ບັນທຶກປະຈຳວັນຂອງຄະນະຊ່ຽວຊານການແພດ ສປ ຈີນ ທີ່ມາຊ່ວຍເຫຼືອ ສປປ ລາວ ໃນການຕໍ່ຕ້ານພະຍາດໂຄວິດ-19

Yunnan Gateway, May 13, 2021
Size:

ບໍ່ດົນມານີ້,ເພື່ອຊ່ວຍເຫຼືອໃຫ້ ສປປ ລາວເອົາຊະນະການລະບາດຂອງພະຍາດໂຄວິດ-19, ຄະນະຊ່ຽວຊານການແພດຂອງລັດຖະບານຈີນທີ່ໄປສະໜັບສະໜູນ ສປປ ລາວ ມີທັງໝົດ 25 ທ່ານ, ວັນທີ 4 ເດືອນພຶດສະພາ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ, ມາຮອດປັດຈຸບັນ ໄດ້ສຸມກຳລັງແຮງໃນການຕໍ່ຕ້ານພະຍາດໂຄວິດ-19 ເປັນເວລາເຈັດມື້ລຽນຕິດແລ້ວ, ພວກເຮົາມາເບິ່ງບັນທຶກປະຈຳວັນຂອງຄະນະຊ່ຽວຊານການແພດຈີນໃນການຕໍ່ຕ້ານພະຍາດໂຄວິດ-19 ນຳກັນ.


ມື້ທຳອິດ


ຄະນະຊ່ຽວຊານເດີນທາງມາເຖິງນະຄອນຫຼວງວຽງຈັນ. ຄັ້ງນີ້ເປັນຄັ້ງທີສອງທີ່ແຂວງຢຸນນານແຕ່ງຕັ້ງຄະນະຊ່ຽວຊານການແພດຕ້ານພະຍາດໂຄວິດ-19 ເດີນທາງໄປປະເທດລາວ.


ມື້ທີສອງ

ຄະນະຊ່ຽວຊານຈີນ-ລາວ ສອງຝ່າຍມີການແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງໂດຍອີງໃສ່ບັນຫາໃໝ່, ຄວາມຕ້ອງການໃໝ່ຂອງການລະບາດພະຍາດໂຄວິດ-19ໃນຮອບນີ້. ພ້ອມກັນນັ້ນ, ຄະນະຊ່ຽວຊານໄດ້ແບ່ງເປັນຈຸໄປຫ້ອງກວດວິເຄາະຫາເຊື້ອພະຍາດໂຄວິດ-19, ໂຮງໝໍສຳລັບປິ່ນປົວພະຍາດໂຄວິດ-19 ເພື່ອຮັບຮູ້ສະພາບຕົວຈິງ, ສ່ອງແສງບັນຫາທີ່ພົບເຫັນໃຫ້ແກ່ຜູ້ຊ່ຽວຊານຝ່າຍລາວ, ພ້ອມທັງໃຫ້ຄຳແນະນຳ.




ມື້ທີສາມ

ຜູ້ຊ່ຽວຊານຂອງຈຸຄວບຄຸມພະຍາດ ໄປສຳຫຼວດທີ່ຫ້ອງກວດວິເຄາະຫາເຊື້ອພະຍາດ merieux; ຜູ້ຊ່ຽວຊານຄວບຄຸມພະຍາດ ໄດ້ໃຫ້ຄຳແນະນຳກ່ຽວກັບການປ້ອງກັນ ແລະ ການຂ້າເຊື້ອຕໍ່ພະນັກງານທີ່ເຮັດວຽກໃນໂຮງແຮມຫຼັກ. ຄະນະຊ່ຽວຊານເດີນທາງໄປດ່ານຂົວມິດຕະພາບເພື່ອຮັບຮູ້ສະພາບຕົວຈິງ, ກວດເບິ່ງມາດຕະການຕ່າງໆກ່ຽວກັບການປ້ອງກັນການລະບາດຂອງດ່ານ.




ມື້ທີສີ່

ຜູ້ຊ່ຽວຊານຄວບຄຸມການລະບາດຂອງຄະນະຊ່ຽວຊານການແພດ ໄດ້ດຳເນີນການຝຶກອົບຮົມ ແລະ ໃຫ້ຄຳແນະນຳຕໍ່ກັບໂຮງໝໍທີ່ຮັບປິ່ນປົວຄົນຕິດພະຍາດໂຄວິດ-19. ສຳຫຼວດ ແລະ ໃຫ້ຄຳແນະນຳກ່ຽວກັບວຽກປ້ອງກັນການລະບາດຂອງພະຍາດທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ພ້ອມຝຶກອົບຮົມພາກສະໜາມໃຫ້ແກ່ຜູ້ຈັດການທີ່ເຮັດວຽກກ່ຽວກັບການປ້ອງກັນພະຍາດໂຄວິດ-19.




ມື້ທີຫ້າ

ຄະນະຊ່ຽວຊານຄວບຄຸມພະຍາດ ໄດ້ໄປສຳຫຼວດທີ່ໂຮງແຮມຮອງຮັບກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19. ຄະນະຊ່ຽວຊານຄວບຄຸມການລະບາດໄປທີ່ກະຊວງສາທາລະນະສຸກ ເພື່ອຝຶກອົບຮົມໃຫ້ຫົວໜ້າ ແລະ ພະນັກງານການແພດຂອງໂຮງໝໍສຳລັບປິ່ນປົວພະຍາດໂຄວິດ-19 ແລະ ໂຮງໝໍສະໜາມ.

ມາຮອດປັດຈຸບັນນີ້, ຄະນະຊ່ຽວຊານຄວບຄຸມການລະບາດ ສຳເລັດວຽກຝຶກອົບຮົມໃຫ້ຫົວໜ້າ ແລະ ພະນັກງານການແພດຂອງໂຮງໝໍສຳລັບປິ່ນປົວພະຍາດໂຄວິດ ແລະ ໂຮງໝໍສະໜາມ ເປັນຈຳນວນ 200 ເທື່ອຄົນ ໃນເວລາສອງມື້




ມື້ທີຫົກ

ຄະນະຊ່ຽວຊານ 17 ທ່ານ ເດີນທາງໄປພາກເໜືອຂອງລາວ ຄະນະຊ່ຽວຊານແບ່ງເປັນສອງທີມ, ແບ່ງດຳເນີນການເຮັດວຽກໜຶ່ງອາທິດໃນແຂວງຫຼວງພະບາງ ແຂວງອຸດົມໄຊ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ. ໃນນັ້ນ, ທີມໜຶ່ງຂີ່ລົດໄປແຂວງອຸດົມໄຊ, ທີມໜຶ່ງໄປພະແນກສາທາລະນະສຸກແຂວງຫຼວງພະບາງ ເພື່ອຮັບຮູ້ສະພາບຕົວຈິງຂອງພະຍາດໂຄວິດ-19 ທີ່ຫຼວງພະບາງ ແລະ ມີການແລກປ່ຽນຄວາມຄິດຄວາມເຫັນກັບຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ, ພ້ອມກັນນັ້ນ ກໍຮ່ວມກັບຝ່າຍລາວວາງແຜນການເຮັດວຽກໃນຕໍ່ໜ້າຂອງຄະນະຊ່ຽວຊານທີ່ຫຼວງພະບາງ.





ມື້ທີເຈັດ

ຄະນະຊ່ຽວຊານທີ່ແຂວງຫຼວງພະບາງ, ຄະນະຊ່ຽວຊານທີ່ແຂວງອຸດົມໄຊ, ຄະນະຊ່ຽວຊານທີ່ນະຄອນຫຼວງວຽງຈັນ ຂຸ້ນຂ້ຽວການເຮັດວຽກກ່ຽວກັບການປ້ອງກັນພະຍາດຢ່າງເປັນລະບຽບ.




ຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງກ່າວວ່າ ຈີນມີຜົນສຳເລັດໃນວຽກການປ້ອງກັນການລະບາດຂອງພະຍາດຢ່າງຈະແຈ້ງ, ຫວັງວ່າຜູ້ຊ່ຽວຊານຈະສືບຕໍ່ແບ່ງປັນຜົນສຳເລັດ ແລະ ປະສົບການຂອງຈີນ,ພວກເຮົາຈະສືບຕໍ່ຮ່ວມມືກັບຜູ້ຊ່ຽວຊານການແພດຈີນເອົາຊະນະການລະບາດຂອງພະຍາດໂຄວິດ-19ໃຫ້ສຳເລັດໂດຍໄວ.




ໃນມື້ດຽວກັນ, ພິທີມອບ-ຮັບເຄື່ອງອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ໂດຍການຊ່ວຍເຫຼືຶອຂອງລັດຖະບານຈີນແກ່ ສປປ ລາວ ໄດ້ຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ.

ມາຈາກ:ເວັບໄຊຢຸນນານ