ຈີນ​ຈະ​ຈັດ​ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໃນ​ຕົ້ນ​ເດືອນ​ໜ້າ

CRI, May 6, 2021
Size:

ຕາມຂ່າວCRI:ວັນທີ 7 ຫາວັນທີ 10 ພຶດສະພາໜ້ານີ້, ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງປະຖົມມະລືກຈະຈັດຂຶ້ນຢູ່ນະຄອນໄຫໂຂແຂວງໄຫຫຼຳຂອງຈີນ. ວັນທີ 28 ເມສານີ້, ທ່ານຫວາງປີ່ງໜານ, ຮອງລັດຖະມົນຕີກະຊວງການຄ້າຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ: ປັດຈຸບັນນີ້ມີວິສາຫະກິດ 648 ແຫ່ງທີ່ມາຈາກ 69 ປະເທດແລະພາກພື້ນຈະເຂົ້າຮ່ວມງານວາງສະແດງຄັ້ງນີ້, ມີຍີ່ຫໍ້ທີ່ຈະເຂົ້າຮ່ວມງານວາງສະແດງ 1319 ຍີ່ຫໍ້. ຄາດຄະເນວ່າໃນໄລຍະຈັດງານວາງສະແດງ, ຈະມີຜູ້ຈັດຊື້ມາຈາກນອກເກາະໄຫຫຼຳຫຼາຍກວ່າ 2 ໝື່ນຄົນ; ມີຜູ້ເຂົ້າຊົມຫຼາຍກວ່າ 2 ແສນເທື່ອຄົນ.

ທ່ານຫວາງປີງໜານກ່າວວ່າ: ງານວາງສະແດງເຄື່ອງບໍລິໂພກກໍປຽບເໝືອນປ່ອງຢ້ຽມໃໝ່ຂອງການຈັດຕັ້ງປະຕິບັດນໂຍບາຍເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ. ການຈັດງານວາງສະແດງເຄື່ອງບໍລິໂພກຂອງຈີນ, ບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນເຖິງຜົນສຳເລັດດ້ານຍຸດທະສາດທີ່ສຳຄັນໃນການປ້ອງກັນແລະຄວບຄຸມສະພາບພະຍາດຂອງຈີນເທົ່ານັ້ນ, ຍັງໄດ້ສົ່ງສັນຍານອັນຕັ້ງໜ້າທາງດ້ານເສດຖະກິດຂອງຈີນທີ່ມີຄວາມໝັ້ນທ່ຽງແລະມີອະນາຄົດທີ່ດີ. ຈີນຍິນດີຕ້ອນຮັບປະເທດຕ່າງໆມາຊົມໃຊ້ຜົນສຳເລັດຂອງການພດທະນາຢ່າງວ່ອງໄວຂອງຈີນ, ຊົມໃຊ້ຕະຫຼາດໃຫຍ່ຂອງຈີນ, ສະໜອງກຳລັງແຮງໃໝ່ໃນການຟື້ນຟູການເຕີບໂຕຂອງເສດຖະກິດໂລກ.