ສ​ປ​ປ​ ລາວ​ ມີ​ກໍ​ລະ​ນີ​​ທຳ​ອິດ​ທີ່ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19

CRI, May 10, 2021
Size:


ວັນທີ 9 ພຶດສະພານີ້, ຄະນະສະເພາະກິດປ້ອງກັນແລະຄວບຄົມພະຍາດໂຄວິດ-19 ແຈ້ງໃຫ້ຮັບຊາບວ່າ: ຕອນຮຸ່ງເຊົ້າວັນທີ 9 ພຶດສະພາ, ຜູ້ຍິງທີ່ເປັນພະຍາດໂຄວິດ-19 ແມ່ນສັນຊາດຫວຽດນາມອາຍຸ 53 ປີເສຍຊີວິດຢູ່ນະຄອນຫຼວງວຽງຈັນ. ນີ້ແມ່ນກໍລະນີທຳອິດທີ່ເສຍຊີວິດຍ້ອນພະຍາດໂຄວິດ-19 ພາຍໃນປະເທດລາວ, ຊຶ່ງພະຍາດໂຄວິດໄດ້ພາໃຫ້ພະຍາດປະຈຳຕົວເກີດມີອາການແຊກຊ້ອນ, ເຮັດໃຫ້ການຕິດເຊື້ອຮຸນແຮງແລະເສຍຊີວິດ. 

ນັບມາຮອດເວລາ 14 ໂມງຂອງວັນທີ 9 ພຶດສະພາ, ທົ່ວປະເທດລາວລາຍງານມີຜູ້ຕິດພະຍາດໂຄວິດ-19 ສະສົມທັງໝົດ1302ກໍລະນີ, ປົວດີ 232 ກໍລະນີ, ເສຍຊີວິດ1ກໍລະນີ.