ກະຊວງການຕ່າງປະເທດ ສປປ ລາວ ສະແດງຄວາມຂອບໃຈຕໍ່ແຂວງຢູນນານທີ່ໄດ້ໃຫ້ການຊ່ວຍເຫຼືອເຄື່ອງອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19

lmcchina.org, May 13, 2021
Size:

ພິທີມອບ-ຮັບເຄື່ອງອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ຈາກແຂວງຢູນນານ ສປ ຈີນ ໃຫ້ແກ່ ກະຊວງການຕ່າງປະເທດ ແລະ ບັນດາແຂວງພາກເໜືອຂອງລາວທີ່ຢູ່ລຽບຕາມຊາຍແດນ ລາວ-ຈີນ ໄດ້ຈັດຂຶ້ນທີ່ ກະຊວງການຕ່າງປະເທດ ສປປ ລາວ ໃນວັນທີ 10 ພຶດສະພາທີ່ຜ່ານມາ.

ທ່ານ ຊ້ຽງຟ່າງສຽງ(Xiang Fangqiang), ທີ່ປຶກສາສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວໃນພິທີມອບຮັບວ່າ: ປະເທດຈີນ ແລະ ປະເທດລາວແມ່ນຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ໃນໄລຍະມໍ່ໆມານີ້, ປະເທດລາວໄດ້ປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ຮອບໃໝ່, ດັ່ງນັ້ນ ຫ້ອງການພົວພັນຕ່າງປະເທດແຂວງຢູນນານຈິ່ງໄດ້ລະດົມຜ້າອັດປາກ-ດັງ ຈໍານວນ 1 ລ້ານອັນຢ່າງຮີບດ່ວນ ເພື່ອມອບໃຫ້ຝ່າຍລາວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນດູດດື່ມຂອງອຳນາດການປົກຄອງ ແລະ ປະຊາຊົນແຂວງຢູນນານທີ່ມີຕໍ່ຝ່າຍລາວ.

ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ມີຄຳເຫັນວ່າ: ໃນເວລາທີ່ປະເທດລາວປະເຊີນໜ້າກັບຄວາມຫຍຸ້ງຍາກລໍາບາກ, ຝ່າຍຈີນໄດ້ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງຝ່າຍລາວຢ່າງສະເໝີຕົ້ນສະເໝີປາຍ. ນັບແຕ່ໄດ້ເກີດມີການລະບາດຂອງພະຍາດຮອບໃໝ່ເປັນຕົ້ນມາ, ແຂວງຢູນນານໄດ້ປະກອບສ່ວນຫຼາຍວຽກງານໃນການອຳນວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອແກ່ຝ່າຍລາວໃນການຕ້ານພະຍາດໂຄວິດ-19, ໂດຍສະເພາະ ຫ້ອງການພົວພັນຕ່າງປະເທດແຂວງຢູນນານເອງກໍໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ກະຊວງການຕ່າງປະເທດ ແລະ ບັນດາແຂວງພາກເໜືອຂອງລາວທີ່ຢູ່ລຽບຕາມຊາຍແດນລາວ-ຈີນ, ເຊິ່ງໄດ້ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກຊາບຊຶ້ງເປັນຢ່າງຍິ່ງ ແລະ ຂໍຖືເປັນກຽດສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງ, ຫ້ອງການພົວພັນຕ່າງປະເທດແຂວງ ແລະ ປະຊາຊົນແຂວງຢູນນານມານະທີ່ນີ້ດ້ວຍ.

ທ່ານ ໂພໄຊ ຍັງໄດ້ກ່າວຕື່ມວ່າ: ກະຊວງການຕ່າງປະເທດລາວ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບຝ່າຍຈີນ, ເສີມຂະຫຍາຍຈິດໃຈແຫ່ງຄວາມສະໜິດສະໜົມຖານຄອບຄົວດຽວກັບ ລະຫວ່າງ ລາວ-ຈີນ, ຈະຊຸກຍູ້ການຮ່ວມມື ແລະ ໄມຕີຈິດມິດຕະພາບລະຫວ່າງຂັ້ນທ້ອງຖິ່ນຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ກັບແຂວງຢູນນານໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເຮັດໃຫ້ຈິດໃຈແຫ່ງການຮ່ວມມືຕ້ານພະຍາດໂຄວິດ-19  ກາຍມາເປັນໝາກຜົນຂອງການຮ່ວມມືລະຫວ່າງທ້ອງຖິ່ນໃຫ້ຫຼາຍຍິ່ງຂຶ້ນ.