ໝາກຖົ່ວລຽນຈຳໜ່າຍໄດ້ຫຼາຍຢ່າງຕໍ່ເນື່ອງ ສົ່ງເສີມການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງຈີນ-ອາຊຽນ

Yunnan Gateway, May 12, 2021
Size:


ສອງປີມານີ້, ໝາກຖົ່ວລຽນກາຍເປັນໝາກໄມ້ທີ່ມີຈຳນວນການນຳເຂົ້າຫຼາຍທີ່ສຸດຂອງຈີນ. ປີ 2020 ຈີນນຳເຂົ້າໝາກຖົ່ວລຽນສົດຈາກປະເທດໄທມີມູນຄ່າ 1,5 ກວ່າຕື້ໂດລາສະຫະລັດ, ເພີ່ມຂຶ້ນ77,57% ເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ.

ເມືອງ ພິງຊຽງ(Pinxiang)ແຂວງກວາງຊີ, ຕັ້ງຢູ່ລະຫວ່າງຊາຍແດນຈີນ-ຫວຽດນາມ, ເປັນດ່ານທາງບົກທີ່ນຳເຂົ້າ ແລະ ສົ່ງອອກໝາກໄມ້ຈຳນວນຫຼາຍທີ່ສຸດຂອງຈີນ ແລະ ອາຊຽນ. ຊຸມມື້ມໍ່ໆນີ້, ດ່ານພິງຊຽງ (ເສັ້ນທາງລົດໄຟ) ໄດ້ຟື້ນຟູການຂົນສົ່ງລະບົບຕ່ອງໂສ້ເຢັນຂ້າມຊາຍແດນ, ໝາກໄມ້ທີ່ມາແຕ່ອາຊີຕາເວັນອອກສ່ຽງໃຕ້ແຈ້ງພາສີຜ່ານດ່ານຢູ່ທີ່ນີ້ນັບມື້ນັບຫຼາຍຂຶ້ນ, ວັນທີ 21 ເດືອນເມສາ ຫາ ວັນທີ 6 ເດືອນພຶດສະພາ, ມີຕູ້ຄອນເທນເນີໃສ່ໝາກຖົ່ວລຽນທັງໝົດ 186 ຕູ້ທີ່ຖືກຂົນສົ່ງເຂົ້າຈີນໂດຍຜ່ານເສັ້ນທາງລົດໄຟ, ຈຳນວນໝາກຖົ່ວລຽນທີ່ນຳເຂົ້າມີ 4226 ໂຕນ.

ປີນີ້ ຕົ້ນທຶນການນຳເຂົ້າໝາກຖົ່ວລຽນມີການເພີ່ມຂຶ້ນ, ລາຄາຂອງໝາກຖົ່ວລຽນສ່ວນຫຼາຍທີ່ຈຳໜ່າຍໃນຕະຫຼາດກໍສູງກວ່າປີກາຍ, ເຖິງຢ່າງໃດກໍຕາມ, ຜູ້ບໍລິໂພກກໍຍັງມີຄວາມຕ້ອງການທີ່ຢາກຊື້.

ປັດຈຸບັນນີ້ ໝາກຖົ່ວລຽນໃນຕະຫຼາດຂອງຈີນມີຫຼາຍຊະນິດ, ໝາກຖົ່ວລຽນຂອງໄທໄດ້ຮັບຄວາມມັກຮັກຫຼາຍ. ພ້ອມກັນນັ້ນ, ຜູ້ມັກໝາກຖົ່ວລຽນຈຳນວນຫຼາຍກໍມີຄວາມກະຕືລືລົ້ນທີ່ຈະຊິມໝາກຖົ່ວລຽນຂອງຫວຽດນາມ, ມາເລເຊຍ ແລະ ປະເທດອື່ນ. ໃນຂອບເຂດການຄ້າເສລີຈີນ-ອາຊຽນ, ໝາກໄມ້ເຂດຮ້ອນໄດ້ກ້າວຂຶ້ນສູ່ໂຕະອາຫານຂອງຄອບຄົວຄົນຈີນນັບມື້ນັບຫຼາຍຂຶ້ນ. ນອກຈາກໝາກຖົ່ວລຽນ, ໝາກໄມ້ທີ່ມີລັກສະນະພິເສດກໍໄດ້ຮັບຄວາມມັກຮັກຫຼາຍຈາກຜູ້ບໍລິໂພກຊາວຈີນ ເຊັ່ນ ໝາກມັງຄຸດ ໝາກພ້າວ ໝາກມ່່ວງ ໝາກຈຽງ ແລະ ອື່ນໆ.

ມາຈາກ: ສຳນັກຂ່າວຊິນຮວາ

ນັກຂ່າວ: ຈູລີ້ລີ້