ລາວ-ຈີນ​ຈັດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນຄົບ​ຮອບ 60 ປີ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

CRI, April 23, 2021
Size:

ລາວ-ຈີນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດນຳກັນຄົບຮອບ 60 ປີຢູ່ນະຄອນຫຼວງປັກກິ່ງ_fororder_微信图片_20210422105326


ວັນທີ 21 ເມສານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີທີ່ຈັດຂຶ້ນໂດຍສະມາຄົມມິດຕະພາບ ປະຊາຊົນຈີນກັບນານາຊາດ ແລະ ສະຖານທູດລາວປະຈຳຈີນ, ທັງໄດ້ປະກອບຄຳເຫັນ.

 

ລາວ-ຈີນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດນຳກັນຄົບຮອບ 60 ປີຢູ່ນະຄອນຫຼວງປັກກິ່ງ_fororder_微信图片_20210422105322

 

ທ່ານຫວາງຢີ້ກ່າວວ່າ, ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ຈີນ ແລະ ລາວໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດ, ສອງຝ່າຍໄດ້ເກາະແຂນຊ່ວຍເຫຼືອເຊິ່ງ ກັນແລະກັນໃນພາລະກິດປະຕິຮູບ ພັດທະນາ ແລະ ພາລະກິດປ່ຽນແປງໃໝ່ ແລະ ເປີດປະຕູສູ່ພາຍນອກ, ສອງຝ່າຍໄດ້ຢືນຢູ່ຄຽງຂ້າງກັນຢ່າງເດັດດ່ຽວໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງ ແລະ ບັນຫາທີ່ແຕ່ລະຝ່າຍໃຫ້ຄວາມສຳຄັນ. ຈີນ ແລະລາວໄດ້ຍຶດໝັ້ນການນຳພາຂອງພັກກອມມູນິດ, ຍຶດໝັ້ນການຊອກຫາເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ຍຶດໝັ້ນການປະຕິບັດຕາມທັດສະນະທີ່ຖືເອົາປະຊາຊົນເປັນໃຈກາງ. ໄດ້ສ້າງຄູ່ຮ່ວມຊາຕາກຳສອງຝ່າຍກ່ອນໝູ່, ໄດ້ເຊັນເອກະສານຮ່ວມມື ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນເປັນຊຸດທຳອິດ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວຢ່າງໜັກແໜ້ນ. ເມື່ອຢືນຢູ່ຕໍ່ໜ້າກັບສິ່ງທ້າທາຍທີ່ຫຍຸ້ງຍາກຕ່າງໆ, ເຊັ່ນ: ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆສອງຝ່າຍໄດ້ຮ່ວມທຸກຮ່ວມສຸກ ແລະຊ່ວຍຊູຍູ້ໜູນກັນ. ຮ່ວມກັນຮັກສາຄວາມຍຸດຕິທຳ ແລະ ຄວາມເປັນທຳຂອງສາກົນ, ຊຸກຍູ້ການພົວພັນຈີນ-ອາຊຽນໃຫ້ພັດທະນາຢ່າງປອດໃສ, ເລີ່ມເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮ່ວມຊາຕາກຳນຳກັນ.

 

ລາວ-ຈີນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດນຳກັນຄົບຮອບ 60 ປີຢູ່ນະຄອນຫຼວງປັກກິ່ງ_fororder_微信图片_20210422105312


ທ່ານຫວາງຢີ້ກ່າວວ່າ, ເມື່ອຜະເຊີນກັບຍຸກໃໝ່ ໂອກາດໃໝ່ ແລະ ການປ່ຽນແປງອັນໃໝ່, ສອງຝ່າຍຄວນຖືເອົາຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດຂອງສອງພັກ ສອງລັດເປັນທິດຊີ້ນຳ, ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ເສີມສ້າງຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການແລກປ່ຽນດ້ານການປົກຄອງ ແລະ ບໍລິຫານລັດ, ກຳແໜ້ນທິດທາງສັງຄົມນິຍົມ, ປົກປ້ອງຜົນປະໂຫຍດທາງຍຸດທະສາດຮ່ວມກັນ. ເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາ, ພ້ອມກັນຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢ່າງຕໍ່ເນື່ອງ, ຊຸກຍູ້ການຮ່ວມມືຕົວຈິງໃຫ້ມີຄຸນນະພາບສູງກວ່າເກົ່າ.

 

ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຈີນໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດດ້ານການພັດທະນາຂອງຈີນ ແລະ ໝາກຜົນທີ່ອຸດົມສົມບູນໃນການຮ່ວມມືລາວ-ຈີນ, ທັງໄດ້ສະແດງຄວາມຂອບໃຈຝ່າຍຈີນທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ລາວໃນການພັດທະນາເສດຖະກິດສັງຄົມ ແລະ ການຮັບມືກັບພະຍາດໂຄວິດ-19. ທ່ານນາງຄຳເພົາ ເອີນທະວັນກ່າວວ່າ, ລາວໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນກັບຈີນ, ຍິນດີຮ່ວມມືກັບຈີນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນຂອງຜູ້ນຳສອງພັກສອງລັດ, ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ດີ, ເພີ່ມທະວີການຮ່ວມມືໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເລັ່ງລັດ ແລະ ຊຸກຍູ້ການສ້າງແລວເສດຖະກິດລາວ-ຈີນ, ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕື່ມອີກ.