ອາຄານຜູ້ໂດຍສານຂອງສະໜາມບິນສາກົນສຸວັນນະພູມຂອງໄທທີ່ຮັບເໝົາກໍ່ສ້າງໂດຍບໍລິສັດຈີນໄດ້ສ້າງສຳເລັດແລ້ວ

CRI, May 18, 2021
Size:

ຫວ່າງກ່ອນນີ້ບໍ່ດົນ, ອາຄານຜູ້ໂດຍສານຂອງສະໜາມບິນສາກົນສຸວັນນະພູມຂອງໄທທີ່ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງຈີນຈຳກັດ ໄດ້ສ້າງສຳເລັດແລ້ວ ແລະໄດ້ເຂົ້າສູ່ຂັ້ນຕອນການກວດກາເພື່ອມອບໂຄງການ.

ອາຄານຜູ້ໂດຍສານແຫ່ງໃໝ່ດັ່ງກ່າວ ມີເນື້ອທີ່ 216.000 ຕາແມັດ, ຍາວ 1.070 ແມັດ. ຕອນກາງຂອງອາຄານມີ 4 ຊັ້ນ, ເຊິ່ງດ້ານຂ້າງ 2 ເບື້ອງມີ 3 ຊັ້ນ, ເປັນອາຄານທີ່ມີລັກສະນະພິເສດຂອງໄທ ແລະລັກສະນະສະໄໝໃໝ່ປະສົມປະສານກັນ.