ລະ​ບົບການປິ່ນ​ປົວ​ພະ​ຍາດ​ຂອງ​ໄທ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ລອບ​ຈາກ​ພະ​ຍາດ​ໂຄວິດ-19

CRI, April 22, 2021
Size:

    ປັດຈຸບັນ, ໄທພວມຜະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີສາມ, ການແຜ່ລະບາດຂອງເຊື້ອພະຍາດໄວກວ່າ ແລະ ກວ້າງຂວາງກວ່າສອງຮອບກ່ອນນີ້, ຜູ້ຕິດເຊື້ອພະຍາດກ່ຽວຂ້ອງກັບທຸກຂະແໜງການ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ມີຈຳນວນຫຼາຍກວ່າ 1 ພັນຄົນເປັນຫຼາຍມື້ລຽນຕິດ. ວັນທີ 18 ເມສານີ້, ຈຳນວນຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ຢູ່ໄທມີ 1.767 ກໍລະນີ ໄດ້ສ້າງສະຖິຕິຜູ້ເປັນພະຍາດຕໍ່ມື້ສູງສຸດນັບແຕ່ເກີດມີພະຍາດໂຄວິດ-19 ເປັນຕົ້ນມາ. ມາຮອດປັດຈຸບັນ, ຢູ່ປະເທດໄທໄດ້ມີ ຜູ້ເປັນພະຍາດໂຄວິດ-19 ທັງໝົດ 4 ໝື່ນກວ່າຄົນ ແລະ 1 ໝື່ນກວ່າຄົນພວມປິ່ວປົວຢູ່. ຫວ່າງມໍ່ໆມານີ້, ສື່ມວນຊົນໄທໄດ້ແຈ້ງຂ່າວວ່າ ຈຳນວນຕຽງຄົນເຈັບໃນໂຮງໝໍມີຈຳນວນບໍ່ພຽງພໍ, ຜູ້ເປັນພະຍາດຢາກປິ່ນປົວຢູ່ໂຮງໝໍພົບກັບສະພາບຫຍຸ້ງຍາກຫຼາຍ,ນີ້ໄດ້ສະແດງໃຫ້ເຫັນວ່າ, ລະບົບການປິ່ນປົວພະຍາດຂອງໄທພວມຜະເຊີນໜ້າກັບການທົດສອບອັນໃຫຍ່ຫຼວງ.


    ລັດຖະບານໄທໄດ້ມີຄຳສັ່ງໃຫ້ແຫ່ງຕ່າງໆທົ່ວປະເທດເລັ່ງລັດສ້າງໂຮງໝໍຊົ່ວຄາວ, ປັດຈຸບັນໄດ້ສ້າງຕຽງຄົນເຈັບສຳລັບແລ້ວ 25.000 ໜ່ວຍ. ນອກນີ້, ກະຊວງສາທາລະນະສຸກໄທຍັງໄດ້ເລີ່ມປະຕິບັດຕາມຮູບແບບ “ໂຮງແຮມ+ໂຮງໝໍ”, ປ່ຽນໂຮງແຮມເປົ່າຫວ່າງໃຫ້ເປັນສະຖານທີ່ປົວພະຍາດເປັນການຊົ່ວຄາວ ແລະ ຈັດຕັ້ງທິມແພດມືອາຊີບ ແລະ ອຸປະກອນການແທດ ເພື່ອຊ່ວຍປິ່ນປົວຜູ້ເປັນພະຍາດໂຄວິດ-19 ທີ່ບໍ່ສະແດງອາການບໍ່ ແລະ ອາການເປົ່າ, ປັດຈຸບັນໄດ້ມີໂຮງແຮມ 20 ກວ່າແຫ່ງໄດ້ກຽມຕຽງຄົນເຈັບໄດ້ແລ້ວຫຼາຍກວ່າ 6.500 ໜ່ວຍ.