​ໄທ​ຈະ​ເປີດ​ບໍລິການ​ສັກ​​ວັກ​ຊີ​ນພະຍາດ​ໂຄ​ວິດ-19 “​ແບບ​ປະຕູ​ດຽວ”

CRI, May 19, 2021
Size:

ວັນທີ 12 ພຶດສະພານີ້, ພາຍຫຼັງໄດ້ຈັດກອງປະຊຸມຄະນະກຳມະການວັກຊີນແຫ່ງຊາດໄທແລ້ວ, ທ່ານອະນຸທິນ ຊານວີຣະກູນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ຕົກລົງເຫັນດີໃຫ້ເປີດການບໍລິການສັກວັກຊີນໂຄວິດ-19 “ແບບປະຕູດຽວ” ສຳລັບປະຊາຊົນທີ່ບໍ່ສາມາດຈອງການສັກວັກຊີນທາງອິນເຕີແນັດ, ລັດຖະບານຈະຈັດສະຖານທີ່ສັກວັກຊີນຢູ່ສູນການຄ້າ, ສູນການຂົນສົ່ງຕ່າງໆທີ່ມີເນື້ອທີ່ກວ້າງຂວາງ ແລະລະບາຍອາກາດໄດ້ດີ, ເພື່ອອຳນວຍຄວາມສະດວກຫຼາຍທີ່ສຸດໃຫ້ແກ່ປະຊາຊົນທີ່ບໍ່ສາມາດຈອງສັກວັກຊີນທາງອິນເຕີແນັດໄດ້.

ກ່ອນໜ້ານີ້, ລັດຖະບານໄທໄດ້ປະຕິບັດນະໂຍບາຍສັກວັກຊີນໂຄວິດ-19 ໂດຍຈັດລະດັບຄວາມສ່ຽງ, ໄດ້ໃຫ້ບູລິມະສິດແກ່ພະນັກງານການແພດ, ພະນັກງານປ້ອງກັນພະຍາດ ແລະເຂດທີ່ມີສະພາບພະຍາດຢ່າງຮ້າຍແຮງ, ຈາກນັ້ນໄດ້ອອກAPPໃຫ້ຈອງການຈັກວັກຊີນທາງອິນເຕີແນັດ ເພື່ອຈັດວາງການສັກວັກຊີນຕາມການຈອງ. ມາຮອດປັດຈຸບັນນີ້, ໄທໄດ້ສັກວັກຊີນໄດ້ແລ້ວຫຼາຍກວ່າ 1,8 ລ້ານຫຼອດ.