ກະຊວງສາທາລະນະສຸກໄທຈະປະຕິບັດແຜນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການຢູ່ເຮືອນ

CRI, April 23, 2021
Size:

ໃນປະເທດໄທ, ຜູ້ທີ່ຖືກບົ່ງມະຕິຕິດເຊື້ອໂຄວິດ-19 ເພີ່ມໃໝ່ຕໍ່ມື້ມີ ຫຼາຍກວ່າ 1.000 ກໍລະນີເປັນ 7 ມື້ລຽນຕິດ. ລະບົບສາທາລະນະສຸກຂອງໄທກຳລັງຜະເຊີນໜ້າກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ, ຢູ່ນະຄອນຫຼວງບາງກອກ ແລະທ້ອງຖິນອື່ນໆ ໄດ້ເກີດມີກໍລະນີທີ່ໂຮງໝໍຂາດແຄນຕຽງຄົນເຈັບ.

ເພື່ອຮັບມືກັບສະພາບທີ່ອາດຈະເກີດຂຶ້ນ ຄື: ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍຢ່າງຕໍ່ເນື່ອງ, ກະຊວງສາທາລະນະສຸກໄທໄດ້ວາງແຜນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການຢູ່ເຮືອນ ເຊິ່ງຈະອະນຸຍາດໃຫ້ຜູ້ຕິດເຊື້ອທີ່ບໍ່ສະແດງອາການນັ້ນ ກັກບໍລິເວນຢູ່ເຮືອນ ພ້ອມທັງຮັບການປິ່ນປົວຈົນຮອດມື້ທີ່ປິ່ນປົວໃຫ້ເຊົາ ເພື່ອເຮັດໃຫ້ໂຮງໝໍມີຕຽງຫວ່າງໄວ້ສຳລັບຄົນເຈັບທີ່ມີອາການໜັກ ແລະຫຼຸດຜ່ອນຄວາມຫຍຸ້ງຍາກໃນການຂາດແຄນຕຽງຄົນເຈັບໃນປັດຈຸບັນ.

ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທກ່າວວ່າ: ແຜນການດັ່ງກ່າວບໍ່ແມ່ນຈະປະຕິບັດໃນທັນທີ ເພາະວ່າປັດຈຸບັນນີ້ ລະບົບສາທາລະນະສຸກຍັງມີຕຽງຫວ່າງ 3000 ກວ່າໜ່ວຍ, ນອກນີ້, ຍັງມີຕຽງໃນໂຮງໝໍຊົ່ວຄາວ ແລະໂຮງໝໍດັດແປງຈາກໂຮງແຮມຢ່າງຫຼວງຫຼາຍ ທີ່ສາມາດຮອງຮັບການປິ່ນປົວຄົນເຈັບໄດ້.