ນະຄອນຢາງກຸງຂອງມຽນມາເກີດເຫດການລະເບີດ 3 ເທື່ອລຽນຕິດ

CRI, May 17, 2021
Size:

ລະຫວ່າງຕອນບ່າຍຫາຕອນຄ່ຳຂອງວັນທີ 15 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຢາງກຸງຂອງມຽນມາໄດ້ເກີດເຫດການລະເບີດ 3 ເທື່ອລຽນຕິດ ເຊິ່ງໄດ້ເຮັດໃຫ້ 1 ຄົນເສຍຊີວິດ ແລະ 2 ຄົນບາດເຈັບ.

ໃນເວລາປະມານ 16 ໂມງ 15 ນາທີຂອງມື້ດຽວກັນ, ຢູ່ບໍລິເວນປ້ຳນ້ຳມັນແຫ່ງໜຶ່ງທີ່ເມືອງອົກກາລາປາເໜືອຂອງນະຄອນຢາງກຸງໄດ້ເກີດເຫດການລະເບີດ ເຊິ່ງໄດ້ເຮັດໃຫ້ 3 ຄົນບາດເຈັບກັບທີ່, ໃນນັ້ນມີຄົນໜຶ່ງໄດ້ເສຍຊີວິດພາຍຫຼັງສົ່ງໄປປິ່ນປົວຢູ່ໂຮງໝໍບໍ່ດົນ.

ໃນເວລາປະມານ 20 ໂມງຂອງມື້ດຽວກັນ, ຢູ່ບໍລິເວນໃກ້ຄຽງຮ້ານເບຍແຫ່ງໜຶ່ງທີ່ເມືອງທີງການຈູນຂອງນະຄອນຢາງກຸງ ໄດ້ເກີດເຫດການລະເບີດ ເຊິ່ງໄດ້ເຮັດໃຫ້ລົດຄັນໜຶ່ງເກີດໄຟໄໝ້ ແຕ່ບໍ່ໄດ້ພົບເຫັນມີຄົນເສຍຊີວິດຫຼືບາດເຈັບໃນເຫດການລະເບີດຄັ້ງນີ້.

ໃນເວລາປະມານ 22 ໂມງຂອງມື້ດຽວກັນ, ຢູ່ບໍລິເວນໃກ້ຄຽງຫ້ອງການເຈົ້າໜ້າທີ່ປົກຄອງເມືອງອິນເຊນຂອງນະຄອນຢາງກຸງໄດ້ເກີດເຫດການລະເບີດອີກເທື່ອໜຶ່ງ ແລະບໍ່ໄດ້ພົບເຫັນມີຜູ້ເສຍຊີວິດຫຼືບາດເຈັບເຊັ່ນກັນ, ແຕ່ສິ່ງກໍ່ສ້າງຕ່າງໆຢູ່ບໍລິເວນໃກ້ຄຽງລ້ວນແຕ່ໄດ້ເກີດມີການສັ່ນສະເທືອນຢ່າງຮ້າຍແຮງ ພ້ອມທັງໄດ້ພາໃຫ້ໄຟຂາດຢູ່ບໍລິເວນດັ່ງກ່າວ.