ອຸ​​ມົງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາ​ວ​ທີ່​ມີ​ຄວາມ​ຍາວ​ຫຼາຍກວ່າ 10 ກິ​ໂລ​ແມັດ​ແຫ່ງ​ຕ່າງໆ​ໄດ້​ເຈາະ​ຊອດ​ໝົດແລ້ວ

CRI, May 7, 2021
Size:

      ວັນທີ 6 ພຶດສະພານີ້, ໂດຍຜ່ານຄວາມພະຍາຍາມເຈາະອຸມົງທັງເວັນທາງຄືນເປັນເວລາເກືອບ 6 ປີ, ໃນທີ່ສຸດອຸມົງມ້ານມູ້ຊູ້ເຊິ່ງເປັນໂຄງການທີ່ມີຄວາມສ່ຽງສູງຂອງທາງລົດໄຟຈີນ-ລາວກໍ່ສາມາດເຈາະໃຫ້ຊອດໄດ້ຢ່າງປອດໄພ. ມາຮອດປັດຈຸບັນ, ອຸມົງໃຫຍ່ທີ່ມີຄວາມຍາວຫຼາຍກວ່າ 10 ກິໂລແມັດຂອງທາງລົດໄຟຈີນ-ລາວແຫ່ງຕ່າງໆໄດ້ເຈາະຊອດສຳເລັດໝົດແລ້ວ, ເຊິ່ງໄດ້ສ້າງພື້ນຖານສຳລັບເປີດບໍລິການນຳໃຊ້ເສັ້ນທາງລົດໄຟໃນທ້າຍປີນີ້.
 

      ທາງລົດໄຟຈີນ-ລາວໄດ້ໃຊ້ຮູບແບບການກໍ່ສ້າງພ້ອມກັນທັງພາຍໃນແລະຕ່າງປະເທດ, ໃນນັ້ນ, ຍ່ານພາຍໃນປະເທດຈີນຈາກນະຄອນຢູ້ຊີ່ແຂວງຢຸນນານຈີນຮອດດ່ານບໍ່ຫານກິ່ງແຂວງສິບສອງພັ່ນນາທີ່ເຂດຊາຍແດນລະຫວ່າງຈີນ-ລາວ, ອັດຕາສ່ວນຂອງຂົວແລະອຸມົງຢູ່ຕາມເສັ້ນທາງລົດໄຟກວມ 87%, ພຽງແຕ່ອຸມົງກໍມີເຖິງ 93 ແຫ່ງ, ໃນນັ້ນ, ອຸມົງໃຫຍ່ທີ່ມີຄວາມຍາວຫຼາຍກວ່າ 10 ກິໂລແມັດມີ 15 ແຫ່ງ, ຄຽງຄູ່ກັບການເຈາະອຸມົງມ້ານມູ້ຊູ້ໃຫ້ສຳເລັດ, ໄດ້ເຮັດໃຫ້ອຸມົງທີ່ມີຄວາມຍາວຫຼາຍກວ່າ 10 ກິໂລແມັດຢູ່ຕາມເສັ້ນທາງລົດໄຟດັ່ງກ່າວໄດ້ເຈາະຊອດໝົດແລ້ວ, ສ່ວນອຸມົງທີ່ຍັງບໍ່ໄດ້ເຈາະຊອດເທື່ອນັ້ນເຫຼືອພຽງ 1 ແຫ່ງເທົ່ານັ້ນ.