ລາວ​ມີຜູ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ກວມຫຼາຍກວ່າ 4%

CRI, April 22, 2021
Size:


ວັນທີ 19 ເມສານີ້, ທ່ານພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ, ນັບມາຮອດປະຈຸບັນ, ຢູ່ທົ່ວປະເທດລາວໄດ້ມີປະຊາຊົນ 3 ແສນຄົນໄດ້ສັກວັກຊີນໂຄວິດ-19 ເຂັມທຳອິດແລ້ວ, ໄດ້ມີ 3 ໝື່ນຄົນໄດ້ສັກວັກຊີນເຂັມທີ 2 ແລ້ວ., ນະຄອນຫຼວງວຽງຈັນກັບເມືອງແຮກສ່ຽວຕ່າງໆຂອງຈີນ ແລະອາຊຽນໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ, ເຊິ່ງສາມາດຄວບຄຸມການແຜ່ລະບາດຂອງພະຍາດໄວ້ໄດ້ເປັນຢ່າງດີ. ທ່ານພູວົງ ວົງຄຳຊາວໄດ້ແນະນຳເລື່ອງດັ່ງກ່າວໃນກອງປະຊຸມສົນທະນາລະຫວ່າງເຈົ້າແຂວງເຈົ້າຄອງນະຄອນຈີນ-ອາຊຽນປະຈຳປີ 2021 ຂອງເວທີປຶກສາຫາລືອາຊີໂປອາວຢູ່ເມືອງໂປອາວແຂວງໄຫຫຼຳຈີນທີ່ຈັດຂຶ້ນໃນວັນທີ 19 ເມສານີ້.

ທ່ານພູວົງ ວົງຄຳຊາວກ່າວວ່າ, ອົງການປົກຄອງນະຄອນຫຼວງວຽງຈັນໃຫ້ຄວາມສຳຄັນຢ່າງສູງຕໍ່ການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ - 19, ໄດ້ໃຊ້ມາດຕະການທີ່ຕັ້ງໜ້າ ແລະ ເຂັ້ມງວດເພື່ອປ້ອງກັນການແຜ່ລະບາດຂອງພະຍາດ, ພ້ອມທັງໄດ້ເພີ່ມທະວີການໂຄສະນາເພື່ອຍົກສູງສະຕິປ້ອງກັນຕົວຂອງປະຊາຊົນ. ນັບມາຮອດປະຈຸບັນ, ຢູ່ທົ່ວປະເທດລາວໄດ້ກວດຫາເຊື້ອພະຍາດດັ່ງກ່າວໃຫ້ກັບປະຊາຊົນ 1ແສນ 4 ໝື່ນຄົນ, ກວດພົບຜູ້ຕິດເຊື້ອພະຍາດ 58  ຄົນ, ບໍ່ມີຜູ້ເສຍຊີວິດ.

ອີງຕາມສະຖິຕິສຳຫຼວດປະຊາກອນຄັ້ງຫຼ້າສຸດ, ໃນທົ່ວປະເທດລາວມີປະຊາກອນ 7.123.000 ລ້ານຄົນ.