ສປ ຈີນ ກັບ ສປປ ລາວ ຮ່ວມມືກັນສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ

lmcchina.org, May 6, 2021
Size:

ໃນໄລຍະສອງປີມານີ້, ສປ ຈີນ ແລະ ສປປ ລາວ ກຳລັງຮ່ວມມືກັນສ້າງຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ຄື ເຂດພັດທະນາກວມລວມໄຊເຊດຖາໃຫ້ກາຍເປັນເຂດສາທິດການປ່ອຍອາຍກາກບອນຕ່ຳ, ຊຸກຍູ້ໃຫ້ຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນພັດທະນາເປັນແບບຢ່າງແຫ່ງຕົວເມືອງທີ່ມີການປ່ອຍອາຍກາກບອນຕ່ຳ ແລະ ຮັກສາສິ່ງແວດລ້ອມຂອງປະເທດລາວ ກໍຄື ຂອງບັນດາປະເທດອາຊີອາຄະເນ.

ທ່ານ ຂຽງຄໍາ ພຸດຈັນທະວົງສາ, ຮອງອໍານວຍການ ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ (ເອີ້ນຫຍໍ້ວ່າ ບໍລິສັດຮ່ວມທຶນ) ແນະນຳໃຫ້ຊາບໃນວັນທີ 24 ນີ້ວ່າ: “ພາຍຫຼັງດຳເນີນໂຄງການສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳຢູ່ເຂດພັດທະນາກວມລວມໄຊເຊດຖາ, ຢູ່ເຂດພັດທະນາຈະຕິດຕັ້ງໄຟເຍືອງທາງທີ່ນຳໃຊ້ພະລັງງານແສງຕາເວັນທັງໝົດ, ຢູ່ລຽບຕາມເສັ້ນທາງຈະມີການປູກຕົ້ນໃໝ່ທີ່ເປັນລະບຽບ, ຢູ່ໃຕ້ຮົ່ມຕົ້ນໄມ້ແມ່ນຖະໜົນຄົນຍ່າງ ແລະ ມີການປູກດອກໄມ້ຕົ້ນຫຍ້າ ແລະ ພຸ່ມໄມ້, ນອກຈາກນີ້ແລ້ວ ຍັງຈະມີການຝັງທໍ່ປະເພດຕ່າງໆໄວ້ຢູ່ໃຕ້ດິນ, ນໍ້າປະປາສາມາດສີດຫົດນໍ້າເອງໄດ້ຢ່າງອັດຕະໂນມັດ, ພ້ອມນັ້ນ, ບັນດາຍານພາຫະນະຕາມທ້ອງຖະໜົນກໍຈະນໍາໃຊ້ລົດເມ, ລົດບັນທຸກ ແລະ ລົດລາດຕະເວນປະຕິບັດກົດໝາຍທີ່ນຳໃຊ້ພະລັງງານໃໝ່”.

ບໍລິສັດຮ່ວມທຶນແມ່ນຫົວໜ່ວຍດໍາເນີນໂຄງການເຂດພັດທະນາກວມລວມໄຊເຊດຖາ, ໂດຍມີກຸ່ມບໍລິສັດລົງທຶນກໍ່ສ້າງຢູນນານຮຸ້ນສ່ວນຈໍາກັດເປັນຜູ້ຖືຮຸ້ນສ່ວນໃຫຍ່ ເຊິ່ງບໍລິສັດດັ່ງກ່າວໄດ້ປະສານງານຢ່າງຕັ້ງໜ້າກັບ ກະຊວງນິເວດ ແລະ ສິ່ງແວດລ້ອມ ຂອງ ສປ ຈີນ ແລະກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ກ່ຽວກັບການສ້າງ “ເຂດສາທິດການປ່ອຍອາຍກາກບອນຕ່ຳ” ຢູເຂດພັດທະນາກວມລວມໄຊເຊດຖາ. 

ທ່ານ ຫຼິວຫູ, ປະທານບໍລິສັດຮ່ວມທຶນລາວ-ຈີນຈໍາກັດ, ຜູ້ຮັບຜິດຊອບທຸລະກິດຢູ່ປະເທດລາວຂອງກຸ່ມບໍລິສັດລົງທຶນກໍ່ສ້າງຢູນນານຫຸ້ນສ່ວນຈໍາກັດ ໄດ້ໃຫ້ສໍາພາດກັບນັກຂ່າວຂອງສຳນັກຂ່າວສານຊິນຫົວ ໃນວັນທີ 24 ນີ້ວ່າ: “ພວກເຮົາຮູ້ສຶກວ່ານີ້ແມ່ນໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນຫຼາຍ ແລະ ກຳລັງດຳເນີນການຮ່ວມມືຢ່າງຕິດແທດຕົວຈິງກັບຝ່າຍລາວ ເພື່ອຈະໄດ້ໃຫ້ຄວາມຊ່ວຍເຫຼືອໃນການຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ຕາມຄວາມສາມາດຕົວຈິງຂອງຕົນ”. ທ່ານ ຫຼິວຫູ ກ່າວວ່າ: “ຝ່າຍຈີນມີແຜນການຈະໃຫ້ການຊ່ວຍເຫຼືອ ເຊັ່ນ: ໄຟເຍືອງທາງທີ່ນຳໃຊ້ພະລັງງານແສງຕາເວັນ, ຍານພາຫະນະທີ່ນຳໃຊ້ພະລັງງານໃໝ່ ແລະອຸປະກອນຕິດຕາມກວດ ກາແບບພົກພາໃຫ້ແກ່ເຂດພັດທະນາດັ່ງກ່າວ. ວັນທີ 16 ກໍລະກົດ 2020, ລັດຖະມົນຕີກະຊວງສິ່ງແວດລ້ອມສອງປະເທດ ຈີນ-ລາວ ໄດ້ລົງນາມໃນ “ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ ເຂດພັດທະນາກວມລວມໄຊເຊດຖາ ນະຄອນ ຫຼວງວຽງຈັນ” ຜ່ານຮູບແບບວິດີໂອທາງໄກ.

ເຂດພັດທະນາກວມລວມໄຊເຊດຖາ ຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ເຊິ່ງກວມເອົາເນື້ອທີ່ 11,5 ກິໂລຕາແມັດ. ໂຄງການສ້າງເຂດພັດທະນາດັ່ງກ່າວ ແມ່ນໂຄງການຮ່ວມມືຈຸດສຸມລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ສປປ ລາວ ເຊິ່ງເປັນເຂດການຮ່ວມມືທາງດ້ານເສດຖະກິດ-ການຄ້າລະດັບຊາດຢູ່ຕ່າງປະເທດຂອງປະເທດຈີນ, ທັງເປັນເຂດເສດຖະກິດພິເສດລະດັບຊາດຂອງປະເທດລາວ. ເຂດພັດທະນາດັ່ງກ່າວແມ່ນກຸ່ມບໍລິສັດລົງທຶນກໍ່ສ້າງຢູນນານຫຸ້ນສ່ວນຈໍາກັດ ແລະ ອຳນາດການປົກຄອງນະຄອນຫຼວງວຽງຈັນເປັນຜູ້ລົງທຶນພັດທະນາຮ່ວມກັນ ເຊິ່ງມີບົດບາດເປັນເຂດນິຄົມອຸດສາຫະກຳ ແລະ ເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ, ໂດຍມີມູນຄ່າການລົງທຶນຕາມແຜນການປະມານ 5 ຕື້ໂດລາສະຫະລັດ. ຮອດເດືອນເມສາ 2021, ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງຂອງເຂດນິຄົມອຸດສາຫະກຳຢູ່ເຂດພັດທະນາດັ່ງກ່າວ ທັງໄດ້ເລີ່ມຕົ້ນການກໍ່ສ້າງຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນຢ່າງຮອບດ້ານ ເຊິ່ງໃນປັດຈຸບັນນີ້ໄດ້ດຶງດູດວິສາຫະກິດ 92 ແຫ່ງເຂົ້າມາເຊັນສັນຍາຮ່ວມມື ແລະ ຕັ້ງສຳນັກງານຢູ່ເຂດດັ່ງກ່າວ.