ຜູ້ຊ່ຽວຊານການແພດໄທຊີ້ອອກວ່າ: ເຊື້ອພະຍາດໂຄວິດ-19 ກາຍພັນ ເຮັດໃຫ້ກໍລະນີຄົນເຈັບອາການໜັກ ແລະເສຍຊີວິດຢູ່ປະເທດຕົນເພີ່ມຂຶ້ນຢ່າງຫຼວງຫຼາຍ

CRI, April 29, 2021
Size:

ວັນທີ 27 ເມສານີ້, ທ່ານ ດຣ. ປະສິດ ວັດນາພາ, ຜູ້ຊ່ຽວຊານທາງການແພດທີ່ມີຊື່ສຽງຂອງໄທຊີ້ອອກວ່າ: ເຊື້ອພະຍາດໂຄວິດ-19 ທີ່ແຜ່ລະບາດໃນຮອບນີ້ ແມ່ນເຊື້ອພະຍາດກາຍພັນແລ້ວ ເຊິ່ງສາມາດແຜ່ລະບາດໄດ້ຢ່າງວ່ອງໄວ, ເຮັດໃຫ້ມີຜູ້ຕິດເຊື້ອອາການໜັກ ແລະເສຍຊີວິດເພີ່ມຂຶ້ນຢ່າງຫຼວງຫຼາຍ, ນັບແຕ່ຖືກບົ່ງມະຕິຕິດເຊື້ອຈົນຮອດເສຍຊີວິດ ສະເລ່ຍແລ້ວໃຊ້ເວລາພຽງແຕ່ 7 ຫາ 10 ມື້ເທົ່ານັ້ນ. ທ່ານ ດຣ. ປະສິດ ວັດນາພາ ເຫັນວ່າ: ການແຜ່ລະບາດຂອງພະຍາດໃນຮອບນີ້ແມ່ນກ່ຽວຂ້ອງກັບມື້ພັກບຸນປີໃໝ່ໄທກ່ອນໜ້ານີ້ບໍ່ດົນ, ພ້ອມທັງໄດ້ຄາດວ່າ: ໃນໄລຍະຕໍ່ໄປ, ຈຳນວນຜູ້ເສຍຊີວິດທີ່ເພີ່ມໃໝ່ໃນແຕ່ລະມື້ອາດຈະມີຫຼາຍສິບຄົນ. ທ່ານ ດຣ. ປະສິດ ວັດນາພາ ຍັງກ່າວຕື່ມອີກວ່າ: ຄຽງຄູ່ກັບກໍລະນີຄົນເຈັບທີ່ມີອາການໜັກເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄວາມຕ້ອງການພະນັກງານການແພດ, ອຸປະກອນການແພດ, ຕຽງຄົນເຈັບ ແລະຢາປິ່ນປົວ ກໍຈະເພີ່ມຂຶ້ນເຊັ່ນກັນ, ແຕ່ຈຳນວນພະນັກງານການແພດບໍ່ສາມາດເພີ່ມຂຶ້ນໄດ້ໃນໄລຍະອັນສັ້ນ.