ມຽນ​ມາ​ປະ​ກາດ​ວ່າ: ຈະ​ສ້າງ​ຕັ້ງ​ກອງ​ທັບ​ປ້ອງ​ກັນປະ​ຊາ​ຊົນ​ໂດຍ​ໄວ

CRI, April 20, 2021
Size:


ວັນທີ 16 ເມສານີ້, ຄະນະກຳມະການຜູ້ແທນລັດຖະສະພາສະຫະພາບມຽນມາໄດ້ປະກາດສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ. ຫຼັງຈາກນັ້ນ, ໃນກອງປະຊຸມຖະແຫຼງຂ່າວທາງອອນໄລທີ່ຈັດຂຶ້ນໃນຕອນຄ່ຳມື້ດຽວກັນ, ທ່ານອູເຢມອນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງລັດຖະບານດັ່ງກ່າວໄດ້ຢືນຢັນວ່າ: ຈະສ້າງຕັ້ງກອງທັບປ້ອງກັນປະຊາຊົນໂດຍໄວ ເຊິ່ງກອງທັບນີ້ຈະກາຍເປັນຕົ້ນກຳເນີດຂອງກອງທັບສະຫະພາບ.

ທ່ານຍັງກ່າວຕື່ມວ່າ: ກອງທັບນີ້ຈະສ້າງຕັ້ງຂຶ້ນໃຫ້ສຳເລັດໂດຍຜ່ານການເຈລະຈາທາງການເມືອງແລະສັນຍາການເມືອງທີ່ສຳຄັນຕ່າງໆ.