ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໂທ​ລະ​ສັບສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

CRI, April 26, 2021
Size:

ຕອນບ່າຍວັນທີ 23 ເມສານີ້, ຢູ່ທຳນຽບຈົ່ງນານໄຫ, ທ່ານຫຼີເຄີ້ຊຽງ, ນາຍົກລັດຖະມົນຕີ ສປ ຈີນ ໄດ້ໂທລະສັບສົນທະນາກັບທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີຜູ້ໃໝ່ ສປປ ລາວ.

ທ່ານຫຼີ້ເຄີ້ຊຽງກ່າວວ່າ, ຈີນກັບລາວມີສາຍພູແລະສາຍນ້ຳຕິດຈອດກັນ, ເປັນປະເທດຖານບ້ານໃກ້ເຮືອນຄຽງທີ່ມີມິດຕະພາບຕໍ່ກັນໃນໄລຍະຍາວນານ, ມິດຕະພາບລະຫວ່າງປະຊາຊົນສອງຊາດມີມາແຕ່ດົນນານແລະໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກເລື້ອຍໆ. ຝ່າຍຈີນຖືເອົາການພົວພັນລະຫວ່າງສອງປະເທດຈີນ-ລາວເປັນທິດທາງສຳຄັນໃນນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນມາໂດຍຕະຫຼອດ. ໃນຕົ້ນປີນີ້, ທ່ານສີຈີ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ໂທລະສັບສົນທະນາກັບທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ໄດ້ບັນລຸຄວາມເຫັນເປັນເອກະສັນກັນທີ່ສຳຄັນໃໝ່ກ່ຽວກັບການຂະຫຍາຍການພົວພັນລະຫວ່າງສອງປະເທດ. ປີນີ້, ຈີນກັບລາວໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ຈີນຍິນດີຮ່ວມກັບຝ່າຍລາວ ຊຸກຍູ້ການໄປມາຫາສູ່ກັນທີ່ມີມິດຕະພາບຕໍ່ກັນ, ລົງເລິກການຮ່ວມມືຕົວຈິງທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕະກຳຈີນ-ລາວໃຫ້ມີການພັດທະນາໃໝ່.

ທ່ານຫຼີເຄີ້ຊຽງຊີ້ອອກວ່າ, ປີນີ້ພໍດີເປັນປີທີ່ຈີນກັບອາຊຽນສ້າງການພົວພັນຄູ່ເຈລະຈາຄົບຮອບ 30 ປີ, ແລະກໍ່ແມ່ນປີຮ່ວມມືການພັດທະນາແບບຍືນຍົງລະຫວ່າງຈີນກັບອາຊຽນ. ສອງຝ່າຍຄວນສຸມໃສ່ຊຸກຍູ້ການພົວພັນຈີນ-ອາຊຽນໃຫ້ມີຄຸນນະພາບສູງຂຶ້ນແລະຍົກລະດັບຂຶ້ນອີກ, ຮ່ວມກັນຊຸກຍູ້ໃຫ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນສັກສິດໂດຍໄວ, ຮັກສາຄວາມປອດໄພແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງພາກພື້ນ, ຊຸກຍູ້ການຄ້າເສລີ, ສ້າງຄວາມສຸກໃຫ້ແກ່ປະຊາຊົນ.

ທ່ານພັນຄຳ ວິພາວັນກ່າວວ່າ, ລາວຍິນດີ  ຊຸກຍູ້ໃຫ້ມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກແລະສອງລັດພັດທະນາເຂົ້າສູ່ລວງເລິກແລະກວ້າງຂວາງກວ່າເກົ່າຢ່າງຮອບດ້ານ, ແລະຊຸກຍູ້ການສ້າງຄູ່ຮ່ວມຊາຕະກຳລາວ-ຈີນໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ ບົນພື້ນຖານນ້ຳໃຈ 4 ດີ, ແລະຖືການສ້າງຕັ້ງສາຍພັນທາງການທູດຄົບຮອບ 60 ປີເປັນໂອກາດ. ລາວຍິນດີເພີ່ມທະວີການຕິດຕໍ່ພົວພັນແລະການປະສານງານກັບຝ່າຍຈີນ ໃນດ້ານວຽກງານສາກົນແລະພາກພື້ນ, ຊຸກຍູ້ໃຫ້ການພົວພັນລະຫວ່າງອາຊຽນ-ຈີນໃຫ້ມີການພັດທະນາຕື່ມອີກ. ສອງຝ່າຍເປັນເອກະສັນກັນເຫັນດີເພີ່ມທະວີການຮ່ວມມືໃນດ້ານການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.