ພະ​ນັກ​ງານ​ຢູ່ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມ​ຂອງ​ໄທຕິດ​ເຊື້ອ​ໂຄວິດ-19 ຈຳ​ນວນ 126 ຄົນ

CRI, May 18, 2021
Size:

     ວັນທີ 16 ພຶດສະພານີ້, ຜູ້ຮັບຜິດຊອບວຽກງານຄວາມປອດໄພສະໜາມບິນສາກົນສຸວັນນະພູມຂອງໄທກ່າວໃນກອງປະຊຸມຂ່າວກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສະໜາມບິນວ່າ: ອີງຕາມຜົນກວດຫາເຊື້ອຫຼ້າສຸດໃນວັນທີ 16 ພຶດສະພານີ້, ສະໜາມບິນສາກົນສຸວັນນະພູມມີພະນັກງານຕິດເຊື້ອໂຄວິດ-19 ຈຳນວນ 126 ຄົນ, ຍັງມີຜູ້ໃກ້ຊິດ 191 ຄົນກຳລັງລໍຖ້າຜົນກວດຫາເຊື້ອ. ຜູ້ຕິດເຊື້ອເຫຼົ່ານີ້ລ້ວນແຕ່ເປັນພະນັກງານຂອງພະແນກຕ່າງໆໃນສະໜາມບິນ, ລວມທັງພະນັກງານບໍລິສັດການບິນ ບໍລິສັດໄປສະນີ ແລະບໍລິສັດຈໍລະຈອນສິນຄ້າ.

     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຈຳນວນພະນັກງານສະໜາມບິນແລະຜູ້ກ່ຽວຂ້ອງລວມທັງໝົດມີ 5 ໝື່ນຄົນ, ກ່ອນໜ້ານີ້, ສະໜາມບິນໄດ້ສັກວັກຊີນ ໃຫ້ພະນັກງານທີ່ມີຄວາມສ່ຽງຕິດເຊື້ອອ່າວສູງຄົບ 2 ເຂັມມີຈຳນວນ 4000 ກວ່າຄົນແລ້ວ, ພະນັກງານສ່ວນທີ່ເຫຼືອກໍຈະເລັ່ງສັກວັກຊີນໃຫ້ໄດ້ໂດຍໄວເທົ່າທີ່ຈະໄວໄດ້.