ບົດປາໄສຂອງທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາ ສປປລາວ ເນື່ອງໃນໂອກາດການສ້າງສາຍພົວພັນການທູດຄົບຮອບ 60 ປີ ກໍຄືປີມິດຕະພາບຈີນ-ລາວ

CRI, April 26, 2021
Size:

ບົດປາໄສຂອງທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາ ສປປລາວ ເນື່ອງໃນໂອກາດການສ້າງສາຍພົວພັນການທູດຄົບຮອບ 60 ປີ ກໍຄືປີມິດຕະພາບຈີນ-ລາວ (25/04/1961-25/04/2021)_fororder_微信图片_20210425215148

ຮຽນບັນດາເພື່ອນມິດສະຫາຍລາວໃນທຸກວົງການທີ່ນັບຖື,

ບັນດາພີ່ນ້ອງຮ່ວມຊາດ ທັງຊາວລາວເຊື້ອສາຍຈີນແລະຈີນຕ່າງດ້າວທີ່ຮັກແພງ,

ມື້ນີ້ເປັນວັນລະນຶກການສ້າງສາຍພົວພັນການທູດຈີນ-ລາວ. ກ່ອນໜ້ານີ້ 60 ປີ, ສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ ເຊິ່ງໄດ້ເປີດໂສມໜ້າໃໝ່ຂອງການພົວພັນມິດຕະພາບລະຫວ່າງສອງພັກສອງລັດແລະປະຊາຊົນສອງຊາດ. ໃນວັນເວລາທີ່ມີຄວາມໝາຍປະຫວັດສາດນີ້, ປະຊາຊົນສອງຊາດ ໄດ້ມີຄວາມເບີກບານມ່ວນຊື່ນແລະມີກໍາລັງໃຈ, ຫວນຄືນໄລຍະ 60 ປີທີ່ບໍ່ທໍາມະດາ, ຮ່ວມກັນອະທິດຖານອະນາຄົດສົດໃສຂອງມິດຕະພາບຈີນ-ລາວ; ການນໍາຂັ້ນສູງຂອງສອງຝ່າຍ ໄດ້ສົ່ງໂທລະເລກຊົມເຊີຍໃຫ້ກັນ, ຕີລາຄາສູງຕໍ່ຜົນສໍາເລັດໃນ 60 ປີທີ່ຜ່ານມາ, ສົມທົບກັນເພື່ອວາງແຜນໃຫ້ແກ່ສາຍພົວພັນຈີນ-ລາວໃນຕໍ່ໜ້າ; ວົງການຕ່າງໆຂອງສອງປະເທດ ໄດ້ສືບທອດອະດີດແລະສູ້ຊົນເພື່ອອະນາຄົດ, ສະຫຼຸບປະສົບການອັນມີຄ່າຂອງ 60 ປີຜ່ານມາ, ຕັ້ງໜ້າຊຸກຍູ້ສົ່ງເສີມມາດຕະການສໍາຄັນຕ່າງໆຂອງການຮ່ວມມືຈີນ-ລາວ. ເມື່ອຕ້ອນຮັບວັນເວລາທີ່ສໍາຄັນ ແລະມີຄວາມໂຊກດີທີ່ໄດ້ມີໂອກາດເຂົ້າຮ່ວມການສ້າງສາຄູ່ຮ່ວມຊາຕາກໍາຈີນ-ລາວນີ້, ໂດຍຜ່ານໂທລະພາບແຫ່ງຊາດລາວ, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ ລັດຖະບານ ແລະປະຊາຊົນລາວອ້າຍນ້ອງ ທີ່ໄດ້ສະໜັບສະໜູນການພັດທະນາຂອງຈີນຢ່າງໜັກແໜ້ນມາຕະຫຼອດ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາເພື່ອນມິດສະຫາຍລາວໃນວົງການຕ່າງໆ ແລະພີ່ນ້ອງຮ່ວມຊາດ ທັງຊາວລາວເຊື້ອສາຍຈີນແລະຈີນຕ່າງດ້າວ ທີ່ຍາມໃດກໍໄດ້ຕັ້ງໃຈສົ່ງເສີມມິດຕະພາບຈີນ-ລາວ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາກະຊວງ ອົງການ ແຕ່ສູນກາງຮອດທ້ອງຖິ່ນຂອງສອງປະເທດ ທີ່ໄດ້ຕັ້ງໜ້າກະກຽມຈັດກິດຈະກໍາຕ່າງໆເພື່ອສະຫຼອງປີມິດຕະພາບຈີນ-ລາວ. ເນື່ອງໃນໂອກາດອັນສະຫງ່າລາສີນີ້, ກໍຂໍອະນຸຍາດໃຫ້ຂ້າພະເຈົ້າ ຕາງໜ້າສະຖານທູດແຫ່ງ ສປຈີນ ປະຈໍາ ສປປລາວ ສະແດງຄວາມຊົມເຊີຍອັນອົບອຸ່ນແລະຄວາມອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ.

ບັນດາສະຫາຍ ແລະເພື່ອນມິດທັງຫຼາຍ,

60ປີຜ່ານມາຈີນແລະລາວໄດ້ພະຍາຍາມບາກບັ່ນສູ້ຊົນ ແລະ ບັນລຸຜົນສໍາເລັດອັນຈົບງາມ. ສາຍພົວພັນສອງຝ່າຍໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2000 ຈີນແລະລາວໄດ້ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານທີ່ໝັ້ນຄົງຍາວນານ ໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະໄວ້ເນື້ອເຊື່ອໃຈກັນ, ໃນປີ 2009 ໄດ້ຍົກລະດັບເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ໃນປີ 2017 ສອງຝ່າຍໄດ້ຕົກລົງກັນຢ່າງເອກະພາບ ໃນການສ້າງຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດ, ໃນປີ 2019 ໄດ້ເລີ່ມຕົ້ນປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ. ການຮ່ວມມືແທດຕົວຈິງໄດ້ແຕກດອກອອກຜົນໃນຫຼາຍດ້ານ, ໃນພຽງແຕ່ 30 ປີຜ່ານມາ, ການລົງທຶນຂອງຈີນຢູ່ລາວກໍໄດ້ເພີ່ມຂຶ້ນ 70 ເທົ່າ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 230 ເທົ່າ. ການເຊື່ອມໂຍງເຂົ້າກັນທາງດ້ານຄົມມະນາຄົມແລະການຄ້າໄດ້ມີການພັດທະນາຢ່າງກ້າວກະໂດດ, ທາງລົດໄຟຈີນ-ລາວທີ່ທັນສະໄໝຈະສ້າງສໍາເລັດໃນທ້າຍປີນີ້, ທາງດ່ວນສາຍທໍາອິດຂອງລາວໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ.ການແລກປ່ຽນລະຫວ່າງປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງ, ໃນປີ 2019 ນັກທ່ອງທ່ຽວຈີນທີ່ມາທ່ຽວປະເທດລາວຫຼາຍກວ່າໜຶ່ງລ້ານຄົນ, ເພີ່ມຂຶ້ນ 100 ເທົ່າ ເມື່ອທຽບໃສ່  30ປີ ກ່ອນ ນັກສຶກສາລາວທີ່ໄປຮຽນຢູ່ຈີນມີຈຳນວນ 15000 ຄົນ ຊຶ່ງໄດ້ຈັດຢູ່ອັນດັບທີ່  8 ຂອງໂລກໃນຈຳນວນນັກສຶກສາຕ່າງປະເທດທີ່ຮຽນຢູ່ສປຈີນ.
 

ບົດປາໄສຂອງທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາ ສປປລາວ ເນື່ອງໃນໂອກາດການສ້າງສາຍພົວພັນການທູດຄົບຮອບ 60 ປີ ກໍຄືປີມິດຕະພາບຈີນ-ລາວ_fororder_微信图片_20210425215202


60 ປີຜ່ານມາ,ຈີນແລະລາວໄດ້ຮ່ວມທຸກຮ່ວມສຸກ,ຮັກແພງແລະເຂົ້າໃຈເຊິ່ງກັນແລະກັນ. ການຊີ້ນຳແບບຍຸດທະສາດຂອງການນຳຂັ້ນສູງເປັນຄວາມຮັບປະກັນພື້ນຖານຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ລາວ, ໃນພາລະກິດປະຕິວັດປົດປ່ອຍຊາດຂອງສອງປະເທດ, ການນຳລຸ້ນອາວຸໂສຄື ສະຫາຍ ເໝົາເຈີຕົ້ງ ກັບ ສະຫາຍ ໄກສອນ ພົມວິຫານແລະອຶ່ນໆໄດ້ຜູກມັດໄມຕີຈິດມິດຕະພາບອັນເລິກເຊິ່ງ ແລະ ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ມິດຕະພາບຈີນ-ລາວ; ໃນເວລາກ້າວເຂົ້າສູ່ສະໄໝໃໝ່, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດແຫ່ງສປຈີນກໍມີການພົບປະປະຈຳປີກັບການນຳສູງສຸດຂອງພັກ-ລັດລາວ,ການພົບປະທີເປັນປະຈຳລະຫວ່າງການນຳຂັ້ນສູງສຸດຂອງສອງພັກ-ລັດຈີນ-ລາວໄດ້ເປັນການຂັບເຄື່ອນນຳພາຕໍ່ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ; ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ,ສະຫາຍເລຂາທິການໃຫຍ່ສີຈິ້ນຜິງ ກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດໄດ້ສົນທະນາທາງໂທລະສັບທີ່ສຳຄັນແລະຮັກສາການປະສານກັນຢ່າງໃກ້ຊິດ, ເຊິ່ງໄດ້ເປີດສັງກາດໃໝ່ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.ການສະໜັບສະໜູນຕໍ່ກັນຢ່າງຈິງໃຈເປັນເສົາຄ້ຳອັນໜັກແໜ້ນໃຫ້ແກ່ສາຍພົວພັນຈີນ-ລາວທີ່ຈະສືບຕໍ່ພັດທະນາໄປຢ່າງແໜ້ນແຟ້ນ,ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດອົກສຸດໃຈຕໍ່ຝ່າຍລາວທີ່ໄດ້ໃຫ້ການສະໜັບສະໜູນຢ່າງໜັກແໜ້ນໃນບັນດາບັນຫາສຳຄັນທີ່ກ່ຽວພັນເຖິງສິດຜົນປະໂຫຍດຂອງຈີນ,ຝ່າຍຈີນຈະຍຶດໝັ້ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຊ່ວຍເຫຼືອຝ່າຍລາວຍົກສູງຄວາມສາມາດພັດທະນາດ້ວຍຕົນເອງ. ຄວາມສາມັກຄີສູ້ຊົນຮ່ວມກັນເປັນກຳລັງແຮງຊຸກຍູ້ທີ່ບໍ່ເຫືອດແຫ້ງໃຫ້ແກ່ການພັດທະນາສາຍພົວພັນຈີນ-ລາວ,ຈີນກັບລາວມີລະບອບການເມືອງຄືກັນແລະເສັ້ນທາງພັດທະນາຄ້າຍຄືກັນ,ໃນຂະບວນການຊຸກຍູ້ພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງໃຜລາວ,ສອງຝ່າຍໄດ້ຖອດຖອນບົດຮຽນແລະຊ່ວຍເຫຼືອເຊິ່ງກັນແລະກັນ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່ແລະມີການກ້າວກະໂດດອັນຍິ່ງໃຫຍ່.

ໃນ 60 ປີທີ່ຜ່ານມາ,ຈີນແລະລາວໄດ້ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ພ້ອມກັນມອງໜ້າໄປສູ່ອະນາຄົດ. ພັກກອມມູນິດຈີນຈະຕ້ອນຮັບການສ້າງຕັ້ງຂຶ້ນຄົບຮອບ 100 ປີ ໃນເວລາໃກ້ໆນີ້, ປະຊາຊົນຈີນກຳລັງເປີດສັງກາດໃໝ່ແຫ່ງການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.ພັກປະຊາຊົນປະຕິວັດລາວກຳລັງສຸມທຸກກຳລັງເພື່ອຊຸກຍູ້ຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ່ 9, ປະຊາຊົນລາວກຳລັງກ້າວເຂົ້າສູ່ໄລຍະໃໝ່ແຫ່ງການຫັນເປັນອຸດສາຫະກຳສັງຄົມນິຍົມ. 60 ປີໝູນວຽງມາຮອດປັດຈຸບັນ, ທຸກສິ່ງທຸກຢ່າງມີການປ່ຽນແປງໃໝ່, ປະຈຸບັນ ສາຍພົວພັນຈີນ-ລາວໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດແລະຈະສືບຕໍ່ຕ້ອນຮັບອະນາຄົດອັນຈົບງາມ.ພວກຂ້າພະເຈົ້າຍິນດີຮ່ວມກັນກັບຝ່າຍລາວ,ລົງເລິກແລກປ່ຽນບົດຮຽນການຄຸ້ມຄອງພັກແລະບໍລິຫານລັດ,ພ້ອມກັນຍຶດໝັ້ນເສັ້ນທາງສັງຄົມນິຍົມໃຫ້ດີ,ປັບປຸງລະບອບສັງຄົມນິຍົມໃຫ້ດີ ແລະ ພັດທະນາພາລະກິດສັງຄົມນິຍົມໃຫ້ດີ. ພວກຂ້າພະເຈົ້າຍິນດີພ້ອມກັບຝ່າຍລາວ ເປີດກວ້າງການຮ່ວມມືຮອບດ້ານ, ຊຸກຍູ້ໃຫ້ຂໍ້ລິເລິ່ມ "ຫນຶ່ງແລວຫນຶ່ງເສັ້ນທາງ" ເຊື່ອມໂຍງກັບ "ຍຸດທະສາດການຫັນປະເທດບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ມີທາງອອກສູ່ທະເລ"ຂອງລາວ, ເລັງລັດການສ້າງແລວເສດຖະກິດຈີນ-ລາວເພື່ອສ້າງພື້ນຖານວັດຖຸອັນຫນັກແຫນ້ນໃຫ້ແກ່ສາຍພົວພັນລະຫວ່າງຈີນ-ລາວ ພວກຂ້າພະເຈົ້າຍິນດີຈະເພີ່ມທະວີການປະສານສົມທົບກັບຝ່າຍລາວໃນກິດຈະກຳສາກົນແລະເຂດແຄວ້ນ ພ້ອມກັນປົກປັກຮັກສາລັດທິຫລາຍຝ່າຍແລະຄວາມຍຸດຕິທຳສາກົນຢ່າງແທ້ຈິງ ເຮັດໃຫ້ພຶດຕິກຳແຫ່ງການສ້າງຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວອຸດົມສົມບຸນຂຶ້ນເລື້ອຍໆເພື່ອປະກອບສ່ວນອັນຕັ້ງຫນ້າເຂົ້າໃນການຊຸກຍູ້ສ້າງສາປະຊາຄົມຮ່ວມຊາຕາກຳມວນມະນຸດ.
 

ບົດປາໄສຂອງທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາ ສປປລາວ ເນື່ອງໃນໂອກາດການສ້າງສາຍພົວພັນການທູດຄົບຮອບ 60 ປີ ກໍຄືປີມິດຕະພາບຈີນ-ລາວ (25/04/1961-25/04/2021)_fororder_微信图片_20210425213014


ບັນດາສະຫາຍແລະເພື່ອນມິດທັງຫລາຍ,

ປະຈຸບັນປະຊາຊົນລາວກຳລັງສູ້ຊົນຕ້ານກັບການລະບາດຂອງພະຍາດໂກວິດ-19 ໃນຮອບໃຫມ່ ການລະບາດຂອງພະຍາດໂກວິດ-19 ໃນຮອບນີ້ມີທ່າອ່ຽງຮ້າຍແຮງ ລະບາດໄວ ຕອບໂຕ້ຍາກແລະມີຜົນກະທົບກວ້າງຂວາງ ພວກຂ້າພະເຈົ້າເຫັນວ່າພັກແລະລັດຖະບານລາວໄດ້ນຳໃຊ້ມາດຕະການທຸກອັນທີ່ທັນການແລະເດັດຂາດລວມທັງການປິດນະຄອນຫລວງວຽງຈັນ ໂດຍອີງຕາມການກຳນົດປ້ອງກັນການລະບາດຂອງພະຍາດໂກວິດ-19 ທັງສອງຝ່າຍໄດ້ຕົກລົງໂຈະການສະເຫລີມສະຫລອງການພົວພັນການທູດຄົບຮອບ 60 ປີທີ່ວັນທີ 23 ເມສາ ໃນແຜນ. ໃນຖານະທີ່ເປັນຄູ່ຮ່ວມຊາຕາກຳທີ່ຄຽງບ່າຄຽງໄລແລະໃຫ້ການຊ່ວຍເຫລືອຊຶ່ງກັນແລະກັນຕະຫລອດມາ ພວກຂ້າພະເຈົ້າຈະຕັ້ງຫນ້າຈັດຕັ້ງປະຕິບັດການຕົກລົງທີ່ເປັນເອກກະພາບກັນຂອງເລຂາທິການໃຫຍ່ສອງພັກ ສືບຕໍ່ສະຫນັບສະຫນູນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດໂກວິດ-19 ,ພະຍາຍາມສະຫນອງຢາວັກຊິນເປັນຄັ້ງທີ່ 3 ໃຫ້ແກ່ຝ່າຍລາວ. ພ້ອມກັນນີ້ ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງຝ່າຍລາວທີ່ໄດ້ມີການຈັດແຜນດ່ວນທີ່ສັກຢາວັກຊິນແບບຟລີໃຫ້ແກ່ພົນລະເມືອງຈີນທີ່ດຳລົງຊີວິດຢູ່ລາວທີ່ມີຄວາມສ່ຽງສູງ ຊຶ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈທີ່ເປັນຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວແລະກໍ່ເປັນການປະກອບສ່ວນອັນເປັນຮູບປະທຳໃຫ້ແກ່ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ. ພວກຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍການນຳພາອັນຫນັກແຫນ້ນເຂັ້ມແຂງຂອງພັກ-ລັດ ທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມແລະຄວາມສາມັກຄີເປັນຈິດຫນຶ່ງໃຈດຽວ ປະຊາຊົນລາວອ້າຍນ້ອງແນ່ນອນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການໄດ້ແລະມີອະນາຄົດອັນຈົບງາມ ພວກຂ້າພະເຈົ້າຂໍລໍຄອຍການພົບປະສັງສັນຮ່ວມກັນ ສະເຫລີມສະຫລອງການສ້າງສາຍພົວພັນການທູດຈີນ-ລາວຄົບຮອບ 60 ປີ ແລະປີມິດຕະພາບຈີນ-ລາວ ເພື່ອອວຍພອນໃຫ້ມິດພະພາບລະຫວ່າງຈີນ-ລາວຈົ່ງຫມັ້ນຄົງຂະຫນົງແກ່ນ ສອງປະເທດຈີນ-ລາວຈົ່ງຈະເລີນຮຸ່ງເຮືອງ ແລະ ປະຊາຊົນສອງຊາດຈີນ-ລາວຈົ່ງມີຄວາມຜາສຸກ

ຂໍຂອບໃຈ