ລັດ​ຖະ​ບານ​ໄທ​ຮຽກ​ຮ້ອງ​ໃຫ້​ປ​ະ​ຊາ​ຊົນ​ເຮັດ​ວຽກ​ຢູ່​ເຮືອນ​ ຍ້ອນ​ກາ​ນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ 3

CRI, May 7, 2021
Size:

ວັນທີ 5 ພຶດສະພານີ້, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດໄທເພີ່ມໃໝ່ມີ 2.112 ກໍລະນີ, ໃນນັ້ນ, ຢູ່ນະຄອນຫຼວງບາງກອກມີ 789 ກໍລະນີ.

ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ປະເທດໄທເປັນຮອບທີ 3, ຄຸ້ມຊຸມຊົນຂະໜາດໃຫຍ່ບາງແຫ່ງຂອງໄທໄດ້ເກີດເຫດການຕິດເຊື້ອພະຍາດເປັນໝູ່. ປັດຈຸບັນ, ມີ 20 ກວ່າແຂວງໃນປະເທດໄທໄດ້ປະກາດມາດຕະການຫ້າມສັນຈອນໃນຍາມກາງຄືນ, ລັດຖະບານໄທໄດ້ຮຽກຮ້ອງໃຫ້ປະຊາຊົນເຮັດວຽກຢູ່ເຮືອນ; ຖ້າຈຳເປັນອອກນອກເຮືອນຕ້ອງໃສ່ຜ້າປິດປາກ, ຜູ້ບໍ່ປະຕິບັດຕາມຈະຖືກປັບໃໝ. ໃຈກາງເມືອງ ແລະ ເຂດການຄ້າທີ່ເຄີຍຄຶກຄັກ ແລະ ມີສະພາບການຄົມມະນາຄົມຄັບຄາໜາແໜ້ນໃນເມື່ອກ່ອນຢູ່ນະຄອນຫຼວງບາງກອກ, ໃນປັດຈຸບັນນີ້ແມ່ນແຕ່ຍາມເຊົ້າໃນໂມງລັດຖະການ, ກໍບໍ່ມີລົດແລ່ນໄປມາຫຼາຍປານໃດ.