ການນໍາເຂົ້າ ແລະ ການສົ່ງອອກຂອງຢູນນານຕໍ່ປະເທດລາວໃນໄຕມາດທີໜຶ່ງ ໄດ້ເພີ່ມຂຶ້ນ 80% ເມື່ອທຽບໃສ່ໄລຍະດຽວກັນຜ່ານມາ

lmcchina.org, May 6, 2021
Size:

ໃນໄຕມາດທີໜຶ່ງຂອງປີນີ້, ການນໍາເຂົ້າ ແລະການສົ່ງອອກຂອງແຂວງຢູນນານຕໍ່ປະເທດລາວໄດ້ບັນລຸ 1,96 ຕື້ຢວນ, ເຊິ່ງໄດ້ເພີ່ມຂຶ້ນ 80% ເມື່ອທຽບໃສ່ໄລຍະດຽວກັນຜ່ານມາ.

ແຂວງຢູນນານມີການພົວພັນດ້ານການຄ້າທີ່ສະໜິດແໜ້ນກັບປະເທດລາວ, ປີນີ້ກໍພໍດີແມ່ນປີທີ່ສາຍພົວພັນທາງການທູດລະຫວ່າງຈີນ-ລາວ, ລາວ-ຈີນ ຄົບຮອບ 60 ປີ, ດ່ານພາສີຄຸນໝິງໄດ້ເພີ່ມທະວີລະດັບການເຮັດວຽກໃຫ້ເຂັ້ມແຂງກວ່າເກົ່າ, ໄດ້ດໍາເນີນມາດຕະການຫຼາຍປະການເພື່ຶຶຶອຮັບໃຊ້ໃຫ້ແກ່ການຄ້າລະຫວ່າງແຂວງຢູນນານກັບປະເທດລາວ ຄືືືືື: ຕັ້ງໜ້າຊີ້ນໍາບັນດາວິສາຫະກິດໃຫ້ນໍາໃຊ້ມາດຕະການຜ່ານແດນຕ່າງໆທີ່ເອື້ອອຳນວຍ ແລະ ພຽງພໍໃຫ້ແກ່ວຽກງານດັ່ງກ່າວ,  ເຊັ່ນ: ການແຈ້ງພາສີສອງຂັ້ນ, ການແຈ້ງພາສີລ່ວງໜ້າ, ການແຈ້ງພາສີ ແລະການຊໍາລະຄ່າພາສີດ້ວຍຕົນເອງ, ການເກັບພາສີດ້ວຍຮູບການສັງລວມ ແລະມາດຕະການອື່ນໆ ເພື່ອຍົກສູງປະສິດທິຜົນການຜ່ານແດນ, ຫຼຸດຕົ້ນທຶນຂອງວິສາຫະກິດ, ຮັບປະກັນຜະລິດຕະພັນກະສິກໍາສົດຊື່ນ ສົ່ງອອກໄດ້ຢ່າງວ່ອງໄວ. ຈັດຕັ້ງປະຕິບັດລະບອບການກວດກາ ແລະ ຜ່ານແດນແບບເປີດບໍລິການຕະຫຼອດໂດຍບໍ່ມີວັນພັກ, ແກ່ຍາວເວລາຜ່ານແດນຕາມຄວາມເໝາະສົມ, ຈັດສັນພະນັກ ງານໄປເສີມໜູນຢູ່ແຖວໜ້າດ່ານພາສີ, ຮັບປະກັນການນໍາເຂົ້າຂອງໝາກກ້ວຍ, ໝາກໂມ ແລະຜະລິດຕະພັນກະສິກຳຕາມລະດູູໃຫ້ມີປະລິມານຫຼາຍຢ່າງຮອບດ້ານ. ພ້ອມດຽວກັນນີ້, ເພີ່ມທະວີການປະສານງານ ແລະພົວພັນລະຫວ່າງດ່ານພາສີກັບວິສາຫະກິດ, ປະຕິບັດວຽກງານໂຄສະນາດ້ານນະໂຍບາຍ ແລະກົດລະບຽບໃຫ້ດີ.