ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ທອ​ງ​ລຸນ ສີ​ສຸ​ລິດ​ໄດ້​ສົ່ງ​ສານ​ຊົມເຊີຍ​ເຊິ່ງ​ກັນ​ແລະ​ກັນ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ60ປີ

CRI, April 26, 2021
Size:

ທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ_fororder_微信图片_20210425214616

ວັນທີ 25 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ.

ໃນສານຊົມເຊີຍຂອງ ທ່ານສີຈິ້ນຜິງລະບຸວ່າ: ຈີນ ແລະ ລາວເປັນປະເທດສັງຄົມນິຍົມ ບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະ ຄູ່ຮ່ວມຊາຕາກຳທີ່ໝັ້ນຄົງຂະໜົງແກ່ນ. ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນ 60 ປີຜ່ານມາ, ຈີນ ແລະ ລາວມີຄວາມເຂົ້າອົກເຂົ້າໃຈກັນ ແລະ ມີການພົວພັນກັນຢ່າງຈິງໃຈສະເໝີຕົ້ນສະເໝີປາຍ, ສອງຝ່າຍໄດ້ຍຶດໝັ້ນການເສີມຂະຫຍາຍ ແລະ ປະຕິບັດຕາມ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ເຊິ່ງເປັນການເພີ່ມພູນຄູນສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ, ເປັນແບບຢ່າງນຳໜ້າໃນດ້ານການພົວພັນລະຫວ່າງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ຈີນ ແລະ ລາວໄດ້ຮ່ວມແຮງຮ່ວມໃຈກັນຕ້ານກັບການແຜ່ລະບາດຂອງພະຍາດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ ແລະ ຊ່ວຍຊູຍູ້ໜູນກັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຂ້າພະເຈົ້າໄດ້ໃຫ້ຄວາມສໍາຄັນຢ່າງສູງຕໍ່ການພັດທະນາສາຍພົວພັນຈີນ-ລາວ, ຍິນດີສຸມຄວາມພະຍາຍາມຮ່ວມກັນກັບສະຫາຍ ໂດຍຖືເອົາການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວເປັນທິດຊີ້ນຳ, ສືບຕໍ່ຮັດແໜ້ນການໄປມາ ຫາສູ່ກັນລະຫວ່າງການນໍາຂັ້ນສູງ, ເພີ່ມທະວີການປະສານງານດ້ານຍຸດທະສາດ ,ລົງເລິກການຮ່ວມມືທີ່ເປັນຮູບປະທໍາ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນ 60 ປີຕໍ່ໜ້າ, ເພື່ອໃຫ້ສອງຊາດສືບຕໍ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີຕະຫລອດກາລະນານ.

ໃນສານຊົມເຊີຍຂອງ ທ່ານ ທອງລຸນ ສີສຸລິດ ໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ ທີ່ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ ຍາດມາໄດ້ໃນພາລະກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ການສະໜັບສະໜູນທີ່ແຂງແຮງໃຫ້ແກ່ຝ່າຍລາວໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການສ້າງສາພັດທະນາເສດຖະກິດສັງຄົມ. ການພົວພັນລາວ-ຈີນພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ລາວຍິນດີຮ່ວມກັນກັບຈີນລົງເລິກການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ, ເປີດກວ້າງການໄປມາຫາສູ່ກັນໃນທຸກຂົງເຂດ ແລະ ຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງຕໍ່ເນື່ອງ.

ມື້ດຽວກັນ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ທ່ານ   ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວກໍໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ. ໃນສານຊົມເຊີຍຂອງທ່ານຫຼີເຄີ້ສຽງລະບຸວ່າ: ໂດຍຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ຈີນຍິນດີເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງກັບຝ່າຍລາວ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ ແລະ ຈັດກິດຈະກຳປີມິດຕະພາບຈີນ-ລາວໃຫ້ດີ, ເພີ່ມພູນຄູນສ້າງເນື້ອໃນຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ອຸດົມສົມບູນຢ່າງບໍ່ຢຸດຢັ້ງ, ເພີ່ມພະລັງຊຸກດັນອັນແຂງແຮງໃຫ້ແກ່ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໃນສານຊົມເຊີຍຂອງ ທ່ານ ພັນຄຳ ວິພາວັນ ໄດ້ລະບຸວ່າ: ຝ່າຍລາວຈະເອົາໃຈໃສ່ທະນຸຖະໜອມການພົວພັນມິດຕະພາບລາວ-ຈີນຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບຝ່າຍຈີນເສີມຂະຫຍາຍມູນເຊື້ອທີ່ດີງາມ, ລົງເລິກການຮ່ວມມືຕົວຈິງເພື່ອສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ນັບມື້ນັບປະກົດຜົນເປັນຈິງ.