ກິດຈະກຳ “ສັບປະດາ LM” ຂົງເຂດຊັບພະຍາກອນນ້ຳ ປະຈຳປີ 2021 ໄດ້ຈັດຂຶ້ນຢູ່ແຂວງຢູນນານ

lmcchina.org, May 8, 2021
Size:

ໃນວັນທີ 26 ຫາ 29 ເມສາທີ່ຜ່ານມາ, ກິດຈະກຳດື່ມນໍ້າແມ່ນໍ້າສາຍດຽວກັນ, ປະເທດ LM ສະໜິດສະໜົມກັນເໝືອນດັ່ງຄົນໃນຄອບຄົວດຽວກັນແລະສັບປະດາ LM”ຂົງເຂດຊັບພະຍາກອນນ້ຳ ປະຈຳປີ 2021 ໄດ້ຈັດຂຶ້ນຢູ່ແຂວງຢູນນານ, ໂດຍມີຜູ້ຕາງໜ້າຈາກກະຊວງຊັບພະຍາກອນນ້ຳ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ບັນດາທູຕານຸທູດຈາກປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ປະຈຳ ສປ ຈີນເຂົ້າຮ່ວມກິດຈະກຳດັ່ງກ່າວ, ເຊິ່ງກິດຈະກໍາໃນຄັ້ງນີ້ໄດ້ມີການແລກປ່ຽນຄຳຄິດຄຳເຫັນນໍາກັນຢ່າງເລິກເຊິ່ງ ກ່ຽວກັບການຊຸກຍູ້ຮ່ວມມືທີ່ທີ່ເປັນຮູບປະທຳໃນດ້ານວຽກງານຊັບພະຍາກອນນ້ຳ LM ໃຫ້ເຂົ້າສູ່ລວງເລິກອີກກ້າວໜຶ່ງ.

ໃນເວລາຈັດກິດຈະກຳດັ່ງກ່າວ, ຄະນະຜູ້ແທນໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມ ເຂື່ອນໄຟຟ້ານ້ຳຕົກໂນ້ຈ່າຕູ້(Nuozhadu), ສະຖານີການຂະຫຍາຍແນວພັນປາໂນ້ຈ່າຕູ້, ສະຖານີຊ່ວຍຊີວິດສັດລ້ຽງພະເນຈອນ, ບ້ານຈັດສັນຍົກຍ້າຍມ້ານມີ່(Manmi) ແລະ ເຂື່ອນໄຟຟ້ານ້ຳຕົກຊຽງຮຸ່ງ. ນອກຈາກນີ້ແລ້ວ, ຍັງໄດ້ເຂົ້າຮ່ວມເວທີສົນທະນາກ່ຽວກັບການຮ່ວມມືທາງດ້ານຊັບພະຍາກອນນ້ຳ LM.

ທ່ານ ຈົ່ງຢົງ (Zhong Yong) , ຫົວໜ້າຄະນະປະສານງານຮ່ວມ ການຮ່ວມມືທາງດ້ານຊັບພະຍາກອນນ້ຳ LM ຂອງ ຝ່າຍຈີນ, ຫົວໜ້າພະແນກ ກົມຮ່ວມມືສາກົນ ແລະ ເຕັກນິກວິທະຍາສາດຂອງກະຊວງຊັບພະຍາກອນນ້ຳ ສປ ຈີນ ໄດ້ກ່າວວ່າ: ປີນີ້ແມ່ນປີຄົບຮອບ 5 ປີຂອງການເລີ່ມດໍາເນີນກົນໄກການຮ່ວມມື  LM, 6 ປະເທດ LM ໄດ້ບັນລຸຄວາມເຫັນເປັນເອກະພາບກັນວ່າວຽກງານກ່ຽວກັບລ້ອງແມ່ນ້ຳ LM, ຄວນແກ້ໄຂໂດຍຜ່ານການປຶກສາຫາລືລະຫວ່າງ  6 ປະເທດລ້ອງແມ່ນ້ຳ LM”. ກະຊວງຊັບພະຍາກອນນ້ຳ ແຫ່ງ ສປ ຈີນ ຈະຮ່ວມກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງສືບຕໍ່ຊຸກຍູ້ສົ່ງເສີມ ແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM (2018-2022), ຈັດກິດຈະກໍາສຳຄັນຕ່າງໆ, ເຊັ່ນ: ກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ LM ແລະ ກອງປະຊຸມເວທີປຶກສາຫາລືກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ LM ເປັນຕົ້ນ, ຊຸກຍູ້ການສ້າງເວທີແບ່ງປັນຂໍ້ມູນຂ່າວສານຮ່ວມກັນກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ LM, ຈັດຕັ້ງປະຕິບັດໂຄງການຄວາມປອດໄພຂອງເຂື່ອນ, ໂຄງການຄວາມປອດໄພຂອງນ້ຳດື່ມ ແລະ ໂຄງການອື່ນໆໃຫ້ດີ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຍົກສູງຄວາມສາມາດການຄຸ້ມຄອງນໍ້າຂອງບັນດາປະເທດ LM ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດ LM.

ບັນດາທູຕານຸທູດຂອງປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງ ປະຈຳ ສປ ຈີນ ມີຄຳເຫັນວ່າ: ໂດຍຜ່ານການທັດສະນະສຶກສາຕາມລໍາແມ່ນ້ຳຂອງ ແລະ ການແລກປ່ຽນສົນທະນາກັນໃນຄັ້ງນີ້, ຕົນເອງໄດ້ຮັບຮູ້ເຖິງຈຸດພິເສດຂອງອຸທົກກະສາດຂອງແມ່ນ້ຳລ້ານຊ້າງ ແລະ ບົດບາດການປັບປະລິມານນ້ຳໄຫຼຂອງອ່າງເກັບນ້ຳເປັນຊັ້ນໆຂອງລໍາແມ່ນ້ຳລ້ານຊ້າງ, ພ້ອມທັງຮັບຮູ້ໄດ້ວ່າ ຝ່າຍຈີນມີຄວາມເອົາໃຈໃສ່ລະດັບສູງຕໍ່ການອະນຸຮັກສິ່ງແວດລ້ອມ ແລະ ລະບົບນິເວດ ໄປຄວບຄູ່ກັບການພັດທະນາພະລັງໄຟຟ້ານ້ຳຕົກ, ໂດຍສະເພາະແມ່ນຝ່າຍຈີນໄດ້ມີຄວາມພະຍາຍາມໃນການຊ່ວຍເຫຼືອບັນດາປະເທດຢູ່ຕອນລຸ່ມຂອງແມ່ນ້ຳ ໃນການຮັບມືກັບສະພາບແຫ້ງແລ້ງ ຢ່າງມີປະສິດທິຜົນ, ໂດຍຜ່ານການປັບປະລິມານນ້ຳໄຫຼອອກຈາກອ່າງນ້ຳຕາມຫຼັກວິທະຍາສາດ. ບັນດາທູຕານຸທູດຍັງມີຄຳເຫັນວ່າ ການຮ່ວມມືດ້ານຊັບພະຍາກອນນ້ຳ ແມ່ນຂົງ ເຂດບູລິມະສິດ ແລະແມ່ນເນື້ອໃນສຳຄັນຂອງການຮ່ວມມື LM ແລະ ຍິນດີເພີ່ມທະວີການແລກປ່ຽນປະສານງານກັບກະຊວງຊັບພະຍາກອນນ້ຳ ແລະ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນເພື່ອຮ່ວມກັນຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳ LM ຕື່ມອີກບາດກ້າວໜຶ່ງ.