ປະທານ​ສະພາ​ແຫ່ງ​ຊາດ​ໄທກ່າວ​ວ່າ: ສົນ​ໃຈ​ທີ່​ສຸດ ​ແລະ​ມີ​ຄວາມ​ຫວັງ​ຕໍ່ຫົວ​ຂໍ້​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ​ໃນເວທີ​ປຶກສາຫາລື​ອາຊີ​ໂປ​ອາວ

CRI, April 20, 2021
Size:

ວັນທີ 18 ເມສານີ້, ກອງປະຊຸມປະຈຳປີ 2021 ຂອງເວທີປຶກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳສປ ຈີນ, ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ການປ່ຽນແປງຄັ້ງໃຫຍ່ຂອງໂລກ: ຮ່ວມກັນບໍລິຫານໂລກໃຫ້ເຂັ້ມແຂງ ແລະສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄວາມຄືບໜ້າ.

ໄທຖືວ່າເປັນປະເທດທີ່ສຳຄັນທີ່ຕັ້ງຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ທ່ານຊວນ ຫຼີກໄພ ປະທານສະພາແຫ່ງຊາດໄທໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ອນເວທີປຶກສາຫາລືອາຊີໂປອາວຈະເປີດສາກຂຶ້ນວ່າ: ພາຍໃຕ້ສະພາບການແຜ່ລະບາດຢ່າງຮຸນແຮງຂອງພະຍາດໂຄວິດ-19, ຕົນໄດ້ສົນໃຈທີ່ສຸດ ແລະມີຄວາມຫວັງຕໍ່ຫົວຂໍ້ກ່ຽວກັບພະຍາດໂຄວິດ-19 ໃນເວທີປຶກສາຫາລືອາຊີໂປອາວ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຈີນໃນຖານະເປັນປະເທດໃຫຍ່ທີ່ມີໃນການສະໜອງວັກຊີນໃຫ້ກັບປະຊາຄົມໂລກ ເຊິ່ງເປັນການຈັດຕັ້ງປະຕິບັດຕົວຈິງຕາມແນວຄວາມຄິດການສ້າງປະຊາຄົມຮ່ວມຊາຕາກຳດ້ານສາທາລະນະສຸກຂອງມວນມະນຸດ.