດລ້ຽງເປັນຕົ້ນ.

ນີ້ແມ່ນ 5 ປີແຫ່ງການເຕົ້າໂຮມຄວາມສາມັກຄີ ແລະ ເສີມສ້າງມິດຕະພາບໃຫ້ເລິກເຊິ່ງ. ພວກເຮົາຍຶດໝັ້ນ ແນວຄິດທີ່ຖືເອົາປະຊາຊົນເປັນຫຼັກ ແລະ ພະຍາຍາມເຮັດໃຫ້ການຮ່ວມມືມີຜົນປະໂຫຍດແກ່ປະຊາຊົນທຸກປະເທດ. ໃນປີ 2019, ປະຊາຊົນຈີນ ແລະ ບັນດາປະເທດລ້ອງແມ່ນໍ້າຂອງໄດ້ມີການໄປມາຫາສູ່ກັນຫຼາຍກວ່າ 50 ລ້ານເທື່ອຄົນ, ຖ້ຽວບິນປົກກະຕິມີເກືອບເຖິງ 3.000 ເທື່ອຖ້ຽວຕໍ່ອາທິດ. ໃນ 5 ປີທີ່ຜ່ານມາ, ມີນັກສຶກສາຫຼາຍກວ່າ 20.000 ຄົນຈາກ 5 ປະເທດລ້ອງແມ່ນໍ້າຂອງໄດ້ຮັບທຶນການສຶກສາຈາກລັດຖະບານຈີນໄປຮຽນຢູ່ຈີນ, ແລະ ສູນຝຶກອົບຮົມວິຊາຊີບ LM ໄດ້ຈັດຊຸດຝຶກອົບຮົມຢູ່ແຂວງຢຸນນານໃຫ້ແກ່ແຮງງານຫຼາຍກວ່າ 40.000 ຄົນທີ່ມາເຮັດວຽກຢູ່ຈີນ. ກອງທຶນສະເພາະກິດສໍາລັບການຮ່ວມມື LM ໄດ້ໃຫ້ການສະໜັບສະໜູນໃນການພັດທະນາ 500 ກວ່າໂຄງການເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ເຊັ່ນ: ໂຄງການ “ບ້ານແສງຕາເວັນ” ທີ່ເປັນໂຄງການນໍາເຂົ້າເຕັກໂນໂລຊີ ແລະ ອຸປະກອນ PV (Photovoltaic) ພະລັງງານແສງຕາເວັນ ໃຫ້ແກ່ບ້ານຕ່າງໆໃນປະເທດກໍາປູເຈຍ ແລະ ມຽນມາ; ໂຄງການຝຶກອົບຮົມພະລັງງານນິວເຄລຍໄດ້ດໍາເນີນການຝຶກອົບຮົມໃຫ້ແກ່ຊາວໜຸ່ມປະເທດລາວ ຫວຽດນາມແລະປະເທດອື່ນໆດ້ານເຕັກໂນໂລຊີພົນລະເຮືອນ ເຊັ່ນ ໂຮງງານຜະລິດໄຟຟ້ານິວເຄລຍ ແລະ ຢານິວເຄລຍ ເປັນຕົ້ນ; ໂຄງການ “ຄົ້ນຄວ້າການຄັດເລືອກແນວພັນ ຕົ້ນຊານໍ້າມັນທີ່ດີ” ໄດ້ນໍາເອົາແນວພັນຕົ້ນຊານໍ້າມັນເຂົ້າມາປູກຢູ່ເຂດພູດອຍຂອງປະເທດໄທ ແລະ ປະເທດລາວ; ໂຄງການ “ເພີ່ມພູນຜະລິດຜົນກາເຟ” ໄດ້ຝຶກອົບຮົມຊາວກະສິກອນກາເຟມຽນມາຫຼາຍກວ່າ 11.000 ຄົນ ແລະ ຊ່ວຍເພີ່ມຜົນຜະລິດກາເຟປະເທດມຽນມາໃຫ້ໄດ້ສອງເທົ່າ; ໂຄງການ “ຢາພື້ນເມືອງຈີນນໍາເອົາຜົນປະໂຫຍດໃຫ້ແກ່ ປະເທດ LM” ແລະ “ການປັກເຂັມຈີນກ້າວເຂົ້າສູ່ LM” ໄດ້ຊຸກຍູ້ການຮ່ວມມືດ້ານຢາພື້ນເມືອງຢ່າງເປັນເຈົ້າການ; ໂຄງການສົ່ງເສີມການພັດທະນາຢ່າງສັງລວມເຂດຊຸມຊົນທີ່ທຸກຍາກ ແລະ “ການກະທໍາ ແມ່ຍິງ LM” ແລະໂຄງການອື່ນໆ ໄດ້ຊຸກຍູ້ພາລະກິດແມ່ຍິງຂະຫຍາຍຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດແຄວ້ນ.

ນີ້ແມ່ນ 5 ປີແຫ່ງ ການຮ່ວມສຸກຮ່ວມທຸກແລະຊ່ວຍເຫຼືອເຊິ່ງກັນແລະກັນ. ການຮ່ວມມື LM ໄດ້ສ້າງເວທີທໍາອິດຂອງການຮ່ວມມືດ້ານຊັບພະຍາກອນນໍ້າ ໃຫ້ແກ່ 6 ປະເທດຕາມລ້ອງແມ່ນໍ້າ. ພວກເຮົາໄດ້ຈັດກອງປະຊຸມລະດັບລັດຖະມົນຕີກ່ຽວກັບການຮ່ວມມືດ້ານຊັບພະຍາກອນນໍ້າ LM ຢ່າງມີຜົນສໍາເລັດ ແລະ ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາໃນການປ້ອງກັນໄພນໍ້າຖ້ວມ-ການຫຼຸດຜ່ອນຜົນກະທົບຈາກໄພພິບັດທໍາມະຊາດ ການຖ່າຍທອດເຕັກໂນໂລຊີ ແລະດ້ານອື່ນໆ. ໃນຖານະເປັນປະເທດທີ່ຢູ່ຕອນເທິງຂອງແມ່ນໍ້າ, ຈີນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນການດັດປັບປະລິມານນໍ້າໄຫຼຢ່າງເໝາະສົມ, ສະໜອງນໍ້າເພື່ອແກ້ຄວາມສຸກເສີນຕາມຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດຕາມລໍາແມ່ນໍ້າຂອງ, ແລະ ໄດ້ເລີ່ມແບ່ງປັນຂໍ້ມູນທາງອຸທົກກະສາດປະຈຳປີຂອງແມ່ນໍ້າລ້ານຊ້າງນັບແຕ່ປີກາຍນີ້, ໄດ້ເປີດເວບໄຊເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືດ້ານຊັບພະຍາກອນແຫຼ່ງນໍ້າ LM, ແລະ ໄດ້ຊ່ວຍເຫຼືອບັນດາປະເທດລຸ່ມແມ່ນໍ້າ ໃນການຮັບມືກັບໄພນໍ້າຖ້ວມແລະໄພແຫ້ງແລ້ງ. ໃນເດືອນກຸມພາປີກາຍນີ້, ເມື່ອພະຍາດໂຄວິດ-19 ແພ່ລະບາດຢ່າງຮຸນແຮງ, ລັດຖະມົນຕີຕ່າງປະເທດຂອງ 5 ປະເທດແມ່ນໍ້າຂອງ ແລະ ຂ້າພະເຈົ້າໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຕ່າງປະເທດຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວຕາມກໍານົດເວລາ. ບັນດາທ່ານລັດຖະມົນຕີຕ່າງປະເທດຂອງ 5 ປະເທດໄດ້ຮ່ວມກັນກ່າວສະແດງການສະໜັບສະໜູນຈີນໃນການຕໍ່ສູ້ກັບການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນການສະໜັບສະໜູນອັນລໍ້າຄ່າໃຫ້ແກ່ຝ່າຍຈີນໃນເວລາຂ້ຽວຂາດ. ທັງ 6 ປະເທດໄດ້ໃຊ້ມາດຕະການທີ່ມີປະສິດທິຜົນໃນການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. ຈໍານວນຕົວເລກທີ່ຖືກຢືນຢັນ ແລະ ອັດຕາການຕິດພະຍາດໂຄວິດ-19 ໃນພາກພື້ນ LM ແມ່ນຕໍ່າຫຼາຍກວ່າພາກພື້ນອື່ນໆໃນໂລກຢ່າງເດັ່ນຊັດ. ທັງ 6 ປະເທດຍັງໄດ້ຮ່ວມກັນສະກັດກັ້ນການເຄື່ອນໄຫວອາຊະຍາກຳຂ້າມຊາດ ເຊັ່ນ: ການກໍ່ການຮ້າຍ, ການພະນັນທາງອິນເຕີເນັດ, ການສໍ້ໂກງເງິນທາງໂທລະສັບ, ການຄ້າມະນຸດ, ການເຂົ້າເມືອງຜິດກົດໝາຍ; ນອກຈາກນັ້ນ ຍັງດໍາເນີນການຮ່ວມມືປ້ອງກັນແລະຫຼຸດຜ່ອນໄພພິບັດເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນປະເທດຕ່າງໆ ເຊິ່ງໄດ້ອຸທິດ “ປັນຍາ LM” ເຂົ້າໃນການບໍລິຫານຄຸ້ມຄອງພາກພື້ນ.

ສອງ

ຜົນສຳເລັດດັ່ງກ່າວທີ່ຍາດມາໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ແລະ ປະສົບການແມ່ນມີຄ່າທີ່ສຸດ. ເມື່ອຫວນຄືນໄປເບິ່ງປະຫວັດສາດຂອງການຮ່ວມມື ເປັນເວລາ 5 ປີ, ພວກເຮົາໄດ້ຈາລຶກຄວາມຕັ້ງໃຈ ແລະ ພາລະກິດເດີມຂອງການຮ່ວມມື LM ໄວ້ໃນໃຈຕະຫຼອດມາ, ປູກຝັງທີ່ດິນແຫ່ງການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ໃຫ້ຄວາມສໍາພັນລະຫວ່າງປະຊາຊົນມີຄວາມສະໜິດສະໜົມກັນ, ເກີດຜົນແຫ່ງການພັດທະນາເພື່ອໄດ້ຜົນປະໂຫຍດຮ່ວມກັນ, ເກີດຜົນແຫ່ງຄວາມຈະເລີນ ສັນຕິພາບ ແລະ ປະຊາຊົນມີຄວາມຜາສຸກ ເຊິ່ງມັນບໍ່ພຽງແຕ່ໄດ້ນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເທົ່ານັ້ນ ຫາກຍັງສະສົມບົດຮຽນທີ່ມີຄ່າເພື່ອເພີ່ມທະວີການຮ່ວມມືໃຫ້ເຂັ້ມແຂງຂຶ້ນຕື່ມໃນອະນາຄົດ.

ປະຕິບັດຕາມທິດນໍາທີ່ຖືເອົາປະເທດບ້ານໃກ້ເຮືອນຄຽງເປັນເພື່ອນມິດ, ມີຄວາມສະໜິດສະໜົມເໝືອນດັ່ງຄອບຄົວອັນດຽວກັນ. ການຮ່ວມມື LM ແມ່ນມີພື້ນຖານອັນເລິກເຊິ່ງຢູ່ໃນມິດຕະພາບອັນເປັນມູນເຊື້ອ. ພວກເຮົາໄດ້ຍຶດໝັ້ນຕະຫຼອດມາວ່າທຸກໆປະເທດ, ບໍ່ວ່າໃຫຍ່ຫຼືນ້ອຍ, ເຂັ້ມແຂງຫຼືອ່ອນແອ, ຮັ່ງມີຫຼືທຸກຍາກລ້ວນແຕ່ມີຄວາມສະເໝີພາບ, ຕ້ອງເຫັນໃຈເຊິ່ງກັນແລະກັນ, ໃຫ້ຄວາມນັບຖືຄວາມຮູ້ສຶກຂອງກັນແລະກັນ, ສະໜັບສະໜູນຢ່າງເດັດດ່ຽວໜຽວແໜ້ນຕໍ່ການເລືອກ ແລະ ເດີນຕາມເສັ້ນທາງພັດທະນາຂອງແຕ່ລະປະເທດ, ຍຶດໝັ້ນອັນທີ່ວ່າ “ຢ່າເຮັດກັບຄົນອື່ນໃນສິ່ງທີ່ທ່ານບໍ່ຢາກເຮັດ”. ພວກເຮົາປະຕິບັດຕໍ່ກັນແລະກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ, ປຶກສາຫາລືນໍາກັນເມື່ອພົບກັບບັນຫາຫຼືເມື່ອມີບັນຫາ. ພວກເຮົາທັງເນັ້ນຫຼັກການທັງເນັ້ນມິດຕະພາບ, ມຸ່ງໝັ້ນໃນການດໍາເນີນການຮ່ວມມືຢ່າງໄມຕີຈິດມິດຕະພາບ, ສະແຫວງຫາສັນຕິພາບແລະຄວາມຖືກຕ້ອງປອງດອງກັນ. “ຕົນເອງຢືນຢູ່ຢ່າງທ່ຽງໝັ້ນ ຈຶ່ງຈະຊ່ວຍໂຊມຜູ້ທີ່ລົ້ມລົງໄດ້; ຕົນເອງຈະເລີນຮຸ່ງເຮືອງແລ້ວ, ຈຶ່ງຈະສາມາດໄປຊ່ອຍຜູ້ອື່ນໄດ້”. ພວກເຮົາຄວນສາມັກຄີກັນ, ເປັນເພື່ອນບ້ານທີ່ດີ, ເພືີ່ອນມິດທີ່ດີ, ຄູ່ຮ່ວມທີ່ດີແລະເປັນອ້າຍນ້ອງທີ່ດີ.

ຜົນສຳເລັດດັ່ງກ່າວສອດຄ່ອງກັບຄວາມຄາດຫວັງທົ່ວໄປທີ່ຖືເອົາການພັດທະນາໄປກ່ອນແລ້ວບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ອະນຸພາກພື້ນແມ່ນໍ້າຂອງມີປະຊາຊົນຜູ້ທຸກຍາກເປັນຈຳນວນຫຼວງຫຼາຍ, ພື້ນຖານໂຄງລ່າງອ່ອນແອ ແລະຂາດເຂີນເງິນທຶນເປັນຈໍານວນຫຼາຍ, ການບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຍັງແມ່ນພາລະກິດໜັກໜ່ວງແລະຕ້ອງເດີນຕາມເສັ້ນທາງຍາວໄກ. ສະນັ້ນ ການຮ່ວມມື LM ຈຶ່ງຖືເອົາການວາງແຜນຮ່ວມມືເພື່ອຊຸກຍູ້ການພັດທະນາເປັນບູລິມະສິດອັນດັບໜຶ່ງ, ຍອມເປັນ “ລົດດຸດດິນ” ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງສະໜິດແໜ້ນ, ພະຍາຍາມຂຸດຄົ້ນທ່າແຮງບົ່ມຊ້ອນຂອງການພັດທະນາຂອງທຸກໆປະເທດ. ພວກເຮົາຕ້ອງສົ່ງເສີມຂໍ້ໄດ້ປຽບຢ່າງເຕັມທີ່ ນັ້ນກໍຄືມີທີ່ຕັ້ງພູມສາດຕິດຈອດກັນ; ເສີມສ້າງອຸດສາຫະກໍາທີ່ມີທ່າແຮງຂອງກັນແລະກັນ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດເຊິ່ງກັນແລະກັນທາງດ້ານພື້ນຖານໂຄງລ່າງຢ່າງຮອບດ້ານ, ເປີດກວ້າງການຄ້າແລະການລົງທຶນເຊິ່ງກັນແລະກັນຢ່າງເປັນເຈົ້າການ, ສືບຕໍ່ເສີມຂະຫຍາຍເຄືອຂ່າຍລະບົບຕ່ອງໂສ້ການຜະລິດແລະການສະໜອງໃນພາກພື້ນ ແລະສົ່ງເສີມການສ້າງຕັ້ງສະຖານະພາບຂອງການພັດທະນາຂອງ 6 ປະເທດທີ່ຮອບດ້ານ ມີຄຸນນະພາບສູງ, ມີທັງການຮ່ວມມືແລະການເຊື່ອມຕໍ່ກັນ, ລົງເລິກການເຊື່ອມສານແລະການພັດທະນາຢ່າງບໍ່ຢຸດຢັ້ງ, ເພີ່ມທະວີເຫງົາພະລັງພາຍໃນຂອງການຮ່ວມມື, ແບ່ງປັນຄວາມຮັບຜິດຊອບແລະຜົນປະໂຫຍດຮ່ວມກັນ.

ສົ່ງເສີມທ່າແຮງທາງທີ່ຕັ້ງພູມສາດທີ່ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ມີຄວາມຮູ້ຈັກແລະຄຸ້ນເຄີຍຕໍ່ວັດທະນະທໍາຂອງກັນແລະກັນ. ບັນດາປະເທດ LM ມີປະຫວັດສາດອັນຍາວນານ, ມີສາຍພົວພັນອັນສະໜິດແໜ້ນທາງດ້ານສັງຄົມແລະວັດທະນະທຳ, ປະຊາຊົນຂອງຫົກປະເທດມີການໄປມາຫາສູ່ກັນເລື້ອຍໆເໝືອນດັ່ງຍາດຕິພີ່ນ້ອງ, ນີ້ແມ່ນທ່າແຮງທີ່ເປັນເອກະລັກສະເພາະຂອງພວກເຮົາໃນການດໍາເນີນການຮ່ວມມື. ການຮ່ວມມື LM ຍາມໃດກໍຖືເອົາປະຊາຊົນເປັນໃຈກາງ, ຍຶດໝັ້ນໃນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ເຮັດໃຫ້ປະຊາຊົນນັບມື້ນັບມີຄວາມພໍໃຈຕໍ່ຜົນປະໂຫຍດທີ່ໄດ້ຮັບແລະມີຄວາມຮູ້ສຶກວ່າໃກ້ຊິດຂຶ້ນຕື່ມ. ພວກເຮົາອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະຊາຊົນບັນດາປະເທດລ້ອງແມ່ນໍ້າຂອງ, ດ້ວຍຈິດໃຈເຮັດແທ້ທໍາຈິງ ຄື “ຢຽບກ້ອນຫີນເຫຼືອໄວ້ຮອຍຕີນ ຈັບເຫຼັກເຫຼືອໄວ້ຮອຍມື”, ເພີ່ມທະວີການລົງທຶນໃນຂົງເຂດທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນໂດຍຍຶດໝັ້ນເຮັດຕໍ່ໄປ ເຊັ່ນການສຶກສາ, ສາທາລະນະສຸກ, ວຽກງານແມ່ຍິງ, ການຫຼຸດຜ່ອນຄວາມທຸກຍາກແລະໃນຂົງເຂດອື່ນໆ, ພະຍາຍາມຊຸກຍູ້ການເຊື່ອມສານທາງດ້ານຈິດໃຈ, ມີຄວາມໂອບເອື້ອອາລີຕໍ່ກັນ ແລະມີຄວາມເຂົ້າໃຈເຊິ່ງກັນແລະກັນ, ບໍາລຸງສ້າງຜູ້ເຂົ້າຮ່ວມ ຜູ້ໄດ້ຮັບຜົນປະໂຫຍດແລະຜູ້ສະໜັບສະໜູນພາລະກິດຂອງການຮ່ວມມື LM ໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນການຮ່ວມມື LM ຈະໄດ້ເດີນຕາມເສັ້ນທາງອັນຍາວໄກຢ່າງໝັ້ນຄົງ.

ປະຕິບັດຕາມທ່າອ່ຽງປະຫວັດສາດຂອງການເປີດປະຕູ, ການເຊື່ອມໂຍງເຂົ້າເປັນອັນດຽວກັນແລະການພັດທະນາຢ່າງກົມກຽວ. ໂດຍປະເຊີນໜ້າກັບລັດທິຝ່າຍດຽວແລະທ່າອ່ຽງຝືນໂລກາພິວັດ, 6 ປະເທດ LM ຍາມໃດກໍຍຶດໝັ້ນທິດທາງທີ່ຖືກຕ້ອງຂອງລັດທິຫຼາຍຝ່າຍແລະການເຊື່ອມໂຍງເສດຖະກິດພາກພື້ນແລະພະຍາຍາມສ້າງຕົວແບບທີ່ປະສົບຜົນສຳເລັດໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”ຮ່ວມກັນຢ່າງມີຄຸນນະພາບສູງ. ພວກເຮົາຊຸກຍູ້ການຮ່ວມມືລະຫວ່າງ LM ແລະກົນໄກລ້ອງແມ່ນໍ້າສາມສາຍ, ການຮ່ວມມືດ້ານເສດຖະກິດຂອງອະນຸພາກພື້ນແມ່ນໍ້າຂອງ, ຄະນະກໍາມາທິການແມ່ນໍ້າຂອງແລະກົນໄກອື່ນໆເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກັນແລະກັນ ຊຸກຍູ້ໃຫ້ມີຄວາມກ້າວໜ້າໄປພ້ອມກັນ, ຮ່ວມກັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນແລະຊຸກຍູ້ສາຍພົວພັນ ຄູ່ຮ່ວມມືຍຸດທະສາດຈີນ-ອາຊຽນລົງສູ່ລວງເລິກ.

ສາມ

ຍຸກໃໝ່ຮຽກຮ້ອງໃຫ້ມີຜົນງານໃໝ່. ການຮ່ວມມື LM ສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດແນວຄິດການຕ່າງປະເທດ ຂອງທ່ານສີຈິ້ນຜິງ, ໄດ້ເປັນການບຸກເບີກປະດິດສ້າງໃໝ່, ທັງເປັນການຝຶກຝົນຫຼໍ່ຫຼອມດ້ານວຽກງານການຕ່າງປະເທດຂອງຈີນຢ່າງຊີວິດຊີວາ. ເມື່ອປະເຊີນໜ້າກັບການແພ່ລະບາດຂອງພະຍາດ ແລະ ການປ່ຽນແປງຄັ້ງໃໝ່ທີ່ບໍ່ເຄີຍມີມາກ່ອນໃນໄລຍະຮ້ອຍປີ, ການຮ່ວມມື LM ຕ້ອງເປັນຜູ້ນໍາໜ້າ, ກ້າແບກຫາບຄວາມຮັບຜິດຊອບທັງເປັນຜູ້ນໍາພາທິດທາງການພັດທະນາ, ສືບຕໍ່ດໍາເນີນການຮ່ວມມືໃນຂົງເຂດຕ່າງໆຢ່າງເປັນຮູບປະທໍາ ແລະ ເຂົ້າສູ່ລວງເລິກ ເພື່ອສ້າງອະນາຄົດອັນດີງາມຍິ່ງຂຶ້ນໃຫ້ແກ່ປະຊາຊົນໃນອະນຸພາກພື້ນ.

ສືບຕໍ່ນໍາພາການຮ່ວມມືຕໍ່ສູ້ກັບການແພ່ລະບາດຂອງພະຍາດ. ໃນປັດຈຸບັນນີ້, ການແພ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນໄດ້ສິ້ນສຸດລົງເທື່ອ, ການສະກັດກັ້ນປ້ອງກັນພະຍາດ ແລະ ການຊ່ວຍເຫຼືອກອບກູ້ຊີວິດຍັງແມ່ນໜ້າທີ່ສໍາຄັນທີ່ສຸດ. ການຮ່ວມມື LM ຕ້ອງສ້າງເປັນຕົວແບບໃໝ່ ຂອງການຮ່ວມມືໃນການຕໍ່ສູ້ກັບການແພ່ລະບາດຂອງພະຍາດໃນສາກົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະຊາຄົມສຸຂະອະນາໄມຂອງມວນມະນຸດ. ຕ້ອງຍຶດໝັ້ນການປ້ອງກັນ ແລະ ຄວບຄຸມພະຍາດຢ່າງເຂັ້ມງວດ, ອອກແຮງເພີ່ມທະວີການຮ່ວມມືດ້ານວັກຊິນ ເພື່ອຊຸກຍູ້ການຍາດເອົາໄຊຊະນະໃນບັ້ນຕໍ່ສູ້ຕ້ານພະຍາດໃນສຸດທ້າຍ. ຕ້ອງເອົາໃຈໃສ່ການຮັບມືກັບສິ່ງທ້າທາຍໃນອະນາຄົດ, ຖືເອົາການຮ່ວມມືດ້ານສາທາລະນະສຸກເປັນທິດທາງສໍາຄັນໜຶ່ງຂອງການຮ່ວມມື LM, ນໍາໃຊ້ທຶນຮອນສະເພາະກິດດ້ານສາທາລະນະສຸກ LM ໃຫ້ດີ, ສະໜັບສະໜູນການປະຕິບັດໂຄງການຕິດຕາມກວດກາການແພ່ລະບາດຂອງພະຍາດດ້ວຍເຕັກໂນໂລຊີ, ການປ້ອງກັນແລະຄວບຄຸມພະຍາດຕິດຕໍ່ຂ້າມຊາຍແດນ, ຢາປິ່ນປົວພື້ນເມືອງ ແລະ ໂຄງ ການອື່ນໆ, ເພີ່ມທະວີຄວາມສາມາດໃນການສ້າງສາດ້ານສາທາລະນະສຸກຢູ່ 6 ປະເທດໃຫ້ດີ.

ຍຶດໝັ້ນການສົ່ງເສີມນໍ້າໃຈຂອງການເປັນຄູ່ຮ່ວມ. ອະນຸພາກພື້ນແມ່ນບ້ານເມືອງຮ່ວມຂອງພວກເຮົາ. ສະຖານະການສາກົນຍິ່ງມີຄວາມສັບສົນ ແລະ ການປ່ຽນແປງຫຼາຍເທົ່າໃດ 6 ປະເທດຍິ່ງຕ້ອງການເລັ່ງລັດການສ້າງສາປະຊາຄົມຮ່ວມຊາຕາກໍາລະຫວ່າງບັນດາປະເທດ LM ທີ່ມຸ່ງໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ. ຕ້ອງຮັກສາການໄປມາຫາສູ່ກັນຢ່າງສະໜິດແໜ້ນຂອງການນໍາຂັ້ນສູງ, ລົງເລິກການແລກປ່ຽນປະສົບການດ້ານການປົກຄອງປະເທດ ແລະ ບໍລິຫານລັດ, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ແລະ ໃນທຸກຂົງເຂດ, ສ້າງຈຸດເຕີບໂຕໃໝ່ໃນການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່. ຊັບພະຍາກອນນໍ້າ LM ແມ່ນຂົວຕໍ່ທີ່ຊ່ວຍຮັດແໜ້ນສາຍພົວພັນລະຫວ່າງບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າ, ຕ້ອງເຄົາລົບນັບຖືສິດຜົນປະໂຫຍດອັນຊອບທໍາໃນການພັດທະນາ ແລະ ນໍາໃຊ້ຊັບພະຍາກອນດັ່ງກ່າວຢ່າງສົມເຫດສົມຜົນ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ສ້າງຄວາມເຂົ້າໃຈກັນ, ສະໜັບສະໜູນເຊິ່ງກັນແລະກັນ, ເອົາໃຈໃສ່ຕໍ່ຄວາມສົນໃຈຂອງກັນລະກັນ, ຮ່ວມກັນຍົກສູງຄວາມສາມາດສັງລວມດ້ານການຄວບຄຸມລ້ອງແມ່ນໍ້າ ແລະ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ, ເສີມສ້າງຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດຢູ່ຕອນເທິງ ແລະ ຕອນລຸ່ມລຽບຕາມແມ່ນໍ້າ.

ສືບຕໍ່ຊຸກຍູ້ການພັດທະນາຮ່ວມກັນ. ການຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດຢູ່ໃນພາກພືື້ນ, ເພີ່ມທະວີການເຊື່ອມໂຍງດ້ານພື້ນຖານໂຄງລ່າງ ແລະ ການຄ້າ ເປັນສິ່ງທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ການພັດທະນາຂອງຂະແໜງການ ແລະ ການຂະຫຍາຍຕົວຂອງເສດຖະກິດໃນອະນຸພາກພື້ນ. ຕ້ອງຊຸກຍູ້ເຮັດໃຫ້ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ມີຜົນສັກສິດໂດຍໄວ, ເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ການເຊື່ອມໂຍງເຊື່ອມຈອດກັນ, ເລັ່ງລັດຊຸກຍູ້ໂຄງການເສັ້ນທາງລົດໄຟ ຈີນ-ລາວ, ໂຄງການເສັ້ນທາງລົດໄຟ ຈີນ-ໄທ ແລະ ໂຄງການໃຫຍ່ ສໍາຄັນອື່ນໆ, ກໍານົດຊ່ອງທາງຕົວຈິງໃນການເຊື່ອມຕໍ່ລະຫວ່າງຂອບການຮ່ວມມື LM ກັບ “ແລວທາງການຄ້າທາງບົກ ແລະ ທາງທະເລສາກົນໃໝ່”, ລົງເລິກການຮ່ວມມືດ້ານການຄ້າຊາຍແດນ, ການຄ້າເອເລັກໂຕນິກຂ້າມຊາຍແດນ ແລະ ເຂດອຸດສາຫະກໍາ, ຮ່ວມກັນສ້າງສາແຖບການພັດທະນາເສດຖະກິດລ້ອງ LM. ໂດຍຕ້ອງເປັນເຈົ້າການຮັບມືກັບການປ່ຽນແປງ, ລົງເລິກການປະຕິຮູບດ້ານໂຄງປະກອບ, ສ້າງກໍາລັງຊຸກຍູ້ການພັດທະນາໃໝ່ດ້ວຍການປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດ ແລະ ການຫັນເປັນດີຈີຕອນ.

ຮັກສາ ແລະ ທະນຸຖະໜອມຄວາມສຸກຂອງປະຊາຊົນຢ່າງໜຽວແໜ້ນ. ຕ້ອງເອົາໃຈໃສ່ ແລະ ລົງເລິກການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ຈັດຕັ້ງປະຕິບັດໂຄງການກະສິກໍາ, ໂຄງການລົບລ້າງຄວາມທຸກຍາກ ແລະ ໂຄງການອື່ນໆທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງແໜ້ນແຟ້ນໃຫ້ດີ, ເລັ່ງລັດປະຕິບັດ ຍຸດທະສາດການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ດໍາເນີນການຮ່ວມມືດ້ານການປັບປຸງຄຸນນະພາບອາກາດ, ການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນ ແລະດ້ານອື່ນໆ. ເປີດກວ້າງການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ ແລະ ຊາວໜຸ່ມ ເປັນຕົ້ນ, ອອກແຮງສະໜັບສະໜູນການຮ່ວມມືລະຫວ່າງທ້ອງຖິ່ນ, ປຸກລະດົມຂົນຂວາຍຄວາມຈູບຈ້າວຫ້າວຫັນຂອງບັນດາສະມາຄົມ, ວິສາຫະກິດ ແລະ ຊັບພະຍາກອນປະຊາຊົນ, ເພີ່ມທະວີການສ້າງສະຫະພັນຂະແໜງການ ແລະສືບຕໍ່ເພີີ່ມເຫງົ້າພະລັງການຮ່ວມມືພາຍໃນ.

ມີສາຍພູສາຍນໍ້າຕິດຈອດກັນ, ຕ້ອງຮ່ວມແຮງຮ່ວມຈິດຮ່ວມໃຈກັນ. ປີນີ້ແມ່ນປີ ຄົບຮອບ 100 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ. ໃນຕົ້ນເດືອນນີ້, ກອງປະຊຸມຄັ້ງທີ ຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນສະໄໝທີ 13 ໄດ້ຮັບຮອງຜ່ານ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ແລະ ວິໄສທັດການພັດທະນາຮອດປີ 2035. ປະເທດຈີນຈະເລີ່ມກ້າວເຂົ້າສູ່ກາລະໂອກາດໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ເລັ່ງລັດສ້າງສະພາບການພັດທະນາແບບໃໝ່ທີ່ຖືການໝູນວຽນພາຍໃນປະເທດເປັນຫຼັກ, ການໝູນວຽນພາຍໃນ ແລະ ຕ່າງປະເທດຊ່ວຍຊູຍູ້ໜູນກັນ, ເຊິ່ງບໍ່ພຽງແຕ່ແມ່ນໄລຍະແຫ່ງການພັດທະນາໃໝ່ຂອງຈີນເທົ່ານັ້ນ ຍັງແມ່ນໂອກາດໃໝ່ໃຫ້ແກ່ການຮ່ວມມື LM ອີກດ້ວຍ. ພວກເຮົາຈະຮ່ວມກັບບັນດາປະເທດແມ່ນໍ້າຂອງ, ຊຸກຍູ້ການຮ່ວມມື LM, ພະຍາຍາມສ້າງພາກພື້ນ LM ໃຫ້ມີສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຫຼາຍກວ່າເກົ່າ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການສ້າງສາປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ!