​ໄຂກອງ​ປະຊຸມສຳ​ມະ​ນາກາ​ນຄ້າ ​ແລະ​ການ​ລົງທຶນ​ແບບ​ກວມ​ລວມຂອງAPEC​

CRI, May 17, 2021
Size:

ວັນທີ 14 ພຶດສະພານີ້, ກະຊວງການຄ້າຈີນໄດ້ຈັດກອງປະຊຸມສຳມະນາການຄ້າ ແລະການລົງທຶນແບບກວມລວມຂອງ APEC ຜ່ານທາງອອກນລາຍ ແລະອອຟລາຍ. ຜູ້ເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະຕາງປະເທດຊີ້ໃຫ້ເຫັນວ່າ: ອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APECຄວນສືບຕໍ່ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ຊອກຫາລະບຽບການໃໝ່ເພື່ອຊຸກຍູ້ການພັດທະນາແບບກວມລວມຂອງພາກພື້ນ ກໍຄືຂອງໂລກ.

APECແມ່ນເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດທີ່ສຳຄັນໃນພາກພື້ນອາຊີ-ປາຊີຟິກ, ກໍແມ່ນກົນໄກການຮ່ວມມືດ້ານເສດຖະກິດລະຫວ່າງລັດຖະບານຂອງບັນດາປະເທດອາຊີ-ປາຊີຟິກລະດັບສູງສຸດ. ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ທີ່ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ທ່າອ່ຽງການຄ້າ-ການລົງທຶນແບບກວມລວມໃນຍຸກໃໝ່, ນະໂຍບາຍການຄ້າ-ການລົງທຶນແບບກວມລວມ, ການຈັດຕັ້ງປະຕິບັດນະໂຍບາຍ ແລະອື່ນໆ.