ຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ພຸ່ງຂຶ້ນເຖິງ 28 ກໍລະນີໃນວັນດຽວ

CRI, April 22, 2021
Size:

ໃນວັນທີ 21 ເມສາ 2021, ເຈົ້າໜ້າທີ່ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານວ່າ: ຜົນກວດວິເຄາະທົ່ວປະເທດພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເຖິງ 28 ຄົນ ໃນນັ້ນ 26 ຄົນ ແມ່ນຕິດເຊື້ອຕໍ່ຈາກກໍລະນີທີ 59 ແລະຜູ້ລັກລອບເຂົ້າມາທາງຝັ່ງໄທ, ສ່ວນ 2 ຄົນແມ່ນເປັນຜູ້ຕິດເຊື້ອນໍາເຂົ້າມາທາງຈໍາປາສັກ ໂດຍຖືກກົດໝາຍ.

ໃນບ່ອນທີ່ພົບຜູ້ຕິດເຊື້ອໃໝ່ທີ່ຕິດຈາກກໍລະນີ 59 ແລະຜູ້ທີ່ພົວພັນກັບຜູ້ລັກລອບມີ ຮ້ານນວດ 1111, ຮ້ານອາຫານ Funny 2 ,ບ້ານໜອງພະຍາ, ບ້ານໂພນຕ້ອງ ແລະອື່ນໆ ລວມທັງໝົດເປັນ 26 ຄົນ ເຊິ່ງຢູ່ພາຍໃນນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອທັງໝົດໃນເທື່ອນີ້, ໄດ້ຮັບການປິ່ນປົວທັງຢູ່ນະຄອນຫຼວງວຽງຈັນ ແລະຢູ່ຈໍາປາສັກ. ສ່ວນຜູ້ທີ່ສໍາຜັດໃກ້ຊິດ ແລະຜູ້ທີ່ມີຄວາມສ່ຽງໄດ້ເພີ່ມຂຶ້ນຫຼາຍ ເຊິ່ງຄະນະສະເພາະກິດໄດ້ເລັ່ງເກັບກໍາຂໍ້ມູນ ແລະກໍາລັງຮວບຮວມຈໍານວນຢ່າງລະອຽດ ເພື່ອເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ ແລະໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ນອກນັ້ນ, ຄະນະສະເພາະກິດໄດ້ເພີ່ມຈຸດກວດໂຄວິດເພີ່ມອີກ 4 ແຫ່ງ ໃນນະຄອນຫຼວງວຽງຄື: ເດີ່ນກີລາໃນຮົມບຶງຂະຫຍອງ ເມືອງສີສັດຕະນາກ, ສະໜາມກີລາເຈົ້າອານຸວົງ, ມສ ສີໂຄດ (ມສ ໂຮຈິມິນ), ມສ ລາວ-ຫວຽດ ບ້ານໂພນພະເນົາ ເພື່ອໃຫ້ຜູ້ທີ່ມີຄວາມສ່ຽງ ແລະມີອາກາດສາມາດມາກວດໄດ້.