ລັດ​ຖະ​ບານ​ໄທ​ປະ​ກາດ​ຕົວຢ່າງ “ໜັງ​ສື​​ຜ່ານ​ແດນ​ວັກ​ຊິນ” ຢ່າງ​ເປັນ​ທາງ​ການ

CRI, April 22, 2021
Size:

    ວັນທີ 20 ເມສານີ້, ລັດຖະບານໄທໄດ້ປະກາດຕົວຢ່າງໃບຢັ້ງຢືນການສັກວັກຊິນໂຄວິດ-19 ຫຼື “ໜັງສືຜ່ານແດນວັກຊິນ”ໃຫ້ເປັນເອກະພາບກັນ ທີ່ໃຊ້ເພື່ອການເດີນທາງລະຫວ່າງຊາດ. ໃບຢັ້ງຢືນດັ່ງກ່າວພຽງແຕ່ຮັບຮອງວັກຊິນທີ່ໄດ້ຈົດທະບຽນ ແລະ ຖືກຢືນຢັນໂດຍທາງການຂອງໄທ ແລະ ວັກຊິນທີ່ຖືກຢືນຢັນໂດຍອົງການອະນາໄມໂລກ ຫຼື WHO.

    “ໜັງສືຜ່ານແດນວັກຊິນ” ອອກໃຫ້ໂດຍກົມຄວບຄຸມພະຍາດຂອງກະຊວງສາທາລະນະສຸກໄທ, ຕ້ອງມີລາຍເຊັນຂອງຫົວໜ້າກົມຄວບຄຸມພະຍາດ ຫຼື ຜູ້ທີ່ໄດ້ຮັບສິດລົງລາຍເຊັນ ພ້ອມທັງກາປະທັບຂອງອົງການທີ່ກ່ຽວຂ້ອງຈິ່ງມີຜົນໃຊ້ໄດ້. ເພື່ອອຳນວຍຄວາມສະດວກໃນດ້ານການເດີນທາງລະຫວ່າງຊາດ, ໜັງສືຜ່ານແດນວັກຊິກທັງໝົດຈຶ່ງໃຊ້ພາສາອັງກິດໃຫ້ເປັນເອກະພາບກັນ.