ໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ໄດ້ຟື້ນຟູການກໍ່ສ້າງຢ່າງຮອບດ້ານ

lmcchina.org, May 13, 2021
Size:

ຫວ່າງບໍ່ດົນມານີ້, ໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ທີ່ຮັບເໝົາກໍ່ສ້າງໂດຍບໍລິສັດ ພາວເວີ ຊາຍນາ ເລກ 10 ໄດ້ຄົບເງື່ອນໄຂການຟື້ນຟູການກໍ່ສ້າງຢ່າງຮອບດ້ານ ພາຍຫຼັງໄດ້ດຳເນີນວຽກງານກະກຽມຟື້ນຟູການກໍ່ສ້າງເປັນເວລາເກືອບ 4 ເດືອນ.

ນັບແຕ່ເດືອນສິງຫາ 2019 ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ສາຍເຫດອື່ນໆ ເຮັດໃຫ້ກການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3 ຈໍາເປັນຕ້ອງໂຈະ ຫຼື ເຄິ່ງໂຈະໄວ້ເປັນເວລາດົນສົມຄວນ, ເຊິ່ງໄດ້ຮັບຄວາມເອົາໃຈໃສ່ໃນລະດັບສູງຈາກລັດຖະບານສອງຝ່າຍ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ. ໂດຍໄດ້ຄຳນຶງເຖິງສະພາບລວມ ແລະ ອີງຕາມຄວາມຕ້ອງການອັນຮີບດ່ວນຂອງລັດຖະບານລາວ ແລະ ລັດວິສາຫະກິດໄຟຟ້າລາວ (ເຈົ້າຂອງໂຄງການ), ພະແນກຄຸ້ມຄອງໂຄງການໄດ້ຕັ້ງໜ້ານຳໃຊ້ວັດສະດຸອຸປະກອນຕ່າງໆຢູ່ພາກສະໜາມ, ດຳເນີນການກໍ່ສ້າງແບບຈໍານວນໜ້ອຍ ແລະ ກໍ່ສ້າງບາງພາກສ່ວນຂອງໂຄງການ ເພື່ອຫຼຸດຄວາມເສຍຫາຍທີ່ເກີດຈາກການໂຈະນຳໃຊ້ອຸປະກອນ ແລະ ບຸກຄະລາກອນ, ທັງເປັນການກະກຽມດ້ານເວລາໃຫ້ແກ່ເຈົ້າຂອງໂຄງການໃນການຂໍກູ້ຢືມເງິນໃຫ້ແກ່ໂຄງການ, ຊ່ວຍຫຼຸດຄວາມເສຍຫາຍຂອງທຸກຝ່າຍໃຫ້ໜ້ອຍລົງຢ່າງເຕັມຄວາມສາມາດ ແລະ ຮັກສາໄດ້ຊື່ສຽງຂອງລັດວິສາຫະກິດຂອງຈີນຢູ່ຕ່າງປະເທດ. ມາຮອດປັດຈຸບັນ, ການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 3 ໄດ້ສຳເລັດການກໍ່ສ້າງແລ້ວທັງໝົດ 78,3%, ເຊິ່ງວຽກງານການກໍ່ສ້າງໜ້າດິນໄດ້ກ້າວໄປສູ່ໄລຍະເທເບຕົງຢ່າງຮອບດ້ານ, ການຕິດຕັ້ງອຸປະກອນໄຟຟ້າ, ການກໍ່ສ້າງໂຄງສ້າງໂລຫະ ແລະ ການສ້າງສາຍສົ່ງໄຟຟ້າກໍຄົບເງື່ອນໄຂດຳເນີນການກໍ່ສ້າງຢ່າງຮອບດ້ານແລ້ວ.

ມາຮອດປັດຈຸບັນ, ພະແນກຄຸ້ມຄອງໂຄງການໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຈໍານວນໜຶ່ງເຊັ່ນ: ໄລຍະເວລາການກໍ່ສ້າງທີ່ມີຄວາມຈຳກັດ, ການຈັດຊື້ວັດຖຸອຸປະກອນ ແລະ ການດຳເນີນການກໍ່ສ້າງ ແລະດ້ານອື່ນໆທີ່ມີຄວາມຫຍຸ້ງຍາກຍ້ອນການລະບາດຮອບໃໝ່ຂອງພະຍາດໂຄວິດຢູ່ ສປປ ລາວ, ເພື່ອຮັບປະກັນໃຫ້ສຳເລັດການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກໃນປີ 2022 ຕາມແຜນການທີ່ໄດ້ວາງໄວ້. ພະແນກຄຸ້ມຄອງໂຄງການໄດ້ກ່າວວ່າ: ພວກເຮົາຕ້ອງຍຶດໝັ້ນທ່າທີການເຮັດວຽກທີ່ຫ້າວຫັນຢ່າງເຕັມສ່ວນ ເພື່ອເຮັດໃຫ້ວຽກງານໄດ້ຮັບການດຳເນີນໄປຢ່າງວ່ອງໄວ ແລະ ເປັນຂະບວນຟົດຟື້ນ, ພ້ອມທັງຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂຄວາມຫຍຸ້ງຍາກຕ່າງໆ ເພື່ອຍາດເອົາໄຊຊະນະຂອງບັ້ນຮົບກໍ່ສ້າງໂຄງການດັ່ງກ່າວນີ້ໃຫ້ສຳເລັດ.

ເຂື່ອນໄຟຟ້ານ້ຳງື່ມ 3 ຕັ້ງຢູ່ແຂວງໄຊສົມບູນ ພາກກາງຂອງປະເທດລາວ, ເປັນເຂື່ອນໄຟຟ້າຂັ້ນທີ 3 ຕາມລຳນ້ຳງື່ມພາຍໃນປະເທດລາວ, ສາມາດກັກເກັບນ້ຳໄດ້ 1,411 ຕື້ແມັດກ້ອນຕາມການອອກແບບ, ມີກຳລັງຕິດຕັ້ງທັງໝົດ 480 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ສະເລ່ຍຕໍ່ປີ 2,345 ຕື້ ກິໂລວັດ/ໂມງ ເປັນເວລາຫຼາຍປີລຽນຕິດ. ເຂື່ອນໄຟຟ້ານ້ຳງື່ມ 3 ແມ່ນໂຄງການສໍາຄັນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ, ທັງເປັນໂຄງການເຂື່ອນໄຟຟ້າແຮງນ້ຳທີ່ໃຫຍ່ທີ່ສຸດ ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງຢູ່ປະເທດລາວໃນປັດຈຸບັນ.