ໄທ​ປັບ​ຫຼຸດ​ຄາດ​ໝາຍຈຳ​ນວນ​ນັກ​ທ່ອງ​ທ່ຽວ​​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ປະ​ເທດ​ຕົນ

CRI, April 26, 2021
Size:

    ວັນທີ 23 ເມສານີ້, ທ່ານພິພັດ ຣາຊະກິດປຣະການ ລັດຖະມົນຕີກະຊວງທ່ອງທ່ຽວແລະກິລາໄທໄດ້ເປີດເຜີຍວ່າ: ຍ້ອນໄດ້ຮັບຜົນກະທົບຮອບທີ 3 ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານໄທຄາດວ່ານັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງມາທ່ຽວປະເທດໄທໃນປີ 2021 ຈະຫຼຸດລົງປະມານເຄິ່ງໜຶ່ງ, ສະນັ້ນລັດຖະບານໄທຈຶ່ງໄດ້ປັບຫຼຸດຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງມາທ່ຽວປະເທດໄທຈາກ 6,5 ລ້ານເທື່ອຄົນລົງເຫຼືອ 3 ລ້ານຫຼື 4 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວຄາດວ່າຈະຫຼຸດລົງເຊັ່ນກັນ, ເຊິ່ງຈາກ 1.218 ຕື້ບາດເຊິ່ງເປັນຍອດລາຍຮັບການທ່ອງທ່ຽວໃນປີ 2021 ຈະຫຼຸດລົງເຫຼືອ 850 ຕື້ບາດ.