ເກີດ​ເຫດ​ລະ​ເບີດ 2 ຄັ້ງລຽນ​ຕິດ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ

CRI, April 28, 2021
Size:

ຕາມຂ່າວCRI:ໃນເວລາ 14 ໂມງຂອງວັນທີ 25 ເມສານີ້ຕາມເວລາທ້ອງຖິ່ນ, ຫ້ອງການແຫ່ງໜຶ່ງທີ່ເຂດອິນເຊນໃນນະຄອນຫຼວງເນປີດໍຂອງມຽນມາໄດ້ເກີດເຫດການຫຼອນໂຈມຕີດ້ວຍລະເບີດ, ຜູ້ເຫັນເຫດການກ່າວວ່າ: ໃນເວລາເກີດເຫດການໄດ້ຍິນສຽງລະເບີດດັງຂຶ້ນ 3 ເທື່ອລຽນຕິດ; ຫຼັງຈາກນັ້ນຮອດເວລາປະມານ 17 ໂມງ 30 ນາທີ, ທະນາຄານການຄ້າຂອງມຽນມາແຫ່ງໜຶ່ງຢູ່ເຂດທິງກັງຢວນໃນນະຄອນຫຼວງເນປີດໍຖືກຫຼອນໂຈມຕີດ້ວຍລະເບີດເຊັ່ນກັນ, ເຫດການລະເບີດສອງຄັ້ງບໍ່ມີການລາຍງານຂ່າວກ່ຽວກັບຜູ້ບາດເຈັບແລະເສຍຊີວິດ, ມີພຽງແຕ່ສິ່ງກໍ່ສ້າງພາກສ່ວນໜຶ່ງໄດ້ຖືກທຳລາຍ, ຫຼັງຈາກລະເບີດແຕກຂຶ້ນແລ້ວໄດ້ມີທະຫານແລະຕຳຫຼວດຈຳນວນຫຼວງຫຼາຍມາເຖິງບ່ອນເກີດເຫດ, ແລະໄດ້ປິດລ້ອມບ່ອນເກີດເຫດ.

 

ປັດຈຸບັນນີ້, ຕໍາຫຼວດກຳລັງດຳເນີນການສຳຫູວດພື້ນທີ່ເກີດການ.