ບັນດາກິດຈະກໍາຂະໜາດໃຫຍ່ແບບ “ເລື່ອງສອງຕົວເມືອງ” ກ່ຽວກັບການແລກປ່ຽນທາງດ້ານວັດທະນະທໍາລະຫວ່າງຊາວໜຸ່ມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ສສ ຫວຽດນາມ

lmcchina.org, April 23, 2021
Size:

ວັນທີ 17 ເດືອນເມສາ ບັນດາກິດຈະກໍາຂະໜາດໃຫຍ່ແບບ ເລື່ອງສອງຕົວເມືອງກ່ຽວກັບການແລກປ່ຽນທາງດ້ານວັດທະນະທໍາລະຫວ່າງຊາວໜຸ່ມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ໄດ້ເປີດຂຶ້ນຢູ່ມະຫາວິທະຍາໄລຮ່າໂນ້ຍຫວຽດນາມ,ໂດຍແມ່ນສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງກວາງຊີ ສປ ຈີນ ຮ່ວມກັບສະຖາບັນຂົງຈື້ ມະຫາວິທະຍາໄລຮ່າໂນ້ຍຫວຽດນາມຈັດຂຶ້ນ.

ໃນກິດຈະກໍາແລກປ່ຽນວັດທະນະທໍາເພງພື້ນເມືອງຊາວໜຸ່ມ ຈີນ-ຫວຽດນາມ ປີ 2021 ທີ່ ຈັດຂຶ້ນໃນວັນທີ17 ນັ້ນ, ຜູ້ຕາງໜ້າຈາກສະຖາບັນຂົງຈື້ ມະຫາວິທະຍາໄລຮ່າໂນ້ຍຫວຽດນາມ ແລະສະຖາບັນດົນຕີແຫ່ງຊາດຫວຽດນາມ ກໍໄດ້ຈັດການແລກປ່ຽນ ແລະ ການສະແດງສິນລະປະວັດທະນະທໍາ-ດົນຕີຂອງສອງປະເທດຈີນ-ຫວຽດນາມ.

ກິດຈະກໍາຂະໜາດໃຫຍ່ແບບ “ເລື່ອງສອງຕົວເມືອງກ່ຽວກັບການແລກປ່ຽນວັດທະນະທໍາລະຫວ່າງຊາວໜຸ່ມ LM ຈະຈັດຂຶ້ນໃນ 10 ຕົວເມືອງໃຫຍ່ ຂອງ 6 ປະເທດຢູ່ເຂດລ້ອງ LM (ຄື: ປະເທດຈີນ, ມຽນມ້າ, ລາວ, ກໍາປູເຈຍ, ໄທ ແລະ ຫວຽດນາມ). ໃນກິດຈະກໍາດັ່ງກ່າວນີ້, ຕົວເມືອງຂອງຈີນຈະຕິດຕໍ່ກັບຕົວເມືອງຂອງປະເທດທີ່ຢູ່ລ້ອງແມ່ນໍ້າຂອງແລະຈັດເປັນຄູ່ຮ່ວມກັນຈັດຕັ້ງກິດຈະກໍາຕ່າງໆທີ່ມີເນື້ອໃນຕົ້ນຕໍຄື ການແລກປ່ຽນດ້ານມູນເຊື້ອວັດທະນະທໍາ, ສິລະປະຊົນຊາດ-ຊົນເຜົ່າ, ວັດທະນະທໍາຕົວເມືອງ, ວັດທະນະທໍາຮູບເງົາ ແລະ ລະຄອນໂທລະພາບ ເປັນຕົ້ນ ເພື່ອຊຸກຍູ້ການແລກປ່ຽນ ແລະ ໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງຊາວໜຸ່ມຂອງຫົກປະເທດ LM.

ປັດຈຸບັນນີ້, ບັນດາຕົວເມືອງທີ່ໄດ້ຈັດເປັນຄູ່ໃນກິດຈະກໍາແບບ ເລື່ອງສອງຕົວເມືອງ ໄດ້ແກ່: ນະຄອນຫຼວງວຽງຈັນຂອງປະເທດລາວ ແລະ ນະຄອນສາງຊາຂອງປະເທດຈີນ, ຮ່າໂນ້ຍຂອງຫວຽດນາມ ແລະ ນານນິງຂອງປະເທດຈີນ.

ຕາມການລາຍງານຂອງຂ່າວໃຫ້ຮູ້ວ່າ, ກິດຈະກໍາຂະໜາດໃຫຍ່ແບບເລື່ອງສອງຕົວເມືອງກ່ຽວກັບການແລກປ່ຽນວັດທະນະທໍາລະຫວ່າງຊາວໜຸ່ມ LM ຍັງຈະຈັດກິດຈະກໍາປິ່ນອ້ອມຕ່າງໆ ເຊັ່ນ: ຈັດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ ປະເທດຫວຽດນາມທີ່ສວຍສົດງົດງາມ, ປະ ເທດຈີນທີ່ສວຍສົດງົດງາມ ແລະ ຈັດງານແຂ່ງຂັນເປັນຄັ້ງທໍາອິດກ່ຽວກັບທັກສະຄວາມສາມາດທາງດ້ານວັດທະນະທໍາຈີນຂອງນັກຮຽນຊັ້ນມັດທະຍົມຂອງຫວຽດນາມທີ່ຈະຈັດຂຶ້ນໃນວັນທີ 18 ເດືອນເມສາ.