ທ່ານນາງ ອອງ​ຊານ ຊູ​ຈີ ຖືກໄຕ່​ສວນ​ໃນ​ຂໍ້​ຫາ​ທີ່​ສົງ​ໄສ​ວ່າ​ໄດ້​ລະ​ເມີດ “ກົດ​ໝາຍ​ວ່າ​ດ້ວຍ​ຂ່າວ​ລັບ​ແຫ່ງ​ຊາດ” ​​ອີກ​ເທື່ອ​ໜຶ່ງ

CRI, May 8, 2021
Size:

      ຕອນເຊົ້າວັນທີ 6 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຄະດີທີ່ຖືກສົງໄສວ່າທ່ານນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດມຽນມາໄດ້ລະເມີດ “ກົດໝາຍວ່າດ້ວຍຂ່າວລັບແຫ່ງຊາດ” ໄດ້ຖືກໄຕ່ສວນໃນສານເຂດຕາເວັນອອກຂອງນະຄອນຢາງກຸ້ງອີກເທື່ອໜຶ່ງ, ກ່ອນໜ້ານີ້, ຄະດີດັ່ງກ່າວເຄີຍໄດ້ດຳເນີນການໄຕ່ສວນໃນສານສອງຄັ້ງແລ້ວຄື:ໃນວັນທີ 8 ເມສາແລະວັນທີ 22 ເມສາຜ່ານມາ. ຖ້າສານຕັດສິນວ່າມີຄວາມຜິດຈິງ, ທ່ານນາງ ອອງຊານ ຊູຈີ ອາດຈະຈຳຄຸກສູງສຸດເປັນເວລາ 14 ປີ.

      ໃນການໄຕ່ສວນໃນມື້ດັ່ງກ່າວ,ບໍ່ອະນຸຍາດໃຫ້ທະນາຍຄວາມຝ່າຍຈຳເລີຍມາສານ, ພຽງແຕ່ເຫັນດີນຳຄຳຮ້ອງຂໍຂອງທີມທະນາຍຄວາມຂອງທ່ານນາງ ອອງຊານ ຊູຈີ ກ່ຽວກັບການກວດເບິ່ງເອກະສານຄະດີແລະພົບປະກັບທ່ານນາງ ອອງຊານ ຊູຈີ ຜ່ານທາງວິດີໂອເທົ່ານັ້ນ. ປັດຈຸບັນ, ຄະດີດັ່ງກ່າວຍັງບໍ່ທັນໄດ້ເຂົ້າສູ່ຂັ້ນຕອນການສະໜອງຫຼັກຖານແລະການຄົ້ນຄວ້າຄວາມເທັດຈິງຂອງຫຼັກຖານເທື່ອ, ແລະຈະໄຕ່ສວນໃນສານອີກເທື່ອໜຶ່ງໃນວັນທີ 20 ພຶດສະພານີ້.

      ປັດຈຸບັນ, ທ່ານນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດມຽນມາຖືກຮ້ອງຟ້ອງທັງໝົດ 7 ຄະດີ, ການຮ້ອງຟ້ອງອີກ 5 ຄະດີຈະຖືກໄຕ່ສວນໃນສານເຊັບດີຣີທີ່ນະຄອນຫຼວງເນປີດໍ.