ສຳເລັດວຽກງານການກໍ່ສ້າງຫ້ອງສະຖານີຂອງເສັ້ນທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນ

Yunnan Gateway, April 28, 2021
Size:

ປັດຈຸບັນນີ້, ເສັ້ນທາງລົດໄຟລາວ-ຈີນ ເລີ່ມຈາກເມືອງຄຸນໝິງ ໄປຮອດ ນະຄອນຫຼວງວຽງຈັນ ໂຄງສ້າງຕົ້ນຕໍຂອງການກໍ່ສ້າງຫ້ອງສະຖານີໃນເສັ້ນທາງທັງໝົດ 11 ຫ້ອງໄດ້ສຳເລັດ, ດຽວນີ້ກຳລັງຢູ່ ໃນຂັ້ນຕອນການຕົກແຕ່ງ,ຄາດວ່າຈະສຳເລັດໃນທ້າຍເດືອນມິຖຸນາ, ແລະ ຈະມີການນຳໃຊ້ພາຍໃນປີນີ້. ການກໍ່ສ້າງ ແລະ ຕົກແຕ່ງສະຖານີໄດ້ປະສົມເອກະລັກຂອງພາກພື້ນ, ຊົນເຜົ່າ ແລະ ປະຫວັດສາດວັດທະນະທຳຂອງທ້ອງຖິ່ນ, ນຳເອົາສ່ວນປະກອບຂອງວັດທະນະທຳ ນຳໃຊ້ເຂົ້າໃນສະຖານທີ່ເຊັ່ນ ເຂດສາທາລະນະ, ສະຖານີ ເປັນຕົ້ນ, ຈະສ້າງສະຖານີໃຫ້ກາຍເປັນນາມບັດອັນສວຍງາມຂອງທ້ອງຖິ່ນ.


ໃນນັ້ນ, ສະຖານີພູເອີ, ຫ່າງຈາກສູນກາງຂອງເມືອງພູເອີ 2 ກິໂລແມັດ, ເນື້ອທີ່ຫ້ອງສະຖານີມີ 12 ພັນ ຕາແມັດ, ສາມາດຮອງຮັບ ນັກທ່ອງທ່ຽວທີ່ຖ້າລົດໄດ້ 1500 ກວ່າຄົນ. ສະຖານີສິບສອງພັນນາ, ມີເນື້ອທີ່ຫ້ອງສະຖານີ 10 ພັນຕາ ແມັດ, ສາມາດຮອງຮັບ ນັກທ່ອງ ທ່ຽວທີ່ຖ້າລົດໄດ້ 3000 ກວ່າຄົນ, ສະຖານີບໍ່ຫານມີເນື້ອທີ່ 15ພັນຕາ ແມັດ. ສະຖານີນີງເອີມີເນື້ອທີ່ຫ້ອງສະຖານີ 8 ພັນຕາ ແມັດ.