ແຂວງ​ຢູນ​ນານ ສ​ປ ຈີນ​ບໍ​ລິ​ຈາກ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ ສ​ປ​ປ ລາວ

CRI, May 6, 2021
Size:

图片默认标题


    ວັນທີ 1-2 ພຶດສະພານີ້, ຜ້າປິດປາກການແພດຈຳນວນ 1 ລ້ານອັນທີ່ອົງການປົກຄອງແຂວງຢູນນານຈີນມອບໃຫ້ ສປປ ລາວ ໄດ້ຖືກສົ່ງໄປຮອດແຂວງຫລວງພະບາງ ແລະນະຄອນຫລວງວຽງຈັນ.

    ຫວ່າງມໍ່ໆມານີ້, ຜູ້ຕິດໄວຣັດພະຍາດໂຄວິດ-19ຢູ່ລາວໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນນັ້ນ, ສາມແຂວງທີ່ມີຊາຍແດນຕິດກັບແຂວງຢວນນານປະເທດຈີນ,ຄື: ແຂວງຫລວງນ້ຳທາ, ອຸດົມໄຊ ແລະຜົ້ງສະລີ, ພ້ອມດ້ວຍແຂວງຫລວງພະບາງລ້ວນແຕ່ມີຜູ້ຕິດໄວຣັດເພີ່ມຂຶ້ນ. ຫ້ອງການພົວພັນຕ່າງປະເທດຂອງແຂວງຢູນນານໄດ້ເອົາໃຈໃສ່ຢ່າງສູງຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ລາວ, ທັງໄດ້ມີຂໍ້ຕົກລົງທີ່ບໍລິຈາກອຸປະກອນການແພດຢ່າງຮີບດ່ວນ.

    ໃນຜ້າປິດປາກທີ່ໃຊ້ໃນດ້ານການແພດຈຳນວນ 1 ລ້ານອັນທີ່ບໍລິຈາກໃນຄັ້ງນີ້, 6 ແສນອັນຖືກສົ່ງໄປນະຄອນຫລວງວຽງຈັນໂດຍກົງ, ອີກ4ແສນອັນໄດ້ຖືກແຍກກັນສົ່ງໄປແຂວງຫລວງນ້ຳທາ, ອຸດົມໄຊ, ຜົ້ງສະລີ ແລະຫລວງພະບາງ.

    ສະຖານທູດຈີນປະຈຳ ສປປ ລາວ ແລະສະຖານກົງສຸນໃຫຍ່ຈີນປະຈຳຫລວງພະບາງໄດ້ຕາງໜ້າແຂວງຢູນນານມອບອຸປະກອນການແພດຊຸດນີ້ໃຫ້ແກ່ກະຊວງການຕ່າງປະເທດລາວ ແລະອຳນາດການປົກຄອງແຂວງທີ່ກ່ຽວຂ້ອງ.