ຄະ​ນະ​ຊ່ຽວ​ຊານ​ການແພດຈີນ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ລາວ

CRI, May 10, 2021
Size:

ຄະນະຊ່ຽວຊານການແພດຈີນໄປຊ່ວຍຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງແຂວງທາງພາກເໜືອລາວ_fororder_微信图片_20210509142335


ໂດຍຕອບສະໜອງຕາມຄຳຮ້ອງຂໍຈາກຝ່າຍລາວ, ຕອນເຊົ້າວັນທີ 9 ພຶດສະພານີ້, ຄະນະຊ່ຽວຊານການແພດຈີນໄດ້ມຸ່ງໜ້າໄປສູ່ນະຄອນຫຼວງພະບາງ ທາງພາກເໜືອປະເທດລາວໂດຍດ່ວນ ເພື່ອຮ່ວມມືກັບຝ່າຍລາວ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ຄະນະຊ່ຽວຊານການແພດຈີນປະກອບມີຊ່ຽວຊານໃນຂົງເຂດດັບເຊື້ອ, ການກວດກາໃນຫ້ອງທົດລອງ, ການຄຸ້ມຄອງການຊຶມເຊື້ອ ແລະ ແພດສາດອາການໜັກ ໂດຍອີງຕາມສະພາບການແຜ່ລະບາດຂອງພະຍາດຢູ່ຫຼາຍແຂວງທາງພາກເໜືອ.

ຄະນະຊ່ຽວຊານການແພດຈີນໄປຊ່ວຍຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງແຂວງທາງພາກເໜືອລາວ_fororder_微信图片_20210509142328


ຫົວໜ້າຄະນະຊ່ຽວຊານການແພດຈີນກ່າວວ່າ: ຄະນະຊ່ຽວຊານການແພດຈະແບ່ງເປັນສອງຈຸ, ແຍກອອກເຮັດວຽກເປັນເວລາໜຶ່ງອາທິດຢູ່ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທ່າ.

ຄະນະຊ່ຽວຊານການແພດຈີນໄປຊ່ວຍຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງແຂວງທາງພາກເໜືອລາວ_fororder_微信图片_20210509142322