ທະ​ນາ​ຄານ​ການ​ພັດ​ທະ​ນາອາ​ຊີ​ຄາດ​​ວ່າ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2021 ນີ້​ຈະ​ເຕີບ​ໂຕ 4,4%

CRI, May 6, 2021
Size:

ຕາມຂ່າວCRI: ວັນທີ 28 ເມສານີ້, ທະນາຄານການພັດທະນາທະວີບອາຊີຫຼື ADB ໄດ້ເຜີຍແຜ່ບົດລາຍງານ “ການພັດທະນາຂອງອາຊີ” ໂດຍໄດ້ຊີ້ໃຫ້ເຫັນ່ວ່າ: ຍ້ອນໄດ້ປະຕິບັດແຜນການສັກວັກຊີນຕ້ານໂຄວິດ-19 ທີ່ດີ ແລະມີຄວາມຕ້ອງການດ້ານການສົ່ງອອກຢ່າງແຂງແຮງ, ຈຶ່ງໄດ້ຍົກສູງຄາດໝາຍການເຕີບໂຕຂອງບັນດາປະເທດຢູ່ທະວີບອາຊີປີ 2021 ໃຫ້ເພີ່ມຂຶ້ນ, ແຕ່ວ່າ ທະນາຄານ ADB ຍັງໄດ້ກ່າວເຕືອນໃນເວລາດຽວກັນວ່າ, ການແຜ່ລະບາດຂອງພະຍາດອາດຈະເປັນໄພຂົ່ມຂູ່ຕໍ່ການຟື້ນຟູເສດຖະກິດຂອງພາກພື້ນນີ້.

   ທະນາຄານ ADB ຄາດຄະເນວ່າ, ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງພາກພື້ນອາຊີຈະເພີ່ມຂຶ້ນ 7,3% ໃນປີ 2021 ນີ້, ດີກວ່າ

6,8% ທີ່ໄດ້ຄາດຄະເນໄວ້ໃນເດືອນທັນວາປີ 2020 ແລ້ວນີ້.

   ຄາດຄະເນວ່າເມື່ອຮອດປີ 2022, ການເຕີບໂຕຂອງທະວີບອາຊີຈະຫຼຸດລົງຍງເຫຼືອ5,3%.

   ທະນາຄານ ADB ໄດ້ປັບຫຼຸດຄາດໝາຍການເຕີບໂຕຂອງປະເທດມາເລເຊຍ, ຟີລິບປີນແລະໄທ, ປັບຫຼຸດຄາດໝາຍການເຕີບໂຕຂອງ GDP ຂອງປະເທດອາຊີຕາເວັນອອກສຽງໃຕ້ໃນປີ 2021 ນີ້ໃຫ້ຍັງເຫຼືອ 4,4%.