“ຄວາມຮັກຍ້ອນໄຟຟ້າ” ຂອງຜູ້ບ່າວຈີນທີ່ເຮັດວຽກຢູ່ໂຄງການສະໜອງໄຟຟ້າຢູ່ລາວ

lmcchina.org, May 6, 2021
Size:

ທ້າວກ່າວຢົງຈື້ ແມ່ນຜູ້ຊ່ຽວຊານທາງເຕັກນິກຢູ່ພາກສະໜາມຂອງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ-ຈີນສ່ວນຢູ່ລາວຊ່ວງສັນຍາໄລຍະສອງ ເຊິ່ງຜູ້ກ່ຽວໄດ້ມາເຮັດວຽກຢູ່ປະເທດລາວນັບແຕ່ເດືອນມີນາ 2020 ແລະ ບໍ່ໄດ້ກັບເມືອຢາມບ້ານເກີດທີ່ແຂວງກຸ້ຍໂຈ່ວ ສປ ຈີນ ເປັນເວລາປີປາຍແລ້ວ. “ໃນໜຶ່ງປີຜ່ານມານີ້ ຂ້ອຍຄິດຢາກຈະກັບໄປຢາມບ້ານແຮງ, ແຕ່ວ່າໂຄງການທາງລົດໄຟຈີນ-ລາວເປັນໂຄງການທີ່ສຳຄັນຫຼາຍສຳລັບສອງປະເທດ, ສະນັ້ນ ຂ້ອຍຕ້ອງເຮັດວຽກໃຫ້ດີດ້ວຍຄວາມຕັ້ງໃຈທີ່ສຸດ.” ໃນເວລາເຮັດວຽກຢູ່ປະເທດລາວ, ຄວາມຕັ້ງໃຈຂອງເຂົາບໍ່ພຽງແຕ່ໄດ້ເຮັດໃຫ້ທາງລົດໄຟຈີນ-ລາວເຊື່ອມເຂົ້າກັບສາຍສົ່ງໄຟຟ້າໄດ້ ຍັງເຮັດໃຫ້ເຂົາສາມາດຍາດຄວາມຮັກຈາກ ນາງຝັນ ທີ່ເປັນສາວລາວໄດ້ຢ່າງສຳເລັດຜົນ.

ໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ-ຈີນສ່ວນທີ່ຢູ່ລາວ ແມ່ນວິສະວະກຳສະໜອງໄຟຟ້າທີ່ຮອງຮັບໂຄງການທາງລົດໄຟຈີນ-ລາວ ໂດຍແມ່ນບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈຳກັດເປັນຜູ້ຮັບຜິດຊອບການກໍ່ສ້າງ ເຊິ່ງເປັນບໍລິສັດທີ່ສ້າງຕັ້ງຂຶ້ນໃນຮູບແບບຮ່ວມທຶນໂດຍບໍລິສັດ CSG ຢູນນານສາກົນ ແລະ ລັດວິສາຫະກິດໄຟຟ້າລາວ. ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 30 ທັນວາ 2019 ເຊິ່ງແລວສາຍສົ່ງໄດ້ຜ່ານ 4 ແຂວງ ແລະ 1 ນະຄອນຫຼວງ ຄືແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ໃນສາຍຕາຂອງທ້າວກ່າວຢົງຈື້, ຄົນລາວເປັນຄົນດຸໝັ່ນພາກພຽນ ແລະ ມີນິດໄສລຽບງ່າຍ. “ໃນເວລາທີ່ສ້າງຄວາມລຶ້ງເຄີຍກັບບ່ອນດຳລົງຊີວິດໃໝ່, ພວກເຮົາໄດ້ຊ່ວຍພະນັກງານລາວຮ່ຳຮຽນເຕັກນິກຕ່າງໆ ແລະ ພວກເຂົາໄດ້ຊ່ວຍເຫຼືອພວກເຮົາປັບຕົວເຂົ້າກັບຊີວິດການເປັນຢູ່ໃນທ້ອງຖິ່ນນັ້ນ.” ພາຍຫຼັງໄດ້ຢູ່ປະເທດລາວເປັນເວລາໜຶ່ງປີ, ທ້າວກ່າວຢົງຈື້ ກໍໄດ້ມັກຮັກຕຳໝາກຫຸ່ງ ແລະ ເບຍລາວ.  “ໃນເວລາພັກຜ່ອນ, ພະນັກງານຈີນ ແລະ ລາວຍັງມີການຈັດງານດົນຕີຮ່ວມກັນ, ທຸກຄົນຮ່ວມພາກັນຮ້ອງລຳທຳເພງດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນທີ່ສຸດ.”

ໃນເດືອນພຶດສະພາ 2020, ທ້າວກ່າວຢົງຈື້ໄດ້ມາປະຕິບັດວຽກວັດແທກ ເທເບຕົງ ແລະວຽກອື່ນໆຢູ່ບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ ເຊິ່ງຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມຕັ້ງໃຈເຮັດວຽກຂອງລາວເຂົາໄດ້ສ້າງຄວາມປະທັບໃຈໃຫ້ແກ່ນາຍບ້ານຜູ້ເຖົ້າ. ດ້ວຍເຫດນັ້ນ, ນາຍບ້ານໄດ້ແນະນຳ ນາງຝັນ ໃຫ້ລາວຮູ້ຈັກ ແລະລາວ ກໍຫຼົງຮັກນາງຝັນພໍແຕ່ໄດ້ພົບໜ້າກັນ.  ທ້າວກ່າວຢົງຈື້ ເວົ້າວ່າ “ໃນເບື້ອງຕົ້ນ, ພວກເຮົາໄດ້ສື່ສານລົມກັນໂດຍຜ່ານເຄື່ອງແປພາສາ ແລະ ແອັບໂຊຊຽວ (Social App). ຕໍ່ມາ, ຂ້ອຍໄດ້ສອນພາສາຈີນໃຫ້ນາງ ແລະ ນາງກໍໄດ້ສອນພາສາລາວໃຫ້ຂ້ອຍ ບວກກັບການໃຊ້ພາສາມື ແມ່ນບໍ່ມີບັນຫາດ້ານການສື່ສານກັນໃນຊີວິດປະຈຳວັນໂດຍພື້ນຖານ.”

ວັນທີ 31 ມີນາ 2021, ໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ-ຈີນຕອນສ່ວນຢູ່ລາວໄດ້ສຳເລັດການກໍ່ສ້າງຕາມເວລາກຳນົດພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງພະນັກງານສອງປະເທດຈີນ-ລາວຈຳນວນ 600 ປາຍຄົນ, ແຕ່ວ່າທ້າວກ່າວຢົງຈື້ ຍັງຢາກສືບຕໍ່ຢູ່ປະເທດລາວ. ເຂົາໄດ້ເວົ້າວ່າ “ຂ້ອຍກຽມຈະສະໝັກເຮັດວຽກຮັກສາການດຳເນີນໂຄງການຢູ່ປະເທດລາວ ເພື່ອປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ທາງລົດໄຟຈີນ-ລາວ.”

“ຂ້ອຍ ກັບ ນາງຝັນ ກໍຫວັງວ່າຈະສາມາດເປັນສັກຂີພິຍານໃຫ້ແກ່ການເປີດນຳໃຊ້ທາງລົດໄຟຈີນ-ລາວ. ໃນເວລານັ້ນ, ພວກເຮົາຈະນັ່ງລົດໄຟຈາກປະເທດລາວໄປຫາປະເທດຈີນເພື່ອໄປຢາມບ້ານເກີດຂອງຂ້ອຍ.”