ແຂວງ​ອຸ​ດົມ​​ໄຊໄດ້​ມອບ​ໃບຍ້ອງ​ຍໍໃຫ້​ກັບ​ໜ່ວຍ​ງານ​​ຊ່ຽວ​ຊານແພດ​ໝໍຈີນ​ທີ່​​ໄປ ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

CRI, May 13, 2021
Size:

ແຂວງອຸດົມໄຊໄດ້ມອບໃບຍ້ອງຍໍໃຫ້ກັບໜ່ວຍງານຊ່ຽວຊານແພດໝໍຈີນທີ່ໄປ ຊ່ວຍເຫຼືອປະເທດລາວຕ້ານກັບພະຍາດໂຄວິດ-19_fororder_微信图片_20210513170443

ວັນທີ 11 ພຶດສະພານີ້, ເພື່ອຍ້ອງຍໍຊົມເຊີຍແລະສະແດງຄວາມຂອບໃຈນຳໜ່ວຍງານຊ່ຽວຊານແພດໝໍຈີນທີ່ໄດ້ໄປຊ່ວຍເຫຼືອລາວຕ້ານກັບພະຍາດໂຄວິດ-19 ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນແລະຄວບຄຸມພະຍາດຢູ່ແຂວງອຸດົມໄຊ, ແຂວງອຸດົມໄຊຈຶ່ງຕົກລົງມອບໃບຍ້ອງຍໍໃຫ້ກັບໜ່ວຍງານຊ່ຽວຊານແພດໝໍດັ່ງກ່າວ.

ແຂວງອຸດົມໄຊໄດ້ມອບໃບຍ້ອງຍໍໃຫ້ກັບໜ່ວຍງານຊ່ຽວຊານແພດໝໍຈີນທີ່ໄປ ຊ່ວຍເຫຼືອປະເທດລາວຕ້ານກັບພະຍາດໂຄວິດ-19_fororder_微信图片_20210513170511


ແຂວງອຸດົມໄຊໄດ້ມອບໃບຍ້ອງຍໍໃຫ້ກັບໜ່ວຍງານຊ່ຽວຊານແພດໝໍຈີນທີ່ໄປ ຊ່ວຍເຫຼືອປະເທດລາວຕ້ານກັບພະຍາດໂຄວິດ-19_fororder_微信图片_20210513170538

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດລາວ, ຕອນເຊົ້າວັນທີ 9 ພຶດສະພານີ້, ໜ່ວຍງານຊ່ຽວຊານແພດໝໍຈີນໄດ້ເດີນທາງໄປແຂວງທາງພາກເໜືອຂອງລາວຢ່າງຮີບດ່ວນ ເພື່ອໃຫ້ການຮ່ວມມືຕ້ານກັບພະຍາດ. ໜ່ວຍງານຊ່ຽວຊານແພດໝໍຈີນໄດ້ແບ່ງເປັນສອງໜ່ວຍງານ, ໜ່ວຍງານໜຶ່ງໄດ້ໄປເຖິງແຂວງອຸດົມໄຊ ແລະອີກໜ່ວຍງານໜຶ່ງໄດ້ໄປແຂວງຫຼວງພະບາງແລະແຂວງບໍ່ແກ້ວ.