ເປັນ​ຫຍັງ​ໂຮງ​ຮຽນ​ປະ​ຖົມ​ທຳ​ມະ​ດາ​ແຫ່ງຢູ່ຂອງ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ?

CRI, May 11, 2021
Size:

ເປັນຫຍັງໂຮງຮຽນປະຖົມທຳມະດາແຫ່ງຢູ່ຂອງນະຄອນຫຼວງວຽງຈັນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ?_fororder_W020210507777689845602

ວັນທີ 7 ພຶດສະພານີ້, ພິທີສະຫຼຸບການປະຕິບັດຕາມຈິດໃຈສຳຄັນທີ່ທ່ານສີຈິ້ນຜິງຕອບຈົດໝາຍໃຫ້ຄູແລະນັກຮຽນໂຮງຮຽນປະຖົມມິດຕະພາບລາວ-ຈີນບ້ານໜອງປີງກໍຄືການດຳເນີນທັງເປັນກິດຈະກຳ “ປະເທດລຽບຕາມເສັ້ນທາງສາຍໄໝແມ່ນຄອບຄົວດຽວກັນ” ຄົບຮອບ 2 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ໂດຍມີຜູ້ຕາງໜ້າທູຕານຸທູດຈາກ ສປປ ລາວ, ເນປານແລະປະເທດອື່ນໆປະຈຳຈີນແລະອົງການຈັດຕັ້ງທາງສັງຄົມ 40 ກວ່າແຫ່ງເຂົ້າຮ່ວມ. ເປັນຫຍັງໂຮງຮຽນປະຖົມທຳມະດາແຫ່ງໜຶ່ງຂອງລາວໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຄົນທັງຫຼາຍ?

ໂຮງຮຽນປະຖົມບ້ານໜອງປີງຕັ້ງຢູ່ຊານເມືອງຂອງນະຄອນຫຼວງວຽງຈັນຂອງ ສປປ ລາວ, ແມ່ນໂຮງຮຽນແຫ່ງໜຶ່ງທີ່ມີປະຫວັດສາດຍາວນານເຖິງ 55 ປີ. ກ່ອນນີ້ບໍ່ເທົ່າໃດປີ, ກອງທຶນພັດທະນາສັນຕິພາບຂອງຈີນໄດ້ຊ່ວຍເຫຼືອໂຮງຮຽນດັ່ງກ່າວໂດຍການສ້າງອາຄານຮຽນຫຼັງໃໝ່ທີ່ກວມເນື້ອທີ່ 800 ຕາແມັດຢູ່ສະຖານທີ່ເກົ່າ, ແລະໄດ້ຊ່ວຍເຫຼືອໂຮງຮຽນດັ່ງກ່າວເປີດສອນພາສາຈີນ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຕັ້ງປະຕິບັດຕົວຈິງຢູ່ດິນແດນຂອງລາວເຊິ່ງເປັນການເຊື່ອມສານຈິດໃຈປະຊາຊົນທັງສອງປະເທດ.

ກ່ອນນີ້ຫຼາຍປີ, ໂຮງຮຽນປະຖົມບ້ານໜອງປີງງຍັງເປັນໂຮງຮຽນທີ່ມີພື້ນຖານໂຄງລ່າງຫຼ້າຫຼັງຢູ່ນະຄອນຫຼວງວຽງຈັນ. ປີ 2013, ຄຽງຄູ່ກັບທ່ານສີຈິ້ນຜິງ ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະພາຍໃຕ້ການສະໜັບສະໜູນຈາກກອງທຶນພັດທະນາສັນຕິພາບຂອງຈີນຕາມໂຄງການສ້າງຄວາມສຸກໃຫ້ແກ່ປະຊາຊົນລາວແຫ່ງທຳອິດ, ໂຮງຮຽນປະຖົມບ້ານໜອງປີງຈຶ່ງໄດ້ຮັການຊ່ວຍເຫຼືອດ້ວຍການສ້າງອາຄານຕຽນຫຼັງໃໝ່, ແຕ່ປີ 2013 ຫາປີ 2019, ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພັດທະນາສັນຕິພາບຂອງຈີນທີ່ມອບໃຫ້ກັບໂຮງຮຽນປະຖົມບ້ານໜອງປີງຢ່າງບໍ່ຢຸດຢັ້ງ, ບໍ່ພຽງແຕ່ໄດ້ສ້າງອາຄານຮຽນຫຼັງໃໝ່ເທົ່ານັ້ນ, ຍັງໄດ້ສົ່ງຄູສອນຄົນຈີນໄປຊ່ວຍເຫຼືອໂຮງຮຽນປະຖົມບ້ານໜອງປີງສອນພາສາຈີນ, ແລະຍົກສູງຄຸນນະພາບດ້ານການສຶກສາແລະສ້າງສິ່ງທີ່ເປັນສີສັນພິເສດຂອງໂຮງຮຽນດັ່ງກ່າວຢ່າງຮອບດ້ານອີກດ້ວຍ. ສົ່ງຜົນເຮັດໃຫ້ໂຮງຮຽນທີ່ເຄີຍຫຼ້າຫຼັງໃນເມື່ອກ່ອນໄດ້ກາຍເປັນ “ໂຮງຮຽນແບບຢ່າງ” ຂອງນະຄອນຫຼວງວຽງຈັນ.

ທ່ານນາງບຸນມີ  ຜູ້ອຳນວຍການໂຮງຮຽນປະຖົມບ້ານໜອງປິງມິດຕະພາບລາວ-ຈີນບ້ານໜອງປີງ, ເປັນຜູ້ທີ່ໄດ້ເຫັນກັບຕາເຖິງການປ່ຽນແປງຢ່າງໃຫຍ່ຫຼວງຂອງໂຮງຮຽນປະຖົມບ້ານໜອງປີງພາຍໃຕ້ການຊ່ວຍເຫຼືອຈາກກອງທຶນພັດທະນາສັນຕິພາບຂອງຈີນ. ທ່ານເອງໄດ້ຕາງໜ້າຄູແລະນັກຮຽນຂອງໂຮງຮຽນປະຖົມບ້ານໜອງປີງສົ່ງຈົດໝາຍໄປຍັງທ່ານສີຈິ້ນຜິງປະທານປະເທດ ສປ ຈີນເມື່ອປີ 2019, ເພື່ອສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ທ່ານກໍຄືປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນປະຖົມບ້ານໜອງປີງ.  ສິ່ງທີ່ເຮັດໃຫ້ທ່ານນາງບຸນມີ ຮູ້ສຶກດີໃຈຫຼາຍກໍຄື: ພາຍຫຼັງທີ່ໄດ້ສົ່ງຈົດໝາຍດັ່ງກ່າວໄປຍັງປະທານປະເທດຈີນໄດ້ບໍ່ດົນປານໃດ, ໂຮງຮຽນແຫ່ງນີ້ກໍໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ ປະທານປະເທດຈີນ, ເນື້ອໃນຈົດໝາຍຂຽນວ່າ: “ການທີ່ເຮັດໃຫ້ປະເທດລຽບຕາມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ພັດທະນາຮ່ວມກັນ ແລະເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນແມ່ນອຸດົມການແຕ່ຫົວທີທີ່ຂ້າພະເຈົ້າໄດ້ສະເໜີຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ອອກມາ. ໃນເມື່ອຈີນ-ລາວໄດ້ເພີ່ມທະວີການຮ່ວມມືກັນໄດ້ເຮັດໃຫ້ໂຄງການສ້າງຄວາມສຸກໃຫ້ແກ່ປະຊາຊົນໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຫຼາຍກວ່າເກົ່າ, ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາມີຄວາມສຸກຫຼາຍກວ່າເກົ່າ.” “ຫວັງວ່າຫຼານນ້ອຍນັກຮຽນທັງຫຼາຍຈະຮຽນໃຫ້ເກັ່ງ ເພື່ອພັດທະນາຕົນເອງໃຫ້ກາຍເປັນເສົາຄ້ຳຫຼັກຂອງປະເທດຊາດ ແລະ ເປັນຜູ້ສືບທອດມິດຕະພາບລາວ-ຈີນ. ”

ຈົດໝາຍຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ນັກຮຽນທັງຫຼາຍຮູ້ສຶກດີໃຈທີ່ສຸດ, ເຖິງວ່າອາຍຸຂອງເຂົາເຈົ້າຍັງອ່ອນນ້ອຍ, ແຕ່ວ່າແນວພັນແຫ່ງຄວາມໃຝ່ຝັນໄດ້ແຕກງອກຢູ່ໃນຫົວໃຈຂອງເຂົາເຈົ້າ.

ການທີ່ເຮັດໃຫ້ຈິດໃຈຂອງປະຊາຊົນສາມາດເຊື່ອມສານເຂົ້າກັນແມ່ນພື້ນຖານຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ກິດຈະກຳ “ປະເທດລຽບຕາມເສັ້ນທາງສາຍໄໝແມ່ນຄອບຄົວດຽວກັນ” ທີ່ໄດ້ລິເລີ່ມສະເໜີຢູ່ກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີສອງທີ່ຈັດຂຶ້ນໃນປີ 2019 ໄດ້ດຳເນີນການຮ່ວມມືໃນ 300 ກວ່າໂຄງການທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ແລະໄດ້ຊຸກຍູ້ອົງການຈັດຕັ້ງທາງສັງຄົມຈີນແລະຕ່າງປະເທດສ້າງສາຍພົວພັນຄູ່ຮ່ວມມືນຳກັນປະມານ 600 ຄູ່. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍວິທີການແບບນີ້ເໝືອນດັ່ງນ້ຳຝົນຫຼໍ່ລ້ຽງພຶດພັນຊະນິດຕ່າງໆໃຫ້ຂຽວງາມຢູ່ໃນໂລກນີ້.