ທະ​ນາ​ຄານ​ກາງ​ມຽນ​ມາ​ຈະ​ເບີກ​ເງິນ 6 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ມີ​ຄວາມ​ດຸ່ນ​ດ່ຽງ

CRI, May 19, 2021
Size:

ວັນທີ 12 ພຶດສະພານີ້, ທະນາຄານກາງມຽນມາໄດ້ປະກາດວ່າຈະເບີກເງິນ 6 ລ້ານໂດລາສະຫະລັດເພື່ອເຮັດໃຫ້ອັດຕາແລກປ່ຽນເງິນຕາໃນຕະຫຼາດມີຄວາມດຸ່ນດ່ຽງ. ໃນມື້ດຽວກັນ, ອັດຕາແລກປ່ຽນເງິນຈາດກັບເງິນໂດລາສະຫະລັດທີ່ທະນາຄານກາງມຽນມາກຳນົດໄວ້ແມ່ນ 1.650 ຈາດຕໍ່ 1 ໂດລາ, ແຕ່ປັດຈຸບັນ ອັດຕາແລກປ່ຽນດັ່ງກ່າວໄດ້ເພີ່ມຂຶ້ນຫຼາຍກວ່າ 1.700 ຈາດຕໍ່ 1 ໂດລາ.

ສື່ມວນຊົນທາງການຂອງມຽນມາລາຍງານວ່າ: ວັນທີ 9 ພຶດສະພານີ້, ອັດຕາການແລກປ່ຽນເງິນຈາດກັບເງິນໂດລາສະຫະລັດແມ່ນ 1.660 ຈາດຕໍ່ 1 ໂດລາ, ເປັນລະດັບຕ່ຳສຸດໃນປະຫວັດສາດ. ເດືອນມັງກອນປີນີ້, ອັດຕາແລກປ່ຽນດັ່ງກ່າວແມ່ນ 1330 ຈາດຕໍ່ 1 ໂດລາ. ຍ້ອນໄດ້ຮັບຜົນກະທົບຈາກຄວາມວຸ້ນວ້າຍທາງການເມືອງຢູ່ມຽນມາ, ອັດຕາແລກປ່ຽນເງິນຈາດພາຍໃນ 4 ເດືອນໄດ້ຫຼຸດລົງ 330%, ຈັງຫວະການຫຼຸດລົງແມ່ນຫຼາຍກວ່າ 20%. ວັນທີ 20 ກັນຍາປີ 2018, ອັດຕາແລກປ່ຽນເງິນຈາດກັບເງິນໂດລາສະຫະລັດແມ່ນ 1650 ຈາດຕໍ່ 1 ໂດລາ ເຊິ່ງເປັນຈຸດຕ່ຳສຸດໃນປະຫວັດສາດ.