ບົດ​ປາ​ໄສ​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

CRI, April 26, 2021
Size:

ບົດປາໄສທີ່ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ_fororder_微信图片_20210423150724



ຮ່ວມກັນສ້າງປະຊາຄົມຮ່ວມຊີວິດລະຫວ່າງຄົນກັບທຳມະຊາດ

ບົດປາໄສທີ່ກ່າວໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ

ທ່ານສີຈິ້ນຜິງ ປະທານປະເທດສາທາລະນະລັດປະຊາຊົນຈີນ

ວັນທີ 22 ເມສາປີ2021 ທີ່ນະຄອນຫຼວງປັກກິ່ງ


ທ່ານປະທານາທິບໍດີໂຈ ໄບເດັນທີ່ເຄົາລົບນັບຖື, ບັນດາທ່ານ ເພື່ອນຮ່ວມງານທີ່ເຄົາລົບນັບຖື:

ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດເນື່ອງໃນໂອກາດວັນໜ່ວຍໂລກ ທີ່ໄດ້ໝູນວຽນມາເຖິງ, ຂໍຂອບໃຈນຳທ່ານປະທານາທິບໍດີໄບເດັນທີ່ໄດ້ເຊື້ອເຊີນຂ້າພະເຈົ້າເຂົ້າຮ່ວມກອງປະຊຸມຄັ້ງນີ້. ຂໍຖືໂອກາດນີ້, ຂ້າພະເຈົ້າຍິນດີຮ່ວມກັບບັນດາທ່ານລົງເລິກການແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ, ຮ່ວມກັນປຶກສາຫາລືວິທີການຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ຮ່ວມກັນຄົ້ນຫາເສັ້ນທາງທີ່ເຮັດໃຫ້ຄົນກັບທຳມະຊາດສາມາດຢູ່ຮ່ວມກັນໄດ້ຢ່າງກົມກຽວ.

ນັບແຕ່ມວນມະນຸດເຂົ້າສູ່ຍຸກອະລິຍະທຳອຸດສາຫະກຳເປັນຕົ້ນມາ, ໃນຂະນະທີ່ສ້າງຊັບສິນທາງດ້ານວັດຖຸຂຶ້ນມາຢ່າງຫຼວງຫຼາຍນັ້ນ, ກໍໄດ້ເລັ່ງຂຸດຄົ້ນເອົາຊັບພະຍາກອນທຳມະຊາດໃຫ້ໄວຂຶ້ນ, ທັງໄດ້ທຳລາຍຄວາມສົມດຸນຂອງລະບົບນິເວດຂອງໜ່ວຍໂລກ, ເຮັດໃຫ້ຄົນກັບທຳມະຊາດມີຂໍ້ຂັດແຍ້ງອັນເລິກເຊິ່ງນັບມື້ນັບພົ້ນເດັ່ນຂຶ້ນ. ໃນຊຸມປີຜ່ານມາ, ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍ ຊີວະນານາພັນ, ການຫັນເປັນທະເລຊາຍມີຄວາມຮ້າຍແຮງຂຶ້ນຕື່ມ, ເຫດການທີ່ເກີດຈາກສະພາບອາກາດຮ້າຍແຮງໄດ້ເກີດຂຶ້ນເລື້ອຍໆ,ເຊິ່ງໄດ້ສ້າງສິ່ງທ້າທາຍອັນຂ້ຽວຂາດໃຫ້ກັບການຍືນຍົງຄົງຕົວແລະການພັດທະນາຂອງມວນມະນຸດ. ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງຕໍ່ເນື່ອງ, ເຊິ່ງໄດ້ສົ່ງຜົນກະທົບໃຫ້ກັບການພັດທະນາເສດຖະກິດສັງຄົມຂອງບັນດາປະເທດໜັກໜ່ວງຂຶ້ນຕື່ມ.ເມື່ອຜະເຊີນໜ້າກັບຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນໃນການຄຸ້ມຄອງສິ່ງແວດລ້ອມຂອງທົ່ວໂລກ, ປະຊາຄົມໂລກຕ້ອງມີອຸດົມການທີ່ຍິ່ງໃຫຍ່ ແລະ ມີການກະທຳທີ່ບໍ່ເຄີຍເຮັດມາກ່ອນ, ກ້າແບກຫາບຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈກັນ, ຮ່ວມກັນສ້າງປະຊາຄົມຮ່ວມຊີວິດລະຫວ່າງຄົນກັບທຳມະຊາດ.

ຍຶດໝັ້ນໃນການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງຄົນກັບທຳມະຊາດ. ທຸກສິ່ງຢ່າງໃນໂລກຕ່າງກໍໄດ້ກຳເນີດຂຶ້ນຕາມທຳມະຊາດແລະຕ່າງກໍໄດ້ຮັບການຫຼໍ່ລ້ຽງຈາກທຳມະຊາດ. ທຳມະຊາດເປັນອູ່ເຂົ້າອູ່ປາສຳລັບສິ່ງທີ່ມີຊີວິດທຸກຢ່າງເຊິ່ງລວມທັງຄົນ, ເປັນເງື່ອນໄຂພື້ນຖານສຳລັບການຍືນຍົງຄົງຕົວແລະການພັດທະນາຂອງມວນມະນຸດ. ທຳມະຊາດໄດ້ບົ່ມສ້າງແລະຫຼໍ່ລ້ຽງມະນຸດເຮົາ, ສະນັ້ນ ມະນຸດເຮົາຄວນຖືທຳມະຊາດເປັນຮາກເຫງົ້າ, ເຄົາລົບທຳມະຊາດແລະປະຕິບັດຕາມກົດເກນທຳມະຊາດ, ອະນຸລັກທຳມະຊາດ. ຖ້າບໍ່ເຄົາລົບທຳມະຊາດ, ລະເມີດກົດເກນທຳມະຊາດ, ກໍຈະຖືກທຳມະຊາດສົ່ງຜົນກະທົບໃຫ້. ຖ້າວ່າລະບົບທຳມະຊາດຖືກທຳລາຍ, ການຍືນຍົງຄົງຕົວແລະການພັດທະນາຂອງມະນຸດກໍເໝືອນດັ່ງນ້ຳທີ່ບໍ່ມີແຫຼ່ງກຳເນີດ ແລະ ຕົ້ນໄມທີ່ບໍ່ມີຮາກເຫງົ້າ. ພວກເຮົາຄວນອະນຸລັກທຳມະຊາດແລະສິ່ງແວດລ້ອມນິເວດປານຮັກສາດວງຕາຂອງຕົນ, ຊຸກຍູ້ການສ້າງສະພາບການໃໝ່ທີ່ຄົນກັບທຳມະຊາດສາມາດຢູ່ຮ່ວມກັນໄດ້ຢ່າງກົມກຽວ.

ຍຶດໝັ້ນການພັດທະນາແບບສີຂຽວ. ພູຂຽວນໍ້າໃສກໍແມ່ນພູເງິນພູຄໍາ. ການອະນຸລັກສິ່ງແວດລ້ອມກໍແມ່ນການອະນຸລັກກຳລັງການຜະລິດ, ການປົວແປງສິ່ງແວດລ້ອມນິເວດກໍແມ່ນການພັດທະນາກຳລັງການຜະລິດ, ນີ້ແມ່ນສັດຈະທຳແບບລຽບງ່າຍ. ພວກເຮົາຕ້ອງປະຖິ້ມຮູບແບບການພັດທະນາທີ່ສົ່ງຜົນກະທົບຈົນເຖິງຂັ້ນທຳລາຍສິ່ງແວດລ້ອມນິເວດ, ປະຖິ້ມການກະທຳແບບສາຍຕາສັ້ນທີ່ນຳໃຊ້ສິ່ງແວດລ້ອມເພື່ອແລກກັບການພັດທະນາໃນໄລຍະຊົ່ວຄາວ. ຕ້ອງສອດຄ່ອງກັບທິດທາງລວມແຫ່ງການປະຕິວັດວິທະຍາສາດເຕັກນິກ ແລະ ການປ່ຽນແປງໃໝ່ດ້ານອຸດສາຫະກຳໃນຍຸກປະຈຸບັນ, ກຳແໜ້ນໂອກາດການພັດທະນາອັນໃຫຍ່ຫຼວງໃນການຫັນປ່ຽນການພັດທະນາໃຫ້ເປັນແບບສີຂຽວ, ຖືເອົາການປະດິດສ້າງໃໝ່ເປັນແຮງຂັບເຄື່ອນ, ອອກແຮງຊຸກຍູ້ການຫັນປ່ຽນຮູບການພັດທະນາ ແລະ ຍົກລະດັບໂຄງປະກອບເສດຖະກິດ ພະລັງງານ ແລະ ອຸດສາຫະກຳ, ເຮັດໃຫ້ສິ່ງແວດລ້ອມນິເວດທີ່ດີງາມກາຍເປັນສິ່ງຄໍ້າປະກັນການພັດທະນາເສດຖະກິດສັງຄົມຂອງທົ່ວໂລກແບບຍືນຍົງ.

ຍຶດໝັ້ນການຄຸ້ມຄອງຢ່າງເປັນລະບົບ. ພູຜາແມ່ນ້ຳ, ປ່າໄມ້, ໜອງບຶງ,ທົ່ງນາ ທົ່ງຫຍ້າ,ທະເລຊາຍ ເປັນລະບົບນິເວດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.ການອະນຸລັກສິ່ງແວດລ້ອມ, ບໍ່ຄວນເຮັດແບບພໍ້ບັນຫາຢູ່ບອ່ນໃດແລ້ວຈຶ່ງໄປປັບປຸງຢູ່ບ່ອນນັ້ນ. ພວກເຮົາຕ້ອງປະຕິບັດຕາມກົດເກນສະເພາະຕົວຂອງລະບົບນິເວດ, ພິຈາລະນາເຖິງທຸກປັດໄຈໃນລະບົບນິເວດຢ່າງເປັນເອກະພາບກັນ.ເພື່ອບັນລຸເປົ້າໝາຍໃນການເພີ່ມຄວາມສາມາດໃຫ້ກັບຮອບໝູນວຽນຂອງລະບົບນິເວດ, ປົກປັກຮັກສາຄວາມສົມດຸນຂອງລະບົບນິເວດ.

ຍຶດໝັ້ນຖືຄົນເປັນກົກ. ສິ່ງແວດລ້ອມນິເວດໄດ້ພົວພັນເຖິງຄວາມຜາສຸກຂອງປະຊາຊົນບັນດາປະເທດ. ພວກເຮົາຕ້ອງພິຈາລະນາຢ່າງເຕັມສ່ວນເຖິງຄວາມ ມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ, ຄວາມປາຖະໜາຕໍ່ສິ່ງແວດລ້ອມທີ່ດີງາມແລະ ຄວາມຮັບຜິດຊອບທີ່ມີຕໍ່ລູກຫຼານລຸ້ນຫລັງ. ຄົ້ນຄວ້າກ່ຽວກັບຂອດປະສານສົມທົບເພື່ອເພີ່ມປະສິດທິຜົນລະຫວ່າງການອະນຸລັກສິ່ງແວດລ້ອມ ກັບ ການພັດທະນາເສດຖະກິດໃຫ້ໄປຄຽງຄູ່ກັນ, ສ້າງຕຳແໜ່ງວຽກເຮັດງານທຳ ກັບ ການລຶບລ້າງຄວາມທຸກຍາກ, ພະຍາຍາມສ້າງຄວາມຍຸດຕິທຳ ແລະ ເປັນທຳທາງສັງຄົມໃຫ້ສຳເລັດຜົນໃນຂະບວນການຫັນເປັນຮູບການພັດທະນາແບບສີຂຽວ.ເຮັດໃຫ້ປະຊາຊົນບັນດາປະເທດ ມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກແລະຄວາມປອດໄພເພີ່ມຂຶ້ນ

ຍຶດໝັ້ນລັດທິຫຼາຍຝ່າຍ. ພວກເຮົາຕ້ອງຍຶດໝັ້ນການຖືເອົາກົດໝາຍສາກົນເປັນພື້ນຖານ, ຖືເອົາຄວາມຍຸດຕິທຳ ແລະຄວາມເປັນທຳເປັນຈຸດປະສົງຕົ້ນຕໍ, ຖືເອົາການເຄື່ອນໄຫວທີ່ມີປະສິດທິຜົນເປັນທິດຊີ້ນຳ, ຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ, ປະຕິບັດຕາມເປົ້າໝາຍແລະຫຼັກການຂອງ“ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດຂອງອົງການສະຫະປະຊາຊາດ” ພ້ອມດ້ວຍສັນຍາປາຣີ, ພະຍາຍາມສູ້ຊົນຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030, ເພີ່ມທະວີການເຄື່ອນໄຫວຂອງຕົນໃຫ້ເຂັ້ມແຂງ, ລົງເລິກສາຍພົວພັນຄູ່ຮ່ວມມື, ຍົກສູງລະດັບການຮ່ວມມື, ຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນ,ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂະບວນການເດີນທາງຄັ້ງໃໝ່ເພື່ອບັນລຸເປົ້າໝາຍເຮັດໃຫ້ໂລກ ປອດກາກບອນ. ຕ້ອງເກາະແຂນຮ່ວມມືກັນ, ບໍ່ຄວນຕຳໜິເຊິ່ງກັນແລະກັນ; ຄວນຍຶດໝັ້ນການດຳເນີນງານຢ່າງຕໍ່ເນື່ອງ, ບໍ່ຄວນຫັນປ່ຽນນະໂຍບາຍຕາມໃຈ; ຄວນຮັກສາຄຳໝັ້ນສັນຍາຢ່າງໜັກແໜ້ນ, ບໍ່ຄວນປະພຶດຕົວແບບບໍ່ສອດຄ່ອງກັບຄຳໝັ້ນສັນຍາຂອງຕົນ.

ຈີນຊົມເຊີຍອາເມຣິກາທີ່ກັບຄືນເຂົ້າສູ່ຂະບວນການປົວແປງດິນຟ້າອາກາດຫຼາຍຝ່າຍ. ຈີນ ແລະອາເມຣິກາຫາກໍຮ່ວມກັນເຜີຍແຜ່ “ຖະແຫຼງການຮ່ວມກ່ຽວກັບການຮັບມືກັບວິກິດການດ້ານດິນຟ້າອາກາດ”, ຈີນຫວັງຢາກຮ່ວມມືກັບປະຊາຄົມໂລກເຊິ່ງລວມທັງອາເມຣິກາ, ສຸມທຸກຄວາມພະຍາຍາມເພື່ອຊຸກຍູ້ການປັບປຸງສິ່ງແວດລ້ອມຂອງໂລກໃຫ້ດີຂຶ້ນ.

-ຍຶດໝັ້ນໃນຫຼັກການທີ່ມີໜ້າທີ່ຮ່ວມກັນແຕ່ສະຫງວນຄວາມແຕກຕ່າງກັນ. ຫຼັກການທີ່ມີໜ້າທີ່ຮ່ວມກັນແຕ່ສະຫງວນຄວາມແຕກຕ່າງກັນເປັນພື້ນຖານໃຫ້ແກ່ການປົວແປງດິນຟ້າອາກາດຂອງໂລກ. ປະເທດພວມພັດທະນາໄດ້ຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເຊັ່ນ: ການຕ້ານກັບພະຍາດ, ການພັດທະນາເສດຖະກິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ. ພວກເຮົາຕ້ອງຍອມຮັບຢ່າງເຕັມສ່ວນຕໍ່ການປະກອບສ່ວນຂອງປະເທດພວມພັດທະນາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຳນຶງເຖິງຄວາມຫຍຸ້ງຍາກ ແລະ ຄວາມກັງວົນພິເສດຂອງເຂົາເຈົ້າ. ປະເທດທີ່ພັດທະນາແລ້ວຄວນສະແດງໃຫ້ເຫັນເຖິງອຸດົມການທີ່ຍິ່ງໃຫຍ່ ແລະ ການເຄື່ອນໄຫວຫຼາຍກວ່າເກົ່າ, ພ້ອມທັງຊ່ວຍເຫຼືອປະເທດພວມພັດທະນາຍົກສູງຄວາມສາມາດ ແລະ ຄວາມເຂັ້ມແຂງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃຫ້ການຊ່ວຍເຫຼືອດ້ານເງິນທຶນ, ເຕັກໂນໂລຊີ, ເສີມສ້າງຄວາມສາມາດ ແລະດ້ານອື່ນໆແກ່ປະເທດພວມພັດທະນາ, ຫຼີກລ່ຽງກຳແພງດ້ານການຄ້າສີຂຽວ, ຊ່ວຍເຫຼືອເຂົາເຈົ້າເລັ່ງລັດການຫັນປ່ຽນເປັນຮູບການພັດທະນາແບບສີຂຽວ.

 

ບັນດາເພື່ອນຮ່ວມງານ

ແຕ່ໃດໆມາ, ອະລິຍະທຳຈີນໄດ້ສົ່ງເສີມຄົນກັບທຳມະຊາດໃຫ້ເຊື່ອມໂຍງເຂົ້າກັນ ແລະ ປະຕິບັດຕາມກົດເກນທຳມະຊາດ, ສະແຫວງຫາການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນກັບທຳມະຊາດ. ຈີນໄດ້ຕົກລົງເອົາແນວຄວາມຄິດກ່ຽວກັບຄວາມສິວິໄລດ້ານນິເວດ ແລະ ການສ້າງຄວາມສິວິໄລດ້ານນິເວດເຂົ້າໃນ “ລັດຖະທຳມະນູນແຫ່ງສປຈີນ”, ແລະຈັດເຂົ້າໃນແຜນແມ່ບົດກ່ຽວກັບການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຈີນໄດ້ຖືເອົາແນວຄວາມຄິດແຫ່ງຄວາມສິວິໄລດ້ານນິເວດເປັນທິດຊີ້ນຳ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່, ຖືເອົາການຫັນປ່ຽນຮູບການພັດທະນາເສດຖະກິດສັງຄົມເປັນແບບສີຂຽວຢ່າງຮອບດ້ານນັ້ນເປັນສິ່ງນຳພາ, ຖືເອົາການພັດທະນາພະລັງງານແບບສີຂຽວ ແລະ ກາກບອນຕ່ຳເປັນຂໍກຸນແຈ, ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາທີ່ຖືສິ່ງແວດລ້ອມນິເວດເປັນບູລິມະສິດ, ແບບສີຂຽວແລະກາກບອນຕ່ຳ.

ປີຜ່ານມາ, ຂ້າພະເຈົ້າໄດ້ປະກາດຢ່າງເປັນທາງການວ່າ, ຈີນຈະພະຍາຍາມສູ້ຊົນໃຫ້ບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດກ່ອນປີ 2030, ແລະ ບັນລຸການປອດກາກບອນກ່ອນປີ 2060. ນີ້ແມ່ນຍຸດທະສາດສຳຄັນຂອງຈີນທີ່ກຳນົດຂຶ້ນບົນພື້ນຖານຄວາມຮັບຜິດຊອບເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ຄວາມຮຽກຮ້ອງຕ້ອງການພາຍໃນເພື່ອບັນລຸການພັດທະນາແບບຍືນຍົງ.ກຳນົດເວລາທີ່ຈີນໃຫ້ຄຳໝັ້ນສັນຍາກ່ຽວກັບການບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດຈົນຮອດການປອດກາກບອນຕາມຄາດໝາຍແມ່ນໜ້ອຍ ກວ່າກຳນົດເວລາຂອງປະເທດທີ່ພັດທະນາແລ້ວຢ່າງຫຼວງຫຼາຍ.  ຈີນຕ້ອງສຸມຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອບັນລຸເປົ້າໝາຍດັ່ງກ່າວ. ຈີນໄດ້ຈັດເອົາການລະບາຍກາກບອນດີອົກຊິດໃຫ້ເຖິງຈຸດສູງສຸດແລະການປອດກາກບອນດີອົກຊິດເຂົ້າໃນແຜນແມ່ບົດກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ, ພວມສ້າງແຜນດຳເນີນງານທີ່ລະບາຍກາກບອນ ໃຫ້ເຖິງຈຸດສູງສຸດ ແລະລົງເລິກຈັດຕັ້ງປະຕິບັດການເຄື່ອນໄຫວທີ່ກ່ຽວຂ້ອງຢ່າງກວ້າງຂວາງ, ສະໜັບສະໜູນທ້ອງຖິ່ນທີ່ມີເງື່ອນໄຂພ້ອມ ແລະ ຂະແໜງການ ວິສາຫະກິດທີ່ສຳຄັນນຳໜ້າລະບາຍກາກບອນໃຫ້ເຖິງຈຸດສູງສຸດຕາມຄາດໝາຍ. ຈີນຈະຄວບຄຸມໂຄງການຜະລິດໄຟຟ້າດ້ວຍຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຈະຄວບຄຸມການເຕີບໂຕຂອງການບໍລິໂພກຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຈະຫຼຸດການບໍລິໂພກຖ່ານຫີນໃຫ້ໜ້ອຍລົງເທື່ອລະກ້າວ. ນອກນີ້, ຈີນໄດ້ຕົກລົງຮັບເອົາ “ອະນຸສັນຍາມອນເຕຼວ-ກີກາລີສະບັບດັດແກ້, ເພີ່ມທະວີການຄວບຄຸມອາຍພິດເຮືອນແກ້ວທີ່ບໍ່ແມ່ນປະເພດກາກບອນດີອອກຊິດ, ນອກນີ້ຍັງຈະເລີ່ມເປີດການຄ້າຂາຍສິດການລະບາຍກາກບອນດີອົກຊິດໃນຕະຫຼາດທົ່ວປະເທດ.

ໃນຖານະເປັນຜູ້ເຂົ້າຮ່ວມ ຜູ້ປະກອບສ່ວນ ແລະ ຜູ້ນຳໜ້າໃນການສ້າງຄວາມສິວິໄລດ້ານນິເວດ, ຈີນເດັດດ່ຽວປະຕິບັດຕາມລັດທິຫຼາຍຝ່າຍ,ພະຍາຍາມຊຸກຍູ້ການສ້າງລະບົບປັບປຸງສິ່ງແວດລ້ອມຂອງໂລກທີ່ຍຸດຕິທຳ ສົມເຫດສົມຜົນ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນເດືອນຕຸລາປີນີ້ຈີນຈະເປັນເຈົ້າພາບຈັດກອງປະຊຸມພາຄີສົນທິສັນຍາກ່ຽວກັບຄວາມຫຼາກຫຼາຍທາງຊີວະນານາພັນຄັ້ງທີ 15, ຮ່ວມກັບບັນດາຝ່າຍຊຸກຍູ້ການຄຸ້ມຄອງຄວາມຫຼາກຫຼາຍທາງຊີວະນານາພັນຂອງໂລກໃຫ້ມີລະດັບສູງກວ່າເກົ່າ, ສະໜັບສະໜູນ ກອງປະຊຸມພາຄີ“ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດຂອງອົງການສປຊ”ຄັ້ງທີ 26 ໃຫ້ໄດ້ຮັບຜົນງານທີ່ຕັ້ງໜ້າ. ຈີນປະຕິບັດຕາມແນວຄວາມຄິດທີ່ “ສອນວິທີຫາປາໃຫ້”, ຜ່ານການຮ່ວມມືໃຕ້ໃຕ້ດ້ວຍຫຼາຍຮູບແບບ, ຊ່ວຍເຫຼືອປະເທດພວມພັດທະນາຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງສຸດຄວາມສາມາດຂອງຕົນ. ຈາກດາວທຽມວັດແທກດິນຟ້າອາກາດຂອງອາຟຣິກາ ຮອດ ເຂດສາທິດກາກບອນຕ່ຳຢູ່ອາຊີຕາເວັນອອກສຽງໃຕ້, ຕະຫຼອດຮອດໄຟຟ້າປະຢັດພະລັງງານຢູ່ປະເທດເກາະດອນ, ຈີນໄດ້ຮັບຜົນງານຕົວຈິງໃນການຮ່ວມມືໃຕ້ໃຕ້ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.ຈີນໄດ້ກຳນົດເອົາການຮ່ວມມືໃນຂົງເຂດຄວາມສິວິໄລດ້ານນິເວດເປັນເນື້ອໃນສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ລິເລີ່ມຈັດການເຄື່ອນໄຫວສີຂຽວຕ່າງໆ, ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງແບບສີຂຽວ, ພະລັງງານສີຂຽວ, ຄົມມະນາຄົມສີຂຽວ, ການເງິນສີຂຽວ ແລະອື່ນໆ, ເພື່ອສ້າງຜົນປະໂຫຍດຢ່າງຕໍ່ເນື່ອງໃຫ້ແກ່ປະຊາຊົນບັນດາປະເທດທີ່ເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.


ບັນດາເພື່ອນຮ່ວມງານ!

“ຖ້າຄົນທັງຫຼາຍຮ່ວມແຮງຮ່ວມໃຈກັນ, ເຖິງຈະໜັກສ່ຳໃດກໍສາມາດຍົກຂຶ້ນໄດ້.” ການປ່ຽນແປງຂອງດິນຟ້າອາກາດໄດ້ສ້າງສິ່ງທ້າທາຍຕົວຈິງທີ່ໜັກໜ່ວງ ແລະຍາວນານໃຫ້ກັບມວນມະນຸດ. ແຕ່ວ່າຂ້າພະເຈົ້າກໍເຊື່ອໝັ້ນວ່າ, ຂໍພຽງແຕ່ພວກເຮົາຮ່ວມແຮງຮ່ວມໃຈກັນ, ແລະຊ່ວຍຊູຍູ້ໜູນກັນ, ມວນມະນຸດກໍຈະສາມາດຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດໄດ້ຢ່າງແນ່ນອນ, ສ້າງໂລກທີ່ສະອາດ ແລະ ສວຍງາມປະໄວ້ໃຫ້ລູກຫຼານລຸ້ນຫຼັງ.

ຂໍຂອບໃຈ.