ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ບົນ​ພື້ນ​ຖານ​ຜົນ​ສຳ​ເລັດ​​ຂອງ​ສາຍພົວ​ພັນລາວ-ຈີນ​ຄົບ​ຮອບ 60 ປີ

CRI, April 26, 2021
Size:

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດຂອງສາຍພົວພັນລາວ-ຈີນຄົບຮອບ 60 ປີ_fororder_20210425162844


ມື້ນີ້ແມ່ນມື້ລະນຶກວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 60 ປີ. ວັນທີ 25 ເມສາປີ 1961, ລາວ ແລະ ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນຢ່າງເປັນທາງການ ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການໄປມາຫາສູ່ກັນບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງສອງປະເທດໝັ້ນຄົງຂະໜົງແກ່ນ.

ສອງປະເທດລາວ-ຈີນມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ຈີນໄດ້ຖືເອົາການພົວພັນຈີນ-ລາວເປັນວຽກງານຈຸດສຸມໃນວຽກງານທາງການທູດກັບປະເທດໃກ້ຄຽງ. ເມື່ອກ້າວເຂົ້າສູ່ຍຸກໃໝ່, ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດລະຫວ່າງການນຳຂັ້ນສູງຂອງສອງປະເທດ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນແມ່ບົດໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດ, ກຳແໜ້ນທິດທາງສັງຄົມນິຍົມ ແລະ ປົກປ້ອງຜົນປະໂຫຍດຍຸດທະສາດຮ່ວມກັນ. ໃນຕົ້ນປີນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົນທະນາກັນທາງໂທລະສັບ ໂດຍໄດ້ຢືນຢັນອີກເທື່ອໜຶ່ງເຖິງຄວາມເຫັນທີ່ເປັນເອກະພາບກັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການເຊື່ອມຕໍ່ທາງຍຸດທະສາດຢ່າງບໍ່ຢຸດຢັ້ງ, ຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ, ຮ່ວມກັນຊຸກຍູ້ການສ້າງທາງລົດໄຟລາວ-ຈີນ ແລະ ເລັ່ງລັດການສ້າງແລວທາງເສດຖະກິດລະຫວ່າງສອງປະເທດ ເຊິ່ງເປັນການເພີ່ມເນື້ອໃນໃໝ່ທີ່ອຸດົມສົມບູນໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ຕາມປະເພນີຈີນ, 60 ປີຖືວ່າເປັນຮອບໝູນວຽນຮອບໜຶ່ງ, 60 ປີຜ່ານໄປ, ກໍຄືຮອບເກົ່າຜ່ານພົ້ນໄປ, ຮອບໃໝ່ໝູນວຽນເຂົ້າມາ. ໃນກາລະໂອກາດຂອງປະຫວັດສາດທີ່ສຳຄັນນີ້, ພວກເຮົາຈົ່ງຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 60 ປີ ແລະ ປີມິດຕະພາບລາວ-ຈີນ. ສືບຕໍ່ເຮັດໃຫ້ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສືບຕໍ່ໃຫ້ການສະໜັບສະໜູນໃນການປົກປັກຮັກສາຜົນປະໂຫຍດດ້ານອະທິປະໄຕ, ຄວາມໝັ້ນຄົງ ແລະ ການພັດທະນາເຊິ່ງກັນແລະກັນ, ຮ່ວມກັນປົກປັກຮັກສາລັດທິຫຼາຍຝ່າຍດ້ວຍການກະທຳຕົວຈິງ, ເປັນແບບຢ່າງໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ຮ່ວມກັນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ແລະ ຊຸກຍູ້ປະຊາຄົມໂລກໃຫ້ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ມິດຕະພາບລາວ-ຈີນຈົ່ງໝັ້ນຍືນ!