ຍາມທີ່​ລາວ​​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​​ຖານ​ອ້າຍ​ນ້ອງ​ແກ່​ລາວ​ຢ່າງ​ແນ່ນອນ

CRI, May 8, 2021
Size:

ຍາມທີ່ລາວພົບກັບຄວາມຫຍຸ້ງຍາກຈີນຈະໃຫ້ການຊ່ວຍເຫຼືອຖານອ້າຍນ້ອງແກ່ລາວຢ່າງແນ່ນອນ_fororder_微信图片_20210507170426


    ໃນທ້າຍເດືອນເມສາຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢູ່ລາວອີກຮອບໃໝ່ຍ້ອນຜູ້ຕິດເຊື້ອຈາກຕ່າງປະເທດ. ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ມີຄວາມຮ້າຍແຮງແລະລະບາດຢ່າງວ່ອງໄວ,ແລະໄດ້ເຮັດໃຫ້ເກີດມີການແຜ່ລະບາດສູ່ທ້ອງຖິ່ນ.

    ການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ເວົ້າສຳລັບລາວແລ້ວແມ່ນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດນັບແຕ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີກາຍນີ້ເປັນຕົ້ນມາ. ໃນ 1 ປີກວ່າທີ່ຜ່ານມາ, ເນື່ອງຈາກການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດລາວມີທັງໝົດພຽງແຕ່ 60 ກໍລະນີເທົ່ານັ້ນ. ແຕ່ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ນີ້ແລ້ວ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຕໍ່ມື້ມີຫຼາຍກວ່າ 100 ກໍລະນີເປັນຫຼາຍມື້ລຽນຕິດ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດມີທັງໝົດຫຼາຍກວ່າ 1 ພັນຄົນ, ແລະໄດ້ລະບາດໄປສູ່ 15 ແຂວງແລະກຳແພງນະຄອນໃນທົ່ວປະເທດລາວຢ່າງວ່ອງໄວ,ສິ່ງນີ້ໄດ້ສ້າງຄວາມທ້າທາຍອັນໃຫຍ່ຫຼວງໃຫ້ກັບລະບົບສາທາລະນະສຸກຂອງລາວ. ພັກແລະລັດຖະບານລາວໄດ້ຍົກລະດັບວຽກງານປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດທີ່ສຳຄັນແລະຮີບດ່ວນທີ່ສຸດ.

    ໃນຂະນະທີ່ປະເທດອ້າຍນ້ອງພົບກັບຄວາມຫຍຸ້ງຍາກ, ຈີນຕ້ອງໃຫ້ການຊ່ວຍເຫຼືອແນ່ນອນ.

    ວັນທີ 26 ເມສານີ້, ວັກຊີນໂຄວິດ-19 ງວດທີ 3 ທີ່ຈີນໃຫ້ການຊ່ວຍເຫຼືອລາວຢ່າງສຸກເສີນໄດ້ຂົນສົ່ງໄປຮອດນະຄອນຫຼວງວຽງຈັນຂອງລາວແລ້ວ, ຕອນບ່າຍວັນທີ 4 ພຶດສະພານີ້, ໜ່ວຍງານຜູ້ຊ່ຽວຊານການແພດຕ້ານໂຄວິດ-19 ທີ່ລັດຖະບານຈີນສົ່ງໄປຊ່ວຍເຫຼືອລາວໄດ້ເດີນທາງດ້ວຍເຮືອບິນໄປເຖິງນະຄອນຫຼວງວຽງຈັນຂອງລາວແລ້ວ,ນີ້ກໍເປັນອີກຄັ້ງໜຶ່ງທີ່ໜ່ວຍງານຜູ້ຊ່ຽວຊານການແພດຕ້ານໂຄວິດ-19 ທີ່ຈີນຊ່ວຍເຫຼືອລາວໄດ້ເດີນທາງໄປລາວອີກຫຼັງຈາກ 1 ປີ, ເພື່ອຊ່ວຍຝ່າຍລາວ “ຄົ້ນຄວ້າສະພາບການໃໝ່ແລະແກ້ໄຂບັນຫາໃໝ່”. ອີງຕາມຄວາມຮຽກຮ້ອງຕ້ອງການຂອງລາວໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານຈີນຍັງໄດ້ສົ່ງຜ້າປິດປາກທາງການແພດ,ຊຸດປ້ອງກັນພະຍາດ,ນ້ຳຢາກວດຫາເຊື້ອ,ອຸປະກອນວັດແທກ,ເຄື່ອງຊ່ວຍຫາຍໃຈແລະວັດຖຸອຸປະກອນອື່ນໆໄປໃຫ້ລາວຢ່າງສຸກເສີນໂດຍແບ່ງເປັນຫຼາຍງວດ,ເພື່ອໃຊ້ໃນການຊ່ວຍຊີວິດຂອງຜູ້ເປັນພະຍາດໂຄວິດ-19 ແລະເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ.

ນອກຈາກການຊ່ວຍເຫຼືອຈາກລັດຖະບານຈີນແລ້ວ, ສະພາການຄ້າຈີນ,ຫ້ອງການພົວພັນຕ່າງປະເທດແຂວງຢຸນໜານກໍຄືວິສາຫະກິດຈີນທີ່ລົງທຶນຢູ່ລາວກໍໄດ້ໃຫ້ການຊ່ວຍເຫຼືອວັດຖຸອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ແກ່ລາວຢ່າງສຸກເສີນ.

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວກ່າວວ່າ: ແຕ່ລະເທື່ອທີ່ລາວພົບກັບຄວາມຫຍຸ້ງຍາກ, ຈະໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຖານອ້າຍນ້ອງຈາກພັກ,ລັດແລະປະຊາຊົນຈີນຢ່າງແນ່ນອນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກພັກ,ລັດແລະປະຊາຊົນຈີນອ້າຍນ້ອງ, ລາວຈະໄດ້ຮັບໄຊຊະນະໃນຂັ້ນສຸດທ້າຍໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຄັ້ງນີ້ຢ່າງແນ່ນອນ.

    ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນກ່າວໃນເວລາສົນທະນາຜ່ານທາງໂທລະສັບກັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວວ່າ: “ຈີນແລະລາວໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນ,ຮ່ວມມືກັນຕ້ານກັບພະຍາດໂຄວິດ-19, ໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງປະເທດຢ່າງມີຊີວິດຊີວາ.” ຈີນແລະລາວໃນຖານະເປັນຄູ່ຮ່ວມຊາຕາກຳນຳກັນ,ກໍຕ້ອງຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອເຊິ່ງກັນແລະກັນ. ເມື່ອລາວພົບກັບຄວາມຫຍຸ້ງຍາກ, ຈີນຈະຊ່ວຍແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ລາວປະສົບຢູ່ຄືກັບຕົນເອງປະສົບຢູ່, ສອງຝ່າຍໄດ້ຮ່ວມມືກັນຢ່າງສຸດອົກສຸດໃຈ,ເພື່ອຮ່ວມກັນຍາດເອົາໄຊຊະນະໃນການຕໍ່ສູ້ກັບພະຍາດໂຄວິດ-19 ໃນຄັ້ງນີ້.